• ມືບໍ່ບາຍມີດພ້າ ພັດວາງທ່າຂຶງຂັງ
  • ຂວານບໍ່ຟັນຮອນຂອນ ພັດເກັ່ງຕາຍແຕ່ທາງເວົ້າ
  • ຜູ້ອື່ນເຂົາລົງມືແທ້ ບໍ່ວໍແວເວົ້າແຕ່ປາກ
  • ຕົນຫາກຢືນເບິ່ງລ້າ ຄອງຖ້າແຕ່ວິຈານ ບໍ່ດີແລ

.

  • ເກັ່ງແຕ່ຈາປາກຕ້ານ ຖະໜັດອອກແຕ່ຄໍາເຫັນ
  • ມືບໍ່ເປັນທາງພາຍ ພັດຈຸ່ມຕີນລົງນໍ້າ
  • ຄົນອື່ນລົງແຮງປໍ້າ ຟັນຮອນຂອນໄມ້ດູ່
  • ຜູ້ອວດຕົນວ່າຮູ້ ພັດຄອຍຊີ້ບອກແຕ່ເຂົາ

.

  • ຄັນຊິເກັ່ງແຕ່ເລື່ອງເວົ້າ ແໜງນັ່ງເຈົ່າຢູ່ເສີຍໆ ຊິດີແລ
  • ຢ່າໄປຢືນຄຸງເລີຍ ໃຫ້ເຂົາລໍາຄານລ້າ
  • ເກັ່ງແຕ່ວ່າຈາຕ້ານ ທິດສະດີນໍ້າຖ້ວມທົ່ງ
  • ແຕ່ບໍ່ລົງເຮັດແທ້ ງານນັ້ນຍ່ອມບໍ່ເດີນ ໄດ້ແລ

.

  • ຄົນແບບນີ້ເພິ່ນເອີ້ນ ວ່າພວກທິດສະດີຫຼາຍ
  • ຖາມອັນໃດກໍເປັນໝົດ ຫາກເຮັດຈິງບໍ່ເຄີຍໄດ້
  • ໃນຫົວເຕັມແຕ່ຄວາມຮູ້ ເປັນກູຣູໄດ້ທຸກຢ່າງ
  • ເຫຼືອຢ່າງດຽວທີ່ເພິ່ນຍັງບໍ່ຮູ້ ກໍຄືເລກຊິອອກຫຍັງ ທໍ່ນັ້ນແລ້ວ

24/01/2021
ຄົນກະວີ ອາລົມດີຍາມບໍ່ຮ້າຍ

Leave a Reply

Your email address will not be published. Required fields are marked *