ຊ່ວຍປະຊາສໍາພັນແດ່! ປະກາດຕາມຫາຍາດພີ່ນ້ອງຕອນນີ້ໄດ້ເສຍຊີວິດແລ້ວເຫດລົດຈັກລົ້ມເອງ, ສະຖານທີ່ເກີດເຫດ ບ້ານປົ່ງ,ເມືອງໄຊຍະບູລີ, ແຂວງໄຊຍະບູລີ.

ເຫດເກີດ ວັນທີ 22 ມັງກອນ 2021 ເວລາ ປະມານ 22:50 ນາທີໜ່ວຍກູ້ໄພໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນວ່າມີລົດຈັກລົ້ມເອງຈື່ງອອກກວດສອບເຫດພົບຜູ່ປະສົບເຫດ 1 ຄົນ ເພດຊາຍ ບໍ່ຮູ້ຊື່ອາຍຸ ບ້ານຢູ່ ອາການເບື້ອງຕົ້ນແມ່ນຖືກກະທົບຫົວແລະ ຄໍ ເລືອດອອກຫູ ອອກປາກ, ຕອນນີ້ໄດ້ ເສຍຊີວິດແລ້ວ. ລົດຈັກບໍ່ມີປ້າຍທະບຽນ.

ສົບເກັບໄວ້ທີ່ ໂຮງຫມໍ ແຂວງໄຊຍະບູລີ. ໜ່ວຍກູ້ໄພຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ🙏
ກົດນີ້ເພື່ອເບິ່ງຮູບຜູ່ເສຍຊີວິດ

ທ່ານໃດທີ່ມີນ້ຳໃຈ ຢາກຊ່ວຍເຫລືອສັງຄົມແລະສຸກຍູ້ວຽກງານກູ້ຊີບກູ້ໄພແຂວງໄຊຍະບູລີເຮົາກໍ່ສາມາດບໍລິຈາກເປັນ ງົບປະມານ ເຂົ້າສານ ອາຫານແຫ້ງ ນ້ຳດື່ມ ຫລື ຄ່ານ້ຳມັນລົດເພື່ອອອກເຫດຊ່ວຍເຫລືອພີ່ນ້ອງແຂວງໄຊຍະບູລີເຮົາ ກໍ່ສາດມາບໍລິຈາກໄດ້ ໂທ: 02077577331 ຫລື ທີ່ສູນກາງແດງແຂວງໄຊຍະບູລີ ບ້ານສີເມືອງ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ. ຂໍຂອບໃຈ.
ອຸປະຕິເຫດ ຫລື ເຈັບປ່ວຍສຸກເສີນ ໂທ: 0741625 ຮັບໃຊ້ຕະຫລອດ 24 ຊົ່ວໂມງ