ເມື່ອບໍ່ດົນມານີ້ ໜັງສືພິມວຽງຈັນທາມ ໄດ້ສຳພາດພະນັກງານແພດ-ໝໍ ໂຮງໝໍ 150 ຕຽງ ໂດຍສະເພາະຜູ້ທີ່ໄດ້ຮັບການສັກວັກຊີນປ້ອງກັນ ໂຄວິດ-19 .

ຜ່ານການໃຫ້ສຳພາດຂອງທ່ານໝໍໄດ້ຮັບການຢືນຢັນວ່າ: ບໍ່ມີຄວາມຮູ້ສຶກຜິດປົກກະຕິໃດໆທີ່ເປັນຄວາມສ່ຽງ ແລະ ຍິ່ງຮູ້ສຶກປອດໄພຫລັງຈາກທີ່ໄດ້ຮັບການສັກຢາປ້ອງກັນ.

ໂດຍຜູ້ທີ່ຖືກສຳພາດໃນຄັ້ງນີ້ມີ ທ່ານໝໍ ດຣ ເພັດກິມ ໄຊຍະເສນ, ດຣ ສົມໄຫວ ໂອງຄຳມີ ແລະ ພະຍາບານ ຈັນສອນ ຊຶ່ງທັງ 3 ທ່ານລ້ວນກ່າວໃນທາງດຽວກັນວ່າ ບໍ່ມີອາການໄຂ້, ບໍ່ມີອາການເຈັບຫົວ, ບໍ່ເປັນວິນ ຫລື ອາການຂ້າງຄຽງໃດໆ ຍິ່ງໄປກວ່ານັ້ນຍັງຮູ້ສຶກໝັ້ນໃຈ ແລະ ຫວັງວ່າຈະໄດ້ຮັບວັກຊີນມາຕື່ມເພື່ອຈະໄດ້ສັກປ້ອງກັນໃຫ້ບຸກຄົນອື່ນທີ່ມີຄວາມສ່ຽງ ແລະ ປະຊາຊົນທົ່ວໄປ ຊຶ່ງການສັກຜ່ານມານັ້ນແມ່ນສັກໃຫ້ສະເພາະພະນັກງານ ແລະ ບຸກຄົນທີ່ມີຄວາມສ່ຽງເຊັ່ນ: ແພດ-ໝໍທີ່ໃກ້ຊິດກັບຄົນເຈັບ ແລະ ພະນັກງານປະຈຳດ່ານ ເປັນຕົ້ນ.

ທັງນີ້, ຜູ້ທີ່ໄດ້ຮັບການສັກຢາປ້ອງກັນຄົບຈຳນວນ ພ້ອມມີໃບຢັ້ງຢືນ ກໍຈະສາມາດເດີນທາງໄປຕ່າງປະເທດໄດ້ເໝືອນໄລຍະປົກກະຕິ.

Leave a Reply

Your email address will not be published. Required fields are marked *