ວິທະຍຸກະຈາຍສຽງແຫ່ງຊາດ ໄດ້ລາຍງານວ່າ: ໃນວັນທີ 27 ມັງກອນ 2021 ນີ້, ແພດໝໍທີ່ເປັນກຸ່ມສ່ຽງຫລາຍກວ່າ 600 ຄົນໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ19 ຢ່າງເປັນທາງການ ທີ່ ໂຮງໝໍມິດຕະພາບ 150 ຕຽງ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດ, ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ

Image may contain: 2 people, people standing and indoor

.

Image may contain: 6 people

ວັກຊິນທີ່ນໍາມາສັກໃຫ້ແພດໝໍໃນມື້ນີ້ແມ່ນວັກຊິນທີ່ໄດ້ຮັບການຊ່ວຍເຫລືອຈາກບໍລິສັດຊີໂນຟາມຂອງຈີນ, ສຳລັບລາວໄດ້ສັກຊະນິດນີ້ໃຫ້ແພດໝໍທີ່ເປັນກຸ່ມສ່ຽງ, ພະນັກງານຜູ້ເຮັດວຽກປະຈຳດ່ານ ແລະ ພະນັກງານຢູ່ສູນຈໍາກັດບໍລິເວນແລ້ວ ຈຳນວນ 298 ຄົນ ໃນນີ້ສັກຄົບທັງໝົດ 2 ເຂັມ 173 ຄົນ, ນໍາໃຊ້ວັກຊິນທັງໝົດ 423 ໂດສ

Image may contain: 3 people

.

Image may contain: 2 people, people standing

”ຄາດວ່າປີ 2021ນີ້ ລາວເຮົາຈະສັກໃຫ້ໄດ້ປະມານ 1.500.000ຄົນ, ກວມເອົາ22%ຂອງປະຊາກອນ ຮອດປີ 2023 ຈະສັກໃຫ້ໄດ້ 70%” ກ່າວໂດຍ ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ

Image may contain: 2 people

.

Image may contain: 10 people, people standing

ຂໍ້ມູນ: Lao National Radio

Leave a Reply

Your email address will not be published. Required fields are marked *