ໃນຄັ້ງວັນທີ 26/1/2021 ນີ້ ຢູ່ທີ່ກອງບັນຊາການ ປກສ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ມີພິທີມອບ-ຮັບ ອ າ ວຸ ດ ລ່າເນື້ອທີ່ເກັບກູ້ມາໄດ້ທີ່ບໍ່ຖືກຕ້ອງຕາມກົດໝາຍ,​ ລະຫວ່າງກອງບັນຊາການ ປກສ ເມືອງວິລະບູລີ ແລະ ກອງບັນຊາການ ປກສ ແຂວງສະຫວັນນະເຂດ

Image may contain: 3 people, people standing and outdoor

ອ າ ວຸ ດ ລ່າເນື້ອທີ່ຜິດລະບຽບກົດໝາຍທີ່ມອບ-ຮັບກັນໃນຄັ້ງນີ້ປະກອບມີ ປືນແກັບຈໍານວນ 760 ກະບອກ, ມີໝໍ້ຊ໋ອດ, ລູກຂີ້ກົ່ວ ແລະ ໝື້ຈໍານວນໜຶ່ງ ເຊິ່ງໃຫ້ກຽດມອບໂດຍທ່ານ ພັທ ພົມມາ ດາວຮຸງສຸລິ ຫົວໜ້າກອງບັນຊາການ ປກສ ເມືອງວິລະບູລີ ແລະ ກ່າວຮັບແມ່ນທ່ານ ຕອງໄທ ຈັນແພງວົງ ຮອງຫ້ອງຄຸ້ມຄອງສໍາມະໂນຄົວ ປກສ ແຂວງສະຫວັນນະເຂດ ໂດຍຊ້ອງໜ້າຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດທີ່ເຂົ້າຮ່ວມ.

Image may contain: 6 people, people standing and outdoor

.

Image may contain: 4 people, people standing and outdoor

ຂໍ້ມູນພາບຂ່າວ : ກອງບັນຊາການ ປກສ ເມືອງວິລະບູລີ

Leave a Reply

Your email address will not be published. Required fields are marked *