ວຽງຈັນ: ລາຍງານຈາກປະຊາຊົນໃຫ້ຮູ້ໃນເຊົ້າວັນທີ 26 ມັງກອນ 2021 ນີ້ວ່າ ເກີດອຸບັດຕິເຫດຮ້າຍແຮງທີ່ ທາງເຂດບ້ານໂພນສີ, ເມືອງໂພນໂຮງ, ແຂວງວຽງຈັນ.

ລົດຮ່ວມເຫດຄັ້ງນີ້ແມ່ນ 2 ຄັນ ກະບະ ແລະ ລົດ 6 ລໍ້, ສະພາບແມ່ນລົດຫົກລໍ້ ເສຍຫຼັກ ຕໍາເອົາລົດເກງແລະກໍາແພງ.
ປະຊາຊົນບອກວ່າ “ສາຍເຫດກະຍ້ອນວ່າລົດ 6 ລໍ້ເບກແຕກ ຕອນລົງຄ້ອຍ, ເຮັດໃຫ້ລົດເບກບໍ່ຢູ່ ເລີຍໄປຕຳເອົາລົດເກງດັ່ງກ່າວທີ່ຈອດຢູ່ແຄມທາງ, ໂຊກດີບໍ່ມີຄົນຢູ່ລົດເກງ. ແລະ ບໍ່ມີຜູ່ເຈັບໜັກຈາກເຫດການຄັ້ງນີ້”

.

.

ທີ່ມາ
