ນັບແຕ່ເດືອນທັນວາ 2020 ມາຮອດຕົ້ນເດືອນມັງກອນ 2021 ອຸທິຍານແຫ່ງ ຊາດ ນໍ້າແອດ-ພູເລີຍ ຖືກບຸກລຸກ 40 ກວ່າຄັ້ງ ເຊີ່ງສ່ວນໃຫຍ່ແມ່ນການລັກລອບເຂົ້າໄປລ່າສັດນໍ້າ-ສັດປ່າ ແລະ ຕັດໄມ້, ໃນນີ້ ສະເພາະການລັກລອບຕັດໄມ້ ມີ 2 ກໍລະນີ ຄື: ປະຊາຊົນລັກລອບເຂົ້າໄປຕັດເອງ ແລະ ອີກໜຶ່ງກໍລະນີແມ່ນປະຊາຊົນເຂົ້າມາຕັດໂດຍມີຜູ້ຢູ່ເບື້ອງຫລັງ.

ທ່ານ ເອ້ວ ທະນູໄຊ, ຮອງຫົວໜ້າໜ່ວຍງານວິຊາການ, ທັງເປັນຫົວໜ້າທີມງານກວດກາລາດຕະເວນຕາມເສັ້ນທາງອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ໃຫ້ສໍາພາດວ່າ: ເຖີງວ່າທີມງານກວດກາລາດຕະເວນ ທີ່ປະກອບມີ 40 ກວ່າຄົນ, ແບ່ງອອກເປັນ 8 ກຸ່ມ, ໃນນີ້ ມີ 2 ກຸ່ມຍາມປ້ອມ ແລະ 6 ກຸ່ມລາດຕະເວນຕາມປ່າ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມເອົາໃຈໃສ່ເປັນພິເສດ ບໍ່ວ່າໃນລະດູແລ້ງ ແລະ ລະດູຝົນ, ທັງຕາມແຜນການປົກກະຕິທີ່ວາງໄວ້ ແລະ ກໍລະນີສຸກເສີນຕ່າງໆ ແຕ່ສະພາບການລັກລອບບຸກລຸກອຸທິຍານນໍ້າແອດ-ພູເລີຍ ຍັງປະກົດໃຫ້ເຫັນຢ່າງຕໍ່ ເນື່ອງ, ໃນນີ້ ສະເພາະ 40 ກວ່າຄັ້ງ ທີ່ຈັບຜູ້ກະທໍາຜິດໄດ້ ສ່ວນໃຫຍ່ແມ່ນປະຊາຊົນ, ນອກນີ້ ແມ່ນເຈົ້າໜ້າທີ່ຂອງລັດ ແລະ ຊາວຕ່າງປະເທດຈໍານວນໜຶ່ງ ເຊີ່ງເຈົ້າໜ້າ ທີ່ກ່ຽວຂ້ອງໄດ້ລົງໂທດຜູ້ກະທໍາຜິດຕາມລະບຽບການທີ່ກໍານົດໄວ້.

ຢ່າງໃດກໍຕາມສະພາບການລະເມີດອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ມາຮອດປັດຈຸບັນ ຍັງເທົ່າເກົ່າ ຫລຶ ບໍ່ຫລຸດລົງ ແລະ ບໍ່ເພີ່ມຂຶ້ນ. ສ່ວນການປະຕິບັດວຽກ ງານຂອງທີມງານກວດກາລາດຕະເວນ ພົບຄວາມຫຍຸ້ງ ຍາກຫລາຍສົມຄວນ ເນື່ອງຈາກຕ້ອງອາໃສການຍ່າງລາດ ຕະເວນໃນເນື້ອທີ່ທີ່ກວ້າງຂວາງຫລາຍ. ນອກຈາກນີ້ ບາງຄັ້ງມີຄວາມສ່ຽງ ຖືກທໍາຮ້າຍຮ່າງກາຍຈາກຜູ້ທີ່ລັກລອບບຸກລຸກອຸທິຍານ. ຂະນະດຽວ ກັນ ການແກ້ໄຂບາງຄະດີຂອງເຈົ້າໜ້າທີ່ກ່ຽວຂ້ອງພາຍຫລັງທີ່ທີມງານລາດຕະເວນສົ່ງຜູ້ກະທໍາຜິດໃຫ້ຍັງຫລ້າຊ້າ ແລະ ການແກ້ໄຂບາງຄະດີທີ່ເປັນການລັກລອບລ່າສັດ ປ່າຫວງຫ້າມ ຍັງບໍ່ໄດ້ນໍາເຂົ້າສູ່ຂະບວນການທາງກົດໝາຍຢ່າງເຂັ້ມງວດທີ່ສຸດ.

