ຊົມເຊີຍເຈົ້າຫນ້າທີ່ຄະນະສະເພາະກິດ ຢຶດທຳລາຍສິນຄ້າລັກລອບນຳເຂົ້າທີ່ຜິດກົດຫມາຍ ແລະ ເປັນສິນຄ້າທີ່ມີຄວາມສ່ຽງຕໍ່ການປົນເປື້ອນສານພິດ ຮ້າຍກວ່ານັ້ນກໍ່ສ່ຽງທີ່ຈະເອົາເຊື້ອພະຍາດໂຄວິດມານຳ.

Image may contain: plant, outdoor, nature and water

ໃນຂະນະທີ່ລັດຖະບານພວມເຂັ້ມງວດສະກັດກັ້ນຊາຍແດນເພື່ອຮັບປະກັນຄວາມປອດໄພຈາກພະຍາດໂຄວິດ ຕາມຊາຍແດນລາວ-ໄທ ກໍ່ຍັງມີການກວດພົບການລັກລອບຂ້າມຊາຍແດນຂອງແຮງງານລາວທີ່ລັກລອບກັບບ້ານ ແລະຍັງມີການລັກລອບຂົນສິນຄ້າຂ້າມມາແບບບໍ່ຖືກຕ້ອງ ເຊິ່ງເປັນຄວາມສ່ຽງຕໍ່ການນຳເອົາເຊື້ອພະຍາດເຂົ້າມາປະເທດເຮົາ.

Image may contain: 1 person, standing, plant, outdoor and nature

ບາງທ່ານອາດຈະຕັ້ງຄຳຖາມວ່າໄປທຳລາຍຖິ້ມເຮັດຫຍັງ? ຄືບໍ່ເອົາໄປໃຫ້ຜູ້ຄົນກິນ? ເນື່ອງຈາກວ່າເປັນສິນຄ້າທີ່ສ່ຽງຕໍ່ຄວາມປອດໄພຕໍ່ສຸຂະພາບ ແລະ ເປັນສິນຄ້າທີ່ບໍ່ຖືກຕ້ອງ ຈຶ່ງສົມຄວນທຳລາຍຖິ້ມ.

Image may contain: 1 person, standing, plant, outdoor and nature

ໃນຂະນະທີ່ເຈົ້າຫນ້າທີ່ເຂັ້ມງວດສະກັດກັ້ນການນຳເຂົ້າສິນຄ້າກະສິກຳແບບບໍ່ຖືກຕ້ອງ ພາກການຜະລິດຄວນສຸມໃສ່ການຜະລິດໃຫ້ໄດ້ທັງປະລິມານ ແລະຄຸນນະພາບ ເພາະວ່າຍ້ອນສິນຄ້າເຮົາບໍ່ມີເຂົາຈຶ່ງນຳເຂົ້າ.

Image may contain: one or more people, people standing, people walking, tree, plant, outdoor and nature

ຂໍ້ມູນ: ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງ

Leave a Reply

Your email address will not be published. Required fields are marked *