ລາຍງານສົດຈາກຄະນະສະເພາະກິດ 25/1/2021

ຍອດສະສົມທັງໝົດຕອນນີ້: 44 ຄົນ

ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ປະຈໍາວັນຈັນ ວັນທີ 25 ມັງກອນ ປີ 2021 ໂດຍ: ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ, ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19

ສະພາບການລະບາດຂອງພະຍາດ COVID-19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ:

  • ມາຮອດວັນທີ 25 ມັງກອນ 2021, ທົ່ວໂລກມີການລາຍງານການລະບາດ ທັງໝົດ 219 (ປະເທດ/ເຂດ);
  • ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 99,729,581 ຄົນ;
  • ເສຍຊິວິດ 2,137,849 ຄົນ ເຊິ່ງກວມເອົາ 2.14 % ຂອງຜູ້ຕິດເຊື້ອທັງໝົດ;
  • ປີ່ນປົວຫາຍດີ 71,709,411 ຄົນ ເຊິ່ງກວມເອົາ 71.9 % ຂອງຜູ້ຕິດເຊື້ອທັງໝົດ;
  • ປະເທດທີ່ມີການລາຍງານການຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ ແມ່ນ ສະຫະລັດອາເມຣິກາ ເຊິ່ງມີຜູ້ຕິດເຊື້ອສະສົມ 25,687,870 ຄົນ ແລະ ເສຍຊີວິດສະສົມ 429,296 ຄົນ;
  • ຢູ່ຂົງເຂດອາຊີ ຂອງພວກເຮົາ ກໍ່ແມ່ນປະເທດ ອິນເດຍ ມີຜູ້ຕິດເຊື້ອເປັນອັນດັບ 2 ຂອງໂລກ, ມີຜູ້ຕິດເຊື້ອສະສົມ 10,668,356 ຄົນ;
  • ໃນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 25 ມັງກອນ 2021 ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 1,899,289 ຄົນ ແລະ ເສຍຊີວິດ 41,957 ຄົນ.

II. ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 24 ມັງກອນ 2021

1. ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ

• ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2,360 ຄົນ:

  • ໃນນັ້ນຈຸດຜ່ານດ່ານ ລາວ – ໄທ ທັງໝົດ 936ຄົນ (ແຮງງານລາວກັບມາແຕ່ໄທ 61 ຄົນ);
  • ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 31 ຄົນ;
  • ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 1,165 ຄົນ;
  • ຈຸດຜ່ານດ່ານ ລາວ – ກຳປູເຈຍ ທັງໝົດ 02 ຄົນ;
  • ເດີນທາງຜ່ານດ່ານ ລາວ – ມຽນມ້າ ທັງໝົດ 00 ຄົນ;

• ເດີນທາງຜ່ານ ສະໜາມບິນສາກົນວັດໄຕ ທັງໝົດ 226 ຄົນ (ຄົນຈີນ 195 ຄົນ, ຄົນລາວ 56 ຄົນ, ຕ່າງປະເທດ 15 ຄົນ) : ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ.

2. ການຕິດຕາມຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ ທີ່ກຳນົດໄວ້ ໃນຂອບເຂດທົ່ວປະ ເທດ

• ປະຈຸບັນ ທົ່ວປະເທດສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 33 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2,196 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

3. ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ

• ໃນວັນທີ 24 ມັງກອນ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 356 ຄົນ, ໃນນັ້ນ ມີ 03 ຕົວຢ່າງ ຈາກບຸກຄົນທົ່ວໄປມີອາການ, 73 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ; ແຮງງານລາວກັບມາແຕ່ໄທ 32 ຕົວຢ່າງ; ແຮງງານຈີນ 199 ຕົວຢ່າງ ແລະ ແຮງງານໄທ 49 ຕົວຢ່າງ;

ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ ຈຳນວນ 01 ຄົນ

• ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 24 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 101,489 ຕົວຢ່າງ, ກວດພົບເຊື້ອສະສົມ 44 ຄົນ.

Leave a Reply

Your email address will not be published. Required fields are marked *