ຈໍາປາສັກ: ເປັນກໍາລັງໃຈໃຫ້ນັກຮົບເສື້ອຂາວທີ່ເຮັດການຄຸ້ມຄອງກໍລະນີ (ປິ່ນປົວ) ຜູ້ຕິດເຊື້ອ Covid-19 ຄົນທໍາອິດຢູ່ສູນໂພນທອງ ແຂວງຈຳປາສັກ,ໄດ້ເລີ່ມຕົ້ນປະຕິບັດການແລ້ວແຕ່ວັນທີ່ 21 ມັງກອນ 2021.

ຂໍໃຫ້ປະຕິບັດໜ້າທີ່ຢ່າງປອດໄພ ແລະ ປິ່ນປົວຄົນເຈັບໃຫ້ຫາຍດີ.

ສູ້ໆເດີ

.

ຄະນະສະເພາະກິດ ຢືນຢັນ ຜູ່ຕິດເຊື້ອໃໝ່ 2 ຄົນ ກົດຊົມຄລິບການຖະແຫຼງຂ່າວ.
- ກໍລະນີທີ່ 42: ເປັນເພດຍິງ ອາຍຸ 33 ປີ ຈາກແຂວງຈໍາປາສັກ ກັບມາຈາກປະເທດໄທ
- ກໍລະນີທີ່ 43: ເປັນເພດຊາຍ ສັນຊາດຈີນ ເຂົ້າມາຈາກໄທ ຂ້າມມາແຂວງບໍ່ແກ້ວ ສປປ ລາວ
ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2 ຄົນ. ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ໄດ້ໃຫ້ຮູ້ໃນວັນທີ 22 ມັງກອນ 2021 ນີ້ວ່າ: ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2 ຄົນ ທີ່ເດີນທາງມາແຕ່ປະເທດໄທ, ຕົວເລກສະສົມທັງໝົດ 43 ຄົນ, ປິ່ນປົວຫາຍດີແລ້ວ 41 ຄົນ.
ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ໄດ້ແຈ້ງໃຫ້ຮູ້ວ່າ: ວັນທີ 21 ມັງກອນ ຄະນະສະເພາະກິດໄດ້ ກວດພົບຜູ້ຕິດຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2 ກໍລະນີ ຄື:
ກໍລະນີທີ 42 ເປັນເພດຍິງ ອາຍຸ 33 ປີ, ສັນຊາດລາວ, ອາຊີບ ກໍາມະກອນ; ປະຫວັດການເດີນທາງ:
- ເດືອນກໍລະກົດ 2020 ໄປເຮັດວຽກຢູ່ ນະຄອນຫລວງບາງກອກ ປະເທດໄທ, ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ບ່ອນເຮັດວຽກໄດ້ປິດກິດຈະການລົງ,
- ວັນທີ 18 ມັງກອນ ເດີນທາງກັບຄືນປະເທດ ຈາກນະຄອນຫລວງບາງກອກ ຜ່ານຈັງຫວັດ ສີສະເກດ, ຮອດຈັງຫວັດອຸບົນ ວັນທີ 19 ມັງ ກອນ.
- ຈາກນັ້ນ, ເຊົ່າເໝົາລົດຕູ້ຜ່ານດ່ານຊ່ອງເມັກ ແຂວງຈໍາປາສັກ ຮ່ວມເດີນທາງມານໍາກັນ 8 ຄົນ ແລະ ຖືກຈໍາກັດບໍລິເວນຢູ່ສູນຫລັກ 21 ເມືອງ ປະທຸມພອນ ແຂວງຈໍາສັກ ແລະ ໄດ້ເກັບຕົວຢ່າງມາກວດ
- ເຖິງວັນທີ 20 ມັງກອນ ໄດ້ຮັບຜົນກວດ ຈາກຫ້ອງວິເຄາະແຂວງຈໍາປາສັກ ວ່າເປັນຜົນບວກ, ແຕ່ເພື່ອຄວາມແນ່ນອນ ໄດ້ສົ່ງຕົວຢ່າງມາກວດ ຢູ່ນະຄອນຫລວງວຽງຈັນອີກ ແລະ ພົບວ່າມີຜົນບວກເປັນກໍລະນີທີ 42.
- ປັດຈຸບັນໄດ້ແຍກປ່ຽວປິ່ນປົວຢູ່ໂຮງໝໍ ແລະ ບໍ່ມີອາການຜິດປົກກະຕິ ຫລື ເປັນໄຂ້ແຕ່ຢ່າງໃດ.
ຂະນະດຽວກັນ ຄະນະສະເພາະກິດຂອງແຂວງຈໍາປາສັກ ໄດ້ຕິດຕາມຫາຜູ້ໃກ້ຊິດ ທັງໝົດ 40 ຄົນ ມາກວດຫາເຊື້ອພະຍາດ ແຕ່ບໍ່ພົບຜູ້ຕິດເຊື້ອແຕ່ຢ່າງໃດ.
ສຳລັບກໍລະນີທີ 43 ເປັນເພດຊາຍ ອາຍຸ 29 ປີ ເປັນສັນຊາດຈີນ, ປະຫວັດການເດີນທາງແມ່ນ
- ວັນທີ 18 ມັງກອນ 2021 ເດີນທາງມາຈາກ ເມືອງແມ່ສາຍ, ຈັງຫວັດຊຽງລາຍ ປະເທດໄທ, ຂີ່ເຮືອເຂົ້າເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ໂດຍບໍ່ຜ່ານດ່ານ
- ຈາກນັ້ນເຂົ້າພັກຢູ່ໂຮງແຮມສີສວນ 1 ຄືນ ແລ້ວເໝົາລົດຈາກແຂວງບໍ່ແກ້ວ ເດີນທາງໄປແຂວງຫລວງນໍ້າທາ ເຂົ້າພັກຢູ່ເຮືອນພັກກົງເອີ ເມືອງ ຫລວງນໍ້າທາ ແຂວງຫລວງນໍ້າທາ,
- ວັນທີ 19 ມັງກອນ ໄດ້ເກັບຕົວຢ່າງມາກວດຢູ່ໂຮງໝໍແຂວງ ຫລວງນໍ້າທາ ແຕ່ຜົນກວດບໍ່ຊັດເຈນ ຈຶ່ງສົ່ງຜົນກວດມາກວດຢູ່ສູນວິເຄາະ ແລະ ລະບາດວິ ທະຍາ ນະຄອນຫລວງວຽງຈັນ,
- ວັນທີ 21 ມັງກອນ ຈຶ່ງຢັ້ງຢືນຜົນກວດເປັນບວກ.
ປັດຈຸບັນໄດ້ເອົາຜູ້ກ່ຽວໄປແຍກປ່ຽວ ແລະ ຕິດຕາມປິ່ນປົວຢູ່ໂຮງໝໍແລ້ວ. ນັບແຕ່ເດີນທາງເຂົ້າມາ ສປປ ລາວ ມີຜູ້ໃກ້ຊິດທັງໝົດ 37 ຄົນ, ແຕ່ລະຄົນໄດ້ເກັບຕົວຢ່າງມາກວດ ແຕ່ບໍ່ພົບເຊື້ອ ແລະ ຖືກຈໍາກັດບໍລິເວນຢູ່ສູນໝົດທຸກຄົນແລ້ວ.
ແຫລ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດ