ຄລິບຕອນເກີດເຫດ! ລົດຂົນນໍ້າມັນຢຽບລົດຈັກ ເສຍຊີວິດ 2 ຄົນ. ເບິ່ງເປັນອຸທອນ! ຂັບລົດຢ່າປະໝາດ.

.

ຂ່າວກ່ອນໜ້ານີ້

ຂ່າວເສົ້າໃຈອີກແລ້ວ! ລາຍງານຈາກອາສາກູ້ໄພ 1624 ເຫດລົດ 24 ລໍ້ຂົນສົ່ງນໍ້າມັນຕໍາລົດຈັກ ທີ່ບ້ານດົງໂພສີ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.

ເຫດເກີດເວລາປະມານ 18:00 ວັນທີ 25 ມັງກອນ 2021.

ເຮັດໃຫ້ມີຜູ່ເສຍຊີວິດຄາທີ່ 2 ຄົນ ເປັນເພດຊາຍທັງສອງ. ຖືກລົດຢຽບສະພາບໜ້າເວດທະນາແທ້ໆ. ເສຍໃຈກັບເຫດການຄັ້ງນີ້.

ລົດຈັກຜູ່ເສຍຊີວິດ ປ້າຍຂາວ ຈສ 5890 ລົດຈັກໂຄລາວ

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ ແລະ ເຂດ 2 ເມືອງຫາດຊາຍຟອງ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ເສຍຊີວີດ 2 ຄົນ ເປັນເພດຊາຍ ເຊິ່ງເສຍຊີວິດຄາທີ່ຈາກອຸບັດຕິເຫດດັ່ງກ່າວ ໂດຍລາຍລະອຽດມີຄື:

– ຜູ່ທີ 1 ຊື່ ທ. ຄຳຕາ, ອາຍຸ 42 ປີ, ບ.ທ່ານາແລ້ງ, ມ. ຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ສະພາບສົບໄດ້ຮັບແຮງກະແທກທົ່ວຕົນຕົວ, ແຂນ-ຂາຫັກ ແລະ ອະໄວຍະວະພາຍໃນກະຈາຍອອກທົ່ວຖະໜົນ.

– ຜູ່ທີ 2 ຊື່ ທ. ເທ້, ອາຍຸ 27 ປີ, ບ. ທ່ານາແລ້ງ, ມ. ຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ສະພາບສົບໄດ້ຮັບແຮງກະແທກທົ່ວຕົນຕົວ, ແຂນ-ຂາຫັກ ແລະ ອະໄວຍະວະພາຍໃນກະຈາຍອອກທົ່ວຖະໜົນ.

ດັ່ງນັ້ນ, ພວກເຮົາຈື່ງໄດ້ມ້ຽນຄາບສົບແລ້ວນຳສົ່ງປ່າຊ້າບ້ານດົງໂພສີ ເພື່ອມອບໃຫ້ທາງຄອບຄົວປະກອບພິທີທາງສາສະໜາ.

ລາຍລະອຽດຕາມຄລິບລາຍງານສົດ

  • ອຸປະຕິເຫດສຸກເສີນໂທ : 🚑 1624 🚑
  • ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
  • – ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
  • – ອຸປະກອນການແພດຕ່າງໆ
  • ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
  • ຕິດຕໍ່ສອບຖາມ: 020 2244 1624 ຫຼື ໂອນບັນຊີ
  • ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
  • ຊື່ບັນຊີ:THE ASSOCIATION OF VOLUNTARY RESCUE VIENTIANE
  • ເລກບັນຊີ: LAK 010120000993902001

Leave a Reply

Your email address will not be published. Required fields are marked *