ຫ້ອງການ ກະສິກໍາ ແລະ ປ່າໄມ້ເມືອງ ປາກທາ ໜ່ວຍງານປູກຝັງການຜະລິດລະດູແລ້ງ ໃຫ້ຮູ້ວ່າ: ການຊຸກຍູ້ການສົ່ງເສີມການຜະລິດລະດູແລ້ງໃຫ້ຊາວກະສິກອນ ພາຍໃນເມືອງ ໂດຍສະເພາະ ການປູກເຂົ້ານາແຊງໃນ ປີ 2021 ຈະໃຫ້ບັນລຸໃນເນື້ອທີ່ແຜນການທີ່ວາງໄວ້ 321 ເຮັກຕາ, ໃນທົ່ວເມືອງ.

Image may contain: mountain, outdoor and nature

ຕາມການລົງຊຸກຍູ້ສົ່ງເສີມຕິດຕາມການປູກເຂົ້ານາແຊງໃນບັນດາບ້ານທີ່ມີເງື່ອນໄຂຕົວຈິ່ງເຫັນວ່າ:ການຈັດຕັ້ງປະຕິບັດ ຕົວຈິງຂອງຊາວກະສິກອນໃນການປູກເຂົ້ານາແຊງ ປີ 2021 ເຫັນວ່າມີພຽງ 13 ບ້ານ, ມີ 271 ຄອບຄົວ, ໃນເນື້ອທີ່ 277 ກວ່າເຮັກຕາ, ມາຮອດປະຈຸບັນນີ້ ການຕົກກ້າ ສໍາເລັດແລ້ວ 100% ການກຽມດິນ ສຳເລັດແລ້ວ 100%, ການປັກດໍາ ສຳເລັດແລ້ວ100%ປະຈຸບັນແມ່ນ ຢູ່ໃນຊ່ວງການບົວລະບັດຮັກສາ.ໃນການຜະລິດເຂົ້ານາແຊງໃນປີນີ້ ຖ້າທຽບໃສ່ເນື້ອທີ່ແຜນການທີ່ວາງໄວ້ແມ່ນເຫັນວ່າ ເນື້ອທີ່ຫຼຸດລົງ.

Image may contain: mountain, outdoor and nature

ສາເຫດທີ່ພາໃຫ້ເນື້ອທີ່ນາແຊງຫຼຸດລົງ ບໍ່ໄດ້ຕາມແຜນການ ແມ່ນຍ້ອນລະບົບນ້ຳຊົນລະປະທານບໍ່ພຽງພໍຕໍ່ການຜະລິດ, ມີການສ້ອມແປງຊົນລະປະທານບາງຈຸດ.ສະພາບດິນຟ້າອາກາດບໍ່ເອື້ອຍອຳນວຍ ມີຄວາມແຫ້ງແລ້ງຫຼາຍ ຢູ່ຄອກສັດມີຫຍ້າບໍ່ພຽງພໍໃຫ້ສັດກິນ ປະຊາຊົນບາງບ້ານຈຶ່ງເອົາເນື້ອທີ່ນາແຊງເປັນເຂດປ່ອຍສັດ.ຈຶ່ງເຮັດເນື້ອທີ່ນາແຊງໃນປີນີ້ຫຼຸດລົງ ບໍ່ໄດ້ຕາມແຜນການທີ່ວາງໄວ້.

Image may contain: mountain, sky, plant, outdoor and nature

ນອກຈາກການຜະລິດເຂົ້ານາແຊງແລ້ວ ທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຍັງໄດ້ຊຸກຍູ້ສົ່ງເສີມຊາວກະສິກອນປູກພຶດອື່ນໆ ໃນລະດູແລ້ງເຊັ່ນ : ປູກໝາກແຕງ ຈຳນວນ 5 ບ້ານ, ມີ 26ຄອບຄົວ, ໃນເນື້ອທີ່ 2,36 ເຮັກຕາ, ປູກສາລີຫວານ ຈຳນວນ 11 ບ້ານ, ມີ 102 ຄອບຄົວ, ໃນເນື້ອທີ່ 17,7 ເຮັກຕາ, ປູກສາລີແຂງ ມີ 9 ບ້ານ, ມີ 184 ຄອບຄົວ, ໃນເນື້ອທີ 31,8 ເຮັກຕາ,ປູກໝາກຖົ່ວເບີ ຈຳນວນ 5 ບ້ານ, ມີ 70 ຄອບຄົວ, ໃນເນື້ອທີ່ 5,5 ເຮັກຕາ, ປູກຖົ່ວດິນ ມີ 3ບ້ານ, 36 ຄອບຄົວ, ໃນເນື້ອທີ່ 1,1 ເຮັກຕາ, ປູກກະລໍ່າປີ ຈຳນວນ 7 ບ້ານ ມີ 107 ຄອບຄົວ,ໃນເນື້ອທີ່ 6,76 ເຮັກຕາ, ປູກພຶດຜັກ ຈຳນວນ 26 ບ້ານ 942 ຄອບຄົວ, ໃນເນື້ອທີ່ 37,1 ເຮັກຕາ

Image may contain: mountain, sky, nature and outdoor

.

Image may contain: mountain, sky, nature and outdoor

ຂ່າວ: ຄຳພັນ ແກ້ວມະນີ

ພາບແລະຂໍ້ມູນ ຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກທາ

Leave a Reply

Your email address will not be published. Required fields are marked *