ໃນຕອນເຊົ້າຂອງວັນທີ 22 ມັງກອນ 2021, ພະນະທ່ານ ທອງລຸນ ສີສຸລິດ, ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ໄດ້ສົນທະນາທາງໂທລະສັບ ກັບ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ເພື່ອຮັດແໜ້ນສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງປະເທດ. ໃນໂອກາດດັ່ງກ່າວ, ພະນະທ່ານ ປຣະຢຸດຈັນໂອຊາ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວທີ່ຫາກໍ່ສໍາເລັດລົງໃນຫວ່າງບໍ່ດົນຜ່ານມາແລະ ຍັງໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ພະນະທ່ານ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໃນກອງປະຊຸມດັ່ງກ່າວ.

ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ພະນະທ່ານ ປຣະຢຸດຈັນໂອຊາທີ່ໄດ້ຊົມເຊີຍຢ່າງຈິງໃຈຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງນີ້. ພ້ອມນີ້,ສອງຝ່າຍຍັງໄດ້ປຶກສາຫາລືຮ່ວມກັນ ກ່ຽວກັບການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອຄວາມຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງໃນອານາຄົດ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ສອງຝ່າຍຍັງເຫັນວ່າ ໃນທ່າມກາງສະພາບທີ່ມີການແຜ່ລະບາດຂອງພະຍາດໂຄວິດ, ສອງປະເທດ ລາວ ແລະ ໄທ ຈະເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ເພື່ອຮ່ວມກັນສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດດັ່ງກ່າວກໍ່ຄື ສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ໃຫ້ຂະຫຍາຍຕົວຍິ່ງຂຶ້ນກວ່າເກົ່າ ເພື່ອຊ່ວຍຟື້ນຟູເສດຖະກິດທີ່ກຳລັງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ.
ນອກນີ້, ທັງສອງຝ່າຍ ຍັງເຫັນດີຊຸກຍູ້ໃຫ້ພາກສ່ວນຕ່າງໆຂອງສອງປະເທດ ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 70 ປີ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນ, ເພື່ອສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ລາວ ແລະ ໄທ ຕະຫຼອດໄລຍະ 7 ທົດສະຫວັດຜ່ານມາ.
