ໃນວັນທີ 24 ມັງກອນ 2021 ໄດ້ຈັດພິທີສະເຫລີມສະຫລອງ ແລະ ມອບ-ຮັບໂຄງການກໍ່ສ້າງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ຢ່າງເປັນທາງການ, ພາຍຫລັງສໍາເລັດການກໍ່ສ້າງໄລຍະເວລາ 30 ເດືອນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ພ້ອມດ້ວຍພັນລະຍາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານຄະນະຊີ້ນຳລະດັບຊາດໂຄງການກໍ່ສ້າງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ພ້ອມດ້ວຍພັນລະຍາ, ມີການນໍາພັກ-ລັດ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ.

.

.

.

.

.

.

.

ໂຄງການກໍ່ສ້າງອະນຸສາວະລີ ພຣະເຈ້າໄຊຍະເຊດຖາທິຣາດ ຕັ້ງຢູ່ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ມີມູນຄ່າທັງໝົດ 37 ຕື້ກີບ ເຊິ່ງສ້າງຂຶ້ນເພື່ອຈາລຶກຄຸນງາມຄວາມດີ, ເຊີດຊູກຽດສັກສີຂອງວິລະມະ ຫາກະສັດອານາຈັກລາວລ້ານຊ້າງ, ຜູ້ຊົງສະຫລຽວສະ ຫລາດອົງອາດກ້າຫານບໍ່ຍອມຈໍານົນ, ຊົງມີຄວາມປີຊາສາມາດສະຫລາດແຫລມຄົມໃນພິໄຊສົງຄາມ, ຊົງເປັນພຸດທະສາສະນິກກະຊົນອັນລໍ້າເລີດ ເປັນພຣະມະຫາກະສັດຜູ້ຊົງທໍາ ເບິ່ງກວ້າງມອງໄກ ເປັນແບບຢ່າງອັນດີງາມໃນການປົກປັກຮັກສາ ແລະ ສ້າງສາພັດທະນາບ້ານເມືອງ, ສິລະປະວັດທະນະທໍາ, ຮີດຄອງປະເພນີອັນຈົບງາມຂອງຊາດລາວ ສະເໝືອນດັ່ງແວ່ນແຍງອັນໃສແຈ້ງແກ່ອານາປະຊາລາດ ຕັ້ງແຕ່ບັນພະການສືບມາຈົນເຖິງລູກຫລານ ໄດ້ສືບທອດກັນມາຫລາຍເຊັ່ນຄົນຈົນທຸກວັນນີ້ ແລະ ຊົ່ວກາລະນານ.

.

.

.

ໂຄງການດັ່ງກ່າວປະກອບມີ 2 ໜ້າວຽກໃຫຍ່ຄື: ຫລໍ່ຮູບປັ້ນພຣະເຈົ້າໄຊຍະເຊດຖາທິຣາດ ຊົງປະທັບຊ້າງ ເຜືອກມຸງຄຸນປະທານພອນ ເຊິ່ງຫລໍ່ດ້ວຍທອງເຫລືອງໜັກ 18 ໂຕນ ແລະ ວຽກກໍ່ສ້າງສະຖາປານິກ-ງານປະຕິມະກໍາລວດລາຍວິຈິດສິນຕ່າງໆ.

.

.

.

.

.

.

.

ຄຣີບສະເຫລີມສະຫລອງ1
ຄຣີບສະເຫລີມສະຫລອງ2
ພາບຈາກ: Aj Keo Soudhammo