ອັບເດດ ໂຄວິດ19: ປັດຈຸບັນມີລາຍງານຜູ້ຕິດເຊື້ອສະສົມໃນທົ່ວໂລກ ຈາກພະຍາດ ໂຄວິດ19 ທະລຸຮອດ 100 ລ້ານກວ່າຄົນແລ້ວ, ເສຍຊີວິດຫຼາຍກວ່າ 2 ລ້ານກວ່າຄົນ. ໃນນັ້ນອາເມຣິກາ ມີຜູ້ຕິດເຊື້ອຫລາຍເປັນດັບໜຶ່ງຂອງໂລກ ຄືມີທັງໝົດ 26,011,222ຄົນ, ອິນເດຍ ມີຜູ້ຕິດເຊື້ອທັງໝົດ 10,690,279 ຄົນ, ເບຼຊິນ ມີຜູ້ຕິດເຊື້ອ 8,936,590 ຄົນ

ຕໍ່ກັບສະພາບການດັ່ງກ່າວ, ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນ ສືບ ຕໍ່ປະຕິບັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ທີ່ວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເພື່ອປ້ອງກັນ ແລະ ຄວບຄຸມ ສະພາບການລະບາດ ໃນປະເທດເຮົາ ບໍ່ໃຫ້ເກີດມີການຕິດເຊື້ອໃນປະເທດເປັນຮອບໃໝ່ ຄືກັບ ຫຼາຍປະເທດໃນໂລກ ແລະ ປະເທດໃກ້ຄຽງ ກັບ ສປປ ລາວ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ ລາຍງານສະພາບການລະບາດຂອງພະຍາດໂຄວິດ ປະຈໍາວັນທີ 26 ມັງກອນ 2021 ໃຫ້ຮູ້ວ່າ: ມາຮອດ 5 ໂມງແລງ ຂອງວັນທີ 25 ມັງກອນ 2021, ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1.805 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ.

ພາບປະກອບຂ່າວເທົ່ານັ້ນ

ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 25 ມັງກອນ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 528 ຄົນ, ໃນນັ້ນ ມີ 1 ຕົວຢ່າງ ຈາກບຸກຄົນທົ່ວໄປມີອາການ, 94 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ; ແຮງງານລາວກັບມາແຕ່ໄທບໍ່ມີອາການ 348 ຕົວຢ່າງ ແລະ ແຮງງານຫວຽດນາມ 85 ຕົວຢ່າງ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບຜູ້ຕິດເຊື້ອ ໝາຍຄວາມວ່າ ວັນທີ 25 ມັງກອນ 2021 ແມ່ນບໍ່ພົບຜູ້ຕິດເຊື້ອໃໝ່.

ພາບປະກອບຂ່າວເທົ່ານັ້ນ

ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 25 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 102.017 ຕົວຢ່າງ, ກວດພົບເຊື້ອສະສົມ 44 ຄົນ. ສໍາລັບການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປະຈຸບັນ ຄົນເຈັບຕິດເຊື້ອພະຍາດ ໂຄວິດ ຈຳນວນ 3 ຄົນ ແມ່ນສືບຕໍ່ນອນປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້.

Leave a Reply

Your email address will not be published. Required fields are marked *