ອີງຕາມສະພາບຕົວຈິງທີ່ເຫັນການໂຄສະນາທຶນການສຶກສາຕາມສື່ອອນລາຍ ເປັນຕົ້ນແມ່ນ Facebook ຂອງກຸ່ມບໍລິສັດ ທີ່ບໍ່ເປັນທາງການ ແລະ ປະກົດການຫຍໍ້ທໍ້ຂອງສັງຄົມໃນປະຈຸບັນ;

ອີງຕາມຄໍາເຫັນຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄັ້ງວັນທີ 19/01/2021.

ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍແຈ້ງມາຍັງ ນັກຮຽນ-ນັກສຶກສາ, ພໍ່ແມ່ປະຊາຊົນຊາບວ່າ: ປະຈຸບັນສັງເກດເຫັນວ່າມີບັນດາກຸ່ມບໍລິສັດເອກະຊົນ, ບຸກຄົນ ແລະ ນິຕິບຸກຄົນທີ່ບໍ່ຫວັງດີ ໄດ້ເຄື່ອນໄຫວ ໂດຍການໂຄສະນາຜ່ານທາງສື່ມວນຊົນຕ່າງໆ ໂດຍສະເພາະແມ່ນຜ່ານສື່ອອນລາຍຕ່າງໆ.

ເຮັດໃຫ້ພໍ່ແມ່ປະຊາຊົນເກີດຄວາມເຂົ້າໃຈຜິດ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ກ່ຽວກັບການໂຄສະນາ ລະດົມຂົນຂວາຍ ເອົານັກສຶກສາລາວໄປຮຽນຕໍ່ຢູ່ຕ່າງປະເທດ, ສະເພາະປະເທດ ສປ ຈີນ ແລະ ສສ ຫວຽດນາມ ໂດຍແອບອ້າງວ່າເປັນທຶນຂອງລັດຖະບານຈີນ CSC ແລະ ລັດຖະບານ ສສ ຫວຽດນາມ,

ເພື່ອເຮັດໃຫ້ນັກຮຽນ-ນັກສຶກສາແລະ ພໍ່ແມ່ປະຊາຊົນ ໃຫ້ມີສະຕິລະວັງຕົວ ຫຼີກເວັ້ນການໂຄສະນາຈາກກຸ່ມຄົນດັ່ງກ່າວ, ກໍລະນີຫາກພົບເຫັນການໂຄສະນາດັ່ງກ່າວ ຫຼື ມີບັນຫາທີ່ບໍ່ເຂົ້າໃຈໃນການໄປຮຽນຕໍ່ຕ່າງປະເທດ ຂໍໃຫ້ບັນດາທ່ານຈົ່ງປະສານ ແລະ ຕິດຕໍ່ ມາຍັງ ກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກີລາ ດ່ວນ, ກົມກິດຈະການນັກສຶກສາຈະພ້ອມໃຫ້ຄວາມຮ່ວມມື ແລະ ຄວາມກະຈ່າງແຈ້ງໃຫ້ທ່ານໄດ້ ຫວັງວ່າ ບັນດາທ່ານຄົງເຂົ້າໃຈ ແລະ ໃຫ້ການຮ່ວມມືດ້ວຍ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດດ້ວຍ.

Leave a Reply

Your email address will not be published. Required fields are marked *