ຂໍ້ມູນຈາກຜູ້ໃຊ້ເຟສບຸກ พัท สุดอุดม ລາຍງານໃຫ້ຮູ້ໃນວັນທີ 27 ມັງກອນ 2021 ວ່າ ເກີດເຫດສະຫຼົດໃຈ ໄຟໄໝ້ເຮືອນ ເຮັດໃຫ້ເດັກນ້ອຍເສຍຊີວິດ ຄາກອງເພີງ 2 ຄົນ.

ເຫດເກີດ ຕອນບ່າຍປະມານ 12 ໂມງປາຍ ວັນພຸດ ທີ 27 ມັງກອນ 2021 ທີ່ບ້ານຫ້ວຍຄ່າ ເມືອງປາກອູ ແຂວງຫລວງພຣະບາງ. ອັກຄີໄພຄັ້ງນີ້ ເຮັດໃຫ້ເດັກນ້ອຍຊາຍສອງຄົນເສຍຊີວິດ.

.

ຄອບຄົວທີ່ເຮືອນໄຟໄໝ້

ຂໍ້ຄວາມຈາກຜູ່ລາຍງານ “ຊ່ວຍແຊ່ 😭 ຂໍສະແດງຄວາມເສຍໃຈນຳຄອບຄົວນ້ອງເດິກັບການສູນເສຍຄັ້ງໃຫຍ່. ເກິດເຫດໄຟໄໝ້ເຮືອນ ວັນນີ້ 27/012021 ວັນພຸດເວລາ 12 ໂມງປາຍ. ບ້ານຫ້ວຍຄ່າ.ເມືອງປາກອູ. ແຂວງຫລວງພະບາງ. ເຫດຄັ້ງນີ້ເຮັດໃຫ້ມີຄົນເສຍຊີວິດ 2 ຄົນເປັນເດັກນ້ອຍເພດຊາຍ. ຄອບຄົວນ້ອງໄດ້ສູນເສຍລູກຊາຍລ່າອາຍຸ 2 ປີ 1 ຄົນ ແລະອີກຄົນແມ່ນເດັກນ້ອຍຢູ່ໃນບ້ານດຽວກັນ. ຄອບຄົວນ້ອງເຫລືອແຕ່ເສື້ອຜ້າຕິດຕົວ. ຢາກ🙏ຂໍ້ຄົນໃຈບຸ່ນມາຊ່ວຍເຫຼືອຄົວຄອບນ້ອງເພິ່ນແດ່.ເພາະວ່າເຫດໄຟໄໝ່ຄັງນີ້. ເຮັດໃຫ້ຄອບຄົນນ້ອງເພິ່ນບໍ່ເຫລືອອີຫຍັງຕິດຕົວເລີຍແມ້ແຕ່ເສື້ອຜ້າຈະປຽນກໍ່ບໍ່ມີ. ຖານະຄອບຄົວກໍ່ບໍມີຢູ່ແລ້ວແຕ່ມາເກິດເຫດການແບບນີ້ຂື່ນອິກ🙏. ຂໍຄົນໃຈບຸນຊ່ວຍເຫຼືອແດ່ຈະເປັນເສື້ອຜ້າຫຼືເຄືອງຂອງໃສ່ໃນເຮືອນກໍ່ຍັງດີ.👉0309656023 ເບິໂທຄອບຄົວຂອງນ້ອງ .. ສາເຫດໄຟໄໝ້ເກິດຈາກໄຟຟ້າລັດວົງຈອນ”

.

.

Leave a Reply

Your email address will not be published. Required fields are marked *