ໃນວັນທີ 21 ມັງກອນ 2021, ທີ່ຫ້ອງປະຊຸມສານປະຊາຊົນ ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ຕໍາຫຼວດ ປ ກ ສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຄວບຄຸມຕົວຜູ້ ຖື ກ ຫ າ ຄ້ າ ຂ າ ຍ ຢ າ ເ ສ ບ ຕິ ດ ທີ່ຫົວໜ້າອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ເປັນໂຈດຟ້ອງໃຫ້ສານຕັດສິນ.

ຫົວໜ້າອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໃນນາມລັດຕາງໜ້າໃຫ້ປະຊາຊົນຊາວຜູ້ອອກແຮງງານບັນດາເຜົ່າ ຈຶ່ງຖະແຫຼງໄຈ້ແຍກການ ກ ະ ທໍ າ ຜິ ດ ຕົວຈິງຂອງຈໍາເລີຍ ຕໍ່ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ທີ່ມີຈໍາເລີຍຊື່ ນາງ ນວນຄໍາ ຫຼື ນວນ, ອາຍຸ 53 ປີ (ຈໍ າ ເ ລີ ຍ 1) ແລະ ທ້າວ ບຸນຫຼາຍ ຫຼື ຫຼ້າ ອາຍຸ 23 (ປີ ຈໍ າ ເ ລີ ຍ 2 ) ແມ່ລູກຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ສານນະຄອນຫຼວງວຽງຈັນ ຕັ ດ ສິ ນ ລົ ງ ໂທດ ຕັ ດ ອິ ດ ສ ະ ລ ະ ພ າ ບ.
ເນື້ອຄະດີມີຢູ່ວ່າ: ໃນປີ 2018, ນາງ ນວນຄໍາ ຫຼື ນວນ ແລະ ທ້າວ ບຸນຫຼາຍ ຫຼື ຫຼ້າ ໄດ້ເລີ່ມ ຄ້ າ ຂ າ ຍ ຢ າ ເ ສ ບ ຕິ ດ, ຢ າ ເ ສ ບ ຕິ ດ ທີ່ນໍາມາຂາຍນັ້ນ ແມ່ນຊື້ມາຈາກ ທ້າວ ຢົ້ງ ອາຍຸ 38 ປີ, ບໍ່ຮູ້ບ້ານຢູ່ຊື້ຄັ້ງລະ 1-2 ຖົງລະ 200 ເ ມັ ດ, ເມື່ອໄດ້ຢາບ້າມາແລ້ວໄດ້ຂາຍໃຫ້ກຸ່ມ ມົ່ ວ ສຸ ມ ເ ສ ບ ຢ າ ແລະ ແບ່ງໃຫ້ ທ້າວ ບຸນຫຼາຍ ຫຼື ຫຼ້າ (ລູກຊາຍ) ເທື່ອລະ 1-3 ເ ມັ ດ. ມາຮອດວັນທີ 30 ມັງກອນ 2020, ພວກກ່ຽວຈຶ່ງຖືກເຈົ້າໜ້າທີ່ ກັ ກ ຕົ ວ ແລະ ກວດຄົ້ນເຮືອນ ພົບເຫັນ ຢ າ ເ ສ ບ ຕິ ດ ຈໍານວນ 410 ເມັດ ພ້ອມເງິນກີບຈໍານວນ 10.250.000 ກີບ, ເງິນບາດຈໍານວນ 150 ບາດ ແລະ ໂທລະສັບ 1 ໜ່ວຍ.
ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງ ນາງ ນວນຄໍາ ຫຼື ນວນ ແລະ ທ້າວ ບຸນຫຼາຍ ຫຼື ຫຼ້າ ເປັນການກະທໍາຜິດທາງອາຍາໃນຂໍ້ຫາ ການ ຄ້ າ ຂ າ ຍ ຢ າ ເ ສ ບ ຕິ ດ ເຊິ່ງການກະທໍາດັ່ງກ່າວພວກຈໍາເລີຍ ກໍໄດ້ຮັບສາລະພາບຕາມບົດບັນທຶກຄໍາຮັບສາລະພາບສະບັບລົງວັນທີ 12, 18 ກຸມພາ 2020. ຂອງ ກ າ ງ ຢ າ ເ ສ ບ ຕິ ດຈໍານວນ 410 ເ ມັ ດ ມີນໍ້າໜັກ 42,2628 ກຼາມ. ເຈົ້າໜ້າທີ່ໄດ້ນໍາໄປກວດພິສູດ-ວິໄຈ ຈໍານວນ 5 ເ ມັ ດ ມີນ້ຳໜັກ 0,5154 ກຣາມ ຍັງເຫຼືອ ຢ າ ເ ສ ບ ຕິ ດຈໍານວນ 405 ເ ມັ ດ ມີນ້ຳໜັກ 41,7474 ກຼາມ. ຜ່ານການພິສູດ-ວິໄຈຂອງກົມຕໍາຫຼວດນິຕິວິທະຍາ ໃນວັນ ທີ 4 ມີນາ 2020, ຢັ້ງຢືນວ່າ ຢາບ້າຈໍານວນດັ່ງກ່າວແມ່ນບັນຈຸ ສ າ ນ ເ ສ ບ ຕິ ດ ອອກລິດຕໍ່ຈິດປະສາດແທ້ຈິງ.

ການກະທໍາຂອງ ນາງ ນວນຄໍາ ຫຼື ນວນ ແລະ ທ້າວ ບຸນຫຼາຍ ຫຼື ຫຼ້າ (ພວກຈໍາເລີຍ) ເປັນ ການກະ ທໍ າ ຜິ ດ ໂດຍເຈດຕະນາ ເນື່ອງຈາກວ່າ ພວກຈໍາເລີຍຈົງໃຈ ຊື້ – ຂ າ ຍຢ າ ເ ສ ບ ຕິ ດໃຫ້ຊາວ ໜຸ່ມທົ່ວໄປ ເພື່ອກິນກໍາໄລ ທັງໆທີ່ພວກຈໍາເລີຍຮູ້ດີວ່າ ຢ າ ເ ສ ບ ຕິ ດ ເປັນສິ່ງທີ່ ຜິ ດ ກົ ດ ໝ າ ຍ; ເຫັນວ່າ ນາງ ນວນຕາ ຫຼື ນວນ ແລະ ທ້າວ ບຸນຫຼາຍ ຫຼື ຫຼ້າ ມີສະຕິສໍາປະຊັນຍະສົມບູນດີ ແລະ ເຖິງກະສຽນອາຍຸທາງອາຍາແລ້ວ. ສາມາດຮູ້ໄດ້ເຖິງຜົນກະທົບທີ່ເກີດຂຶ້ນອັນເນື່ອງມາ ຈາກການກະທໍາຂອງພວກກ່ຽວ. ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວຈຶ່ງສະເໜີມາຍັງສານ ຕັ ດ ສິ ນ ລົ ງ ໂ ທ ດ ນາງ ນວນຄໍາ ຫຼື ນວນ ແລະ ທ້າວ ບຸນຫຼາຍຫຼື ຫຼ້າ ຕາມປະມວນກົດໝາຍອາຍາ ມາດຕາ 315 ວັກ 1.
ດ້ວຍເຫດນີ້, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈຶ່ງລົງໂທດ ຕັ ດ ອິ ດ ສະ ລ ະ ພາ ບ ຈໍ າເລີຍທັງ 2 ຄົນ 6 ປີ ປັບໃໝ 28 ລ້ານກີບ ພ້ອມທັງຮີບເງິນຂອງຈໍາເລີຍຈໍານວນ 10.250.000 ກີບ ທີ່ ໄດ້ຈາກການຄ້າຂາຍ ຢ າ ເ ສ ບ ຕິ ດ ຕິດຕົກເປັນຂອງລັດ.