ວັນທີ 21 ມັງກອນ 2021 ໄດ້ມີພິທີມອບຮັບວັກຊິນປ້ອງກັນໂຄວິດ ຊຸດທຳອິດຈາກຣັດເຊຍ “Sputnik V” ໂດຍລັດຖະບານສະຫະພັນຣັດເຊຍສະໜອງໃຫ້ເເກ່ລັດຖະບານລາວ ດ້ວຍການຊ່ວຍເຫຼືອທີ່ລໍ້າຄ່າຂອງ “ກອງທຶນເພື່ອການລົງທືນໂດຍກົງຂອງຣັດເຊຍ”.

Image may contain: 11 people, people standing

ໂດຍ ທ່ານ ວາລາດີມີຣ ກາລີນິນ ເອກອັກຄະລາດຖະທູດຣັດເຊຍປະຈຳ ສປປ ລາວ ໄດ້ກ່າວຄໍາປາໃສໃນພີທີມອບຮັບວັກຊີນປ້ອງກັນພະຍາດໂຄວິດ ຊຸດທຳອິດຈາກຣັດເຊຍ ບາງຕອນວ່າ:

Image may contain: 4 people, people sitting and indoor

“Sputnik V” ແມ່ນຢາວັກຊີນທີ່ລົງທະບຽນເປັນຄັ້ງທຳອິດຂອງໂລກທີ່ມີປະສິດທິພາບທາງດ້ານຄລີນິກເທົ່າກັບ 91,4% ແລະ 100% ສໍາລັບກໍລະນີຮ້າຍແຮງ ທີ່ພັດທະນາໂດຍ ສູນລະບາດວິທະຍາ ເເລະ ຈຸລິນຊີວິທະຍາແຫ່ງຊາດ ກາມາເລຢາ, ເຊິ່ງເປັນໜຶ່ງໃນສະຖາບັນຄົ້ນຄວ້າຊັ້ນນຳຂອງໂລກ. ຂ້າພະເຈົ້າຈະເນັ້ນໜັກວ່າໃນປະຈຸບັນນີ້ ພົນລະເມືອງຂອງຣັດເຊຍເກືອບ 1 ລ້ານຄົນ ໄດ້ຮັບການສັກຢາ “Sputnik