ເນື່ອງຈາກວ່າປັດຈຸບັນສະພາບການລະບາດຂອງພະຍາດ ໂຄວິດ ຢູ່ບັນດາປະເທດໃກ້ຄຽງ ແລະ ແຂວງໃກ້ຄຽງທີ່ພົບວ່າມີຜູ້ຕິດເຊື້ອພະຍາດດັ່ງກ່າວ,ດັ່ງນັ້ນຄະນະສະເພາະກິດ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ ແຂວງອັດຕະປື ໄດ້ວາງມາດຕະການເຂັ້ມງວດຂື້ນຕື່ມ ເພື່ອບໍ່ໃຫ້ພະຍາດ ໂຄວິດ ມີການແຜ່ລະບາດ ເຂົ້າມາແຂວງອັດຕະປື.

ໂດຍຫຼ້າສຸດໃນວັນທີ 22 ມັງກອນ 2021 ນີ້ຄະນະປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ ແຂວງອັດຕະປື ໄດ້ຈັດກອງປະຊຸມເພື່ອຄົ້ນຄວ້າປຶກສາຫາລື ແລະ ວາງແຜນການປ້ອງກັນການລະບາດຂອງພະຍາດໂຄວິດ ຂື້ນທີ່ຫ້ອງວ່າການປົກຄອງແຂວງ,ພາຍໃຕ້ການເປັນປະທານຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື,ມີຄະນະສະເພາະກິດ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ ຂັ້ນແຂວງ,ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

.

ກອງປະຊຸມໄດ້ຮັບຟັງການລາຍງານສະພາບການກະກຽມຄວາມພ້ອມ ໃນການຈັດງານພິທີສົມໂພດພະເຈົ້າໄຊຍະເຊດຖາທິຣາດ ແລະ ວິທີວາງມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ ພາຍໃນແຂວງອັດຕະປື ຈາກຄະນະກອງເລຂາ ,ພ້ອມດຽວກັນບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນ ເພື່ອຊອກໃຫ້ເຫັນວິທີທາງໃນການປ້ອງກັນພະຍາດດັ່ງກ່າວ,ເຊິ່ງກອງປະຊຸມໄດ້ເຫັນດີເປັນເອກະພາບຄື: ຕໍ່ກັບວຽກງານສົມໂພດເຈົ້າໄຊຍະເຊດຖາທິຣາດ ແມ່ນເຫັນດີໃຫ້ຈັດໄປຕາມຮີດຄອງປະເພນີ ຕາມຄວາມເໝາະສົມ ແລະ ຮັດກຸມທີ່ສຸດ,ໂດຍກໍານົດເອົາລາຍການໝໍລໍາໃຕ້ 1 ຄະນະ ມີ 8 ຄົນ ແລະ ຄະນະສະແດງສິນລະປະຂອງແຂວງສ່ວນໃດສ່ວນໜຶ່ງ,ສໍາລັບວຽກງານສະແດງສີນຄ້າ ແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງລະດົມໃຫ້ຍົກເລີກ ແລະ ຖອດຖອນ,ຍົກເວັ້ນສີນຄ້າວາງສະແດງຂອງ 5 ຕົວເມືອງທີ່ໄດ້ມີການວາງສະແດງກ່ອນໜ້ານີ້ແລ້ວ ແຕ່ໃຫ້ປະຕິບັດຕາມາດຕະການປ້ອງກັນຢ່າງເຂັ້ມງວດ,ພິທີໃສ່ບາດ,ນັ່ງສະມາທິ ແມ່ນຍັງເຫັນດີໃຫ້ຈັດໄດ້ ແຕ່ຕ້ອງປະຕິບັດຕາມຫຼັກການແພດ ໂດຍໃຫ້ມີການຮັກສາໄລຍະຫ່າງ,ໃສ່ຜ່າອັດປາກ,ລ້າງມືດ້ວຍເຈວ ຫຼື ສະບູ,ພ້ອມນັ້ນຕ້ອງໄດ້ຕັ້ງຈຸດກັ້ນກອງຢູ່ 3 ຈຸດໃຫຍ່ຄື: ຈຸດປ້ອມຫຼັກ 7 ກ່ອນເຂົ້າເທດສະບານແຂວງ,ຈຸດປ້ອງສະເພົາທອງ ແລະ ຈຸດກັ້ນກອງຫຼັກ 16 ເມືອງໄຊເສດຖາ, ເພື່ອປ້ອງກັນພະຍາດ ໂຄວິດ ແລະ ຄວາມປອດໄພອື່ນໆ.

ກອງປະຊຸມຍັງໄດ້ເຫັນດີມອບໃຫ້ກໍາລັງ ປກສ ແຂວງ,ເມືອງ ພະແນກສາທາລະນະສຸກ ແຂວງ, 5 ຕົວເມືອງ,ລົງກວດຈຸດຫຼໍ່ແຫຼມທີ່ມີແຮງງານລັກລອບເຂົ້າ-ອອກເມືອງທີ່ຜິດກົດໝາຍ,ໃຫ້ບັນດາເມືອງແຈ້ງການເຖິງບັນດາບ້ານ ເພື່ອໃຫ້ມີສະຕິ ແລະ ໃຫ້ຄວາມຮ່ວມມື ຕໍ່ເຈົ້າໜ້າທີ່ໃນການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ,ພ້ອມນັ້ນຍັງໃຫ້ຄະນະສະເພາະກິດກໍານົດຈຸດກັກກັນຄືນໄໝ່ ແລະ ວາງມາດຕະການຄືນໄໝ່ຕໍ່ແຮງງນ,ນັກສຶກສາ ແລະ ນັກທຸລະກິດທີ່ເດີນທາງເຂົ້າ-ອອກແຂວງອັດຕະປື,ບັນຮ້ານບັນເທິງ ແລະ ຮ້ານຄາລາໂອເກະ ແມ່ນໃຫ້ປະຕິບັດການ ເປີດ-ປິດ ຕາມລະບຽບການຢ່າງເຂັ້ມງວດ,ກອງປະຊຸມຍັງໄດ້ວາງແຜນກະກຽມໃນກໍລະນີຫາກຢູ່ແຂວງໃກ້ຄຽງມີການລະບາດພະຍາດໂຄວິດ ເພີ່ມຂື້ນຈາກ 1 ເປັນ 2 ຈາກ 2 ຫຼື 3 ແມ່ນເຫັນດີໃຫ້ຄະນະສະເພາະກິດຂັ້ນແຂວງອອກແຈ້ງການລ໊ອກດາວ ແຂວງອັດຕະປື ອັດຕະໂນມັດ ໂດຍປະຕິບັດຕາມມາດຕະການແບບຄັ້ງທໍາອິດ .ທັງນີ້ກໍ່ເພື່ອຢັບຢັ້ງບໍ່ໃຫ້ເຊື້ອພະຍາດ ໂຄວິດ 19 ແຜ່ລະບາດເຂົ້າມາສູ່ແຂວງອັດຕະປືໄດ້.

.

ຂ່າວ: ວັດທະນາ