ສໍາລັບອຸທິຍານແຫ່ງຊາດ ນ້ຳແອດ-ພູເລີຍ ມີເນື້ອທີ່ທັງໝົດ 410.720 ເຮັກ ຕາ, ກວມເອົາ 10 ເມືອງຂອງ 3 ແຂວງ ຄື: ເມືອງຮ້ຽມ, ເມືອງຊ່ອນ, ເມືອງແອດ, ຫົວເມືອງ ແລະ ເມືອງຊໍາເໜືອ, ແຂວງຫົວພັນ, ເມືອງວຽງຄໍາ, ປາກແຊງ, ວຽງຄໍາ ແລະ ເມືອງໂພນໄຊ, ແຂວງຫລວງພະບາງ ແລະ ເມືອງພູກູດ, ແຂວງຊຽງຂວາງ. ມີບ້ານປະຊາຊົນທີ່ຢູ່ຕິດແປະ ແລະ ໃກ້ຄຽງທັງໝົດ 107 ບ້ານ, ມີປະຊາກອນອາໃສຢູ່ 35.000 ກວ່າຄົນ. ອຸທິຍານດັ່ງກ່າວຍັງມີຄວາມອຸດົມສົມບູນດີ ໂດຍແບ່ງອອກເປັນ 3 ເຂດສໍາຄັນ ຄື: ເຂດຫວງຫ້າມເດັດຂາດ, ເຂດຄຸ້ມຄອງນໍາໃຊ້ ແລະ ເຂດກັນຊົນ, ໃນນີ້ ມີສັດກິນຊີ້ນຈຳພວກຕະກຸນເສືອອາໃສຢູ່ບໍ່ຫລຸດ 9 ຊະນິດ, ສັດປີກປະເພດນົກບໍ່ຫລຸດ 300 ຊະນິດ ແລະ ສັດຊະນິດອື່ນໆ.

ໄລຍະຜ່ານມາ ມີຫລາຍອົງການເຂົ້າໄປໃຫ້ການຊ່ວຍ ເຫລືອເພື່ອຄຸ້ມຄອງອຸທິຍານດັ່ງກ່າວ, ໃນນີ້ ສະເພາະອົງການອະນຸລັກສັດປ່າ (WCS) ໄດ້ເລີ່ມຕົ້ນເຂົ້າໄປໃຫ້ການຊ່ວຍເຫລືອນັບແຕ່ປີ 2003 ເປັນຕົ້ນມາ ໂດຍໄດ້ການຈັດຕັ້ງປະຕິບັດຫລາຍກິດຈະກໍາຮ່ວມກັບເຈົ້າໜ້າທີ່ພາກລັດທີ່ກ່ຽວຂ້ອງ ເປັນຕົ້ນ: ໃຫ້ຄໍາປຶກສາໃນການສ້າງນິຕິກໍາເພື່ອຄຸ້ມຄອງສວນອຸທິຍານ, ສົ່ງເສີມການມີສ່ວນຮ່ວມຂອງຊຸມ, ສ້າງກິດຈະກໍາທ່ອງທ່ຽວແບບປະຊາຊົນມີສ່ວນ ຮ່ວມເພື່ອໃຫ້ເຂົາເຈົ້າມີລາຍຮັບ, ສົ່ງເສີມປະຊາຊົນປະ ກອບອາຊີບອື່ນເພື່ອທົດແທນການລ່າສັດປ່າ ແລະ ກິດຈະກໍາອື່ນໆ.

.

.

ໂດຍ: ບຸນຕຽງ ຈັນທະວົງ
ພາບ: ເອ້ວ ທະນູໄຊ