ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ວັນທີ 25 ມັງກອນ 2021 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ໃຫ້ກໍາລັງໃຈ ແກ່ແຮງງານລາວກັບຈາກການໄປອອກແຮງງານຢູ່ປະເທດເພື່ອນບ້ານ ທີ່ສູນກັກກັນ ເມືອງແກ່ນທ້າວ ໂດຍການ ນໍາພາຂອງ ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ. ພ້ອມທັງໄດ້ມອບເຄື່ອງໃຊ້ປະຈໍາວັນໃຫ້ກັບແຮງງານແຕ່ລະຄົນ, ຖາມຂ່າວຄາວ, ຄວາມສຸກ-ທຸກຂອງແຮງງານລາວທີ່ສູນກັກກັນ.

Image may contain: one or more people, people standing, people dancing, people on stage, shoes and outdoor

ພ້ອມນີ້, ທ່ານເຈົ້າແຂວງ ໄດ້ຮຽກຮ້ອງໃຫ້ແຮງງານດັ່ງກ່າວຈົ່ງອົດທົນ, ພ້ອມກັນຜ່ານຜ່າວິກິດນີ້ໄປພ້ອມກັນ, ຈົ່ງສາມັກຄີກັນໃຫ້ເປັນນໍ້າໜຶ່ງໃຈດຽວກັນຢູ່ພາຍໃນສູນ, ສ້າງກິດຈະກໍາ ຫລິ້ນກິລາ, ອອກກໍາລັງກາຍ, ທັງນີ້ກໍ ເພື່ອບໍ່ໃຫ້ມີພະຍາດໂຄວິດ-19 ເຂົ້າມາໃນແຂວງໄຊຍະບູລີ. ປັດຈຸບັນ ແຮງງານລາວ ຢູ່ສູນກັກກັນເມືອງແກ່ນທ້າວ ມີທັງໝົດ 37 ຄົນ, ຍິງ 18 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງສົ່ງໄປສູນວິໄຈທີ່ວຽງຈັນ ແລະ ໄດ້ຮັບການເບິ່ງແຍງຈາກອໍານາດການປົກຄອງເມືອງ, ເຈົ້າໜ້າທີ່ທຸກພາກສ່ວນຂອງເມືອງ.

Image may contain: 1 person, standing, sky, tree, outdoor and nature

ໃນໂອກາດດຽວກັນ, ທ່ານ ພົງສະຫວັນ ສິດທະວົງ ກໍ່ໄດ້ຢ້ຽມຢາມໂຄງການກໍ່ສ້າງຕ້ານເຈື່ອນແຄບຝັ່ງນໍ້າເຫືອງ ເຂດ ບ້ານ ເມືອງໝໍ ເມືອງແກ່ນທ້າວ, ຢ້ຽມຢາມ ມອບເຄື່ອງ ອຸປະໂພກ-ບໍລິໂພກໃຫ້ ອ້າຍນ້ອງທະຫານ ກອງພັນ 413 ທີ່ຂຶ້ນກັບ ກອງບັນຊາການ ທະຫານແຂວງ ທີ່ປະຈໍາຢູ່ເມືອງບໍ່ແຕນ ພ້ອມນີ້, ທ່ານກໍໄດ້ເນັ້ນໜັກໃຫ້ອ້າຍນ້ອງທະຫານ ຈົ່ງເອົາໃຈໃສ່ເຮັດໜ້າທີ່ວິຊາສະເພາະໃຫ້ດີເປັນພິເສດໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ແລະ ການເລືອກຕັ້ງ ສສຊ ແລະ ສສຂ ທີ່ຈະມີຂຶ້ນໃນມໍ່ໆນີ້ໃຫ້ມີຄວາມສະຫງົບປອດໄພຮອບດ້ານ, ສືບຕໍ່ສ້າງພະລາທິການກັບທີ່ ດ້ວຍການປູກ, ການລ້ຽງໃຫ້ຫລາຍຂຶ້ນ.

Image may contain: 11 people, people standing

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

Leave a Reply

Your email address will not be published. Required fields are marked *