ລາຍງານຈາກກູ້ໄພ 1623 ໃຫ້ຮູ້ວ່າ ຕອນເຊົ້າເວລາປະມານ 7:20 ວັນທີ 23 ມັງກອນ 2021 ເກີດ ອຸບັດຕິເຫດ ລົດກະບະວິໂກ້ ຕໍາກັບລົດແກ່ດິນ 6 ລໍ້ນ້ອຍ. ອຸບັດຕິເຫດເກິດທີ່ ບ້ານຫນອງໄຮ ນະຄອນຫຼວງວຽງຈັນ.

ຂໍ້ມູນຈາກກ້ອງວົງຈອນປິດ ອຸບັດຕິເຫດແມ່ນຍ້ອນວີໂກ້ຂີ່ຂ້າມເລນໄປຕໍາເອົາລົດຫົກລໍ້ຂົນດິນ. ຕໍາກັນຕອນເວລາ 7:11

.

.

.

.

.

.

.

.

.

.

ອຸບັດຕິເຫດເຮັດໃຫ້ໂຊເຟີຂອງລົດທັງສອງຕິດຄາໃນລົດຕ້ອງໄດ້ ໃຊ້ອຸປະກອນຕັດເຫຼັກ ເພື່ອນໍາຄົນເຈັບອອກແລະນໍາສົ່ງໂຮງໝໍ.

ຄົນທີ 1 ເພດຊາຍ ອາຍຸ 35 ປີ ອາຊີບກຳມະກອນ ບ້ານອາມອນ ເມືອງໄຊເສດຖາ ແຂວງນະຄອນຫຼວງ. ອາການແມ່ນກະທົບໜ້າເອິກ ແລະ ມີບາດເປີດຢູ່ຫົວເຂົ່າເບື້ອງຊ້າຍ.

ຄົນທີ 2 ເພດຊາຍ ອາຍຸ 26 ປີ ອາຊີບ ປ/ຊ ບ້ານບໍ່ແກ້ວ ເມືອງສາມຫລ່ຽມທອງຄຳ ແຂວງບໍ່ແກ້ວ, ອາການແມ່ນກະທົບເອິກ ບາດຈີກຢູ່ຫົວເຂົ່າເບື້ອງຊ້າຍແລະບາດແຜຕາມຕົນໂຕ

ຄລິບຈາກທີ່ເກີດເຫດ

ຂໍໃຫ້ປອດໄພ

Leave a Reply

Your email address will not be published. Required fields are marked *