ສະຖານທູດຣັດເຊຍ ປະຈຳ ສປປ ລາວ ໄດ້ເຜີຍແຜ່ຮູບພາບ ແລະ ຄຳປາໃສຂອງ ທ່ານ ວາລາດີມີຣ ກາລີນິນ ເອກອັກຄະລາດຖະທູດຣັດເຊຍປະຈຳ ສປປ ລາວ ໃນພິທີມອບຮັບວັກຊິນປ້ອງກັນໂຄວິດ ຊຸດທຳອິດ 2000 ໂດສ ຈາກຣັດເຊຍ “Sputnik V” ໂດຍລັດຖະບານສະຫະພັນຣັດເຊຍ ໃນວັນທີ 21 ມັງກອນ 2021 ທີ່ຜ່ານມາ.

Image may contain: 11 people, people standing

ໂດຍ ທ່ານ ວາລາດີມີຣ ກາລີນິນ ເອກອັກຄະລາດຖະທູດຣັດເຊຍປະຈຳ ສປປ ລາວ ໄດ້ກ່າວຄໍາປາໃສໃນພີທີມອບຮັບວັກຊີນປ້ອງກັນພະຍາດ COVID ຊຸດທຳອິດຈາກຣັດເຊຍ ບາງຕອນວ່າ:

Image may contain: 4 people, people sitting and indoor

“Sputnik V” ແມ່ນຢາວັກຊີນທີ່ລົງທະບຽນເປັນຄັ້ງທຳອິດຂອງໂລກທີ່ມີປະສິດທິພາບທາງດ້ານຄລີນິກເທົ່າກັບ 91,4% ແລະ 100% ສໍາລັບກໍລະນີຮ້າຍແຮງ ທີ່ພັດທະນາໂດຍ ສູນລະບາດວິທະຍາ ເເລະ ຈຸລິນຊີວິທະຍາແຫ່ງຊາດ ກາມາເລຢາ, ເຊິ່ງເປັນໜຶ່ງໃນສະຖາບັນຄົ້ນຄວ້າຊັ້ນນຳຂອງໂລກ. ຂ້າພະເຈົ້າຈະເນັ້ນໜັກວ່າໃນປະຈຸບັນນີ້ ພົນລະເມືອງຂອງຣັດເຊຍເກືອບ 1 ລ້ານຄົນ ໄດ້ຮັບການສັກຢາ “Sputnik V” ເປັນທີ່ຮຽບຮ້ອຍແລ້ວ ໂດຍບໍ່ມີຜົນຂ້າງຄຽງໃດໆ.

Menyusul Pfizer, Moderna Segera Umumkan Kemanjuran Vaksin Covid-19 Halaman  all - Kompas.com

“ຂ້າພະເຈົ້າມີຄວາມຍິນດີທີ່ຈະປະກາດວ່າ ຣັດເຊຍ ແລະ ລາວ ໄດ້ຕົກລົງເຫັນດີໃນການສະໜອງຢາວັກຊີນ “Sputnik V” ຈຳນວນ 2 ລ້ານໂດນ ໃຫ້ແກ່ ສປປ ລາວ” ທ່ານກ່າວຕື່ມ.

Image may contain: text that says 'RUSSIAN DIRECT INVESTMENT FUND 5 OF PIDEMIOLOGY AND MICROBIOLOGY THE GAMALEYA NATIONAL CENTER PILOLDAL FOREAROING DDW235 Sputnik V S N THE FIRST REGISTERED COVID-19 VACCINE PROVEN HUMAN ADENOVIRAL VECTOR TECHNOLOGY'

ຂໍ້ມູນ: ສະຖານທູດຣັດເຊຍ ປະຈຳ ສປປ ລາວ

https://www.facebook.com/1544629862417068/posts/2812013669012008/

Leave a Reply

Your email address will not be published. Required fields are marked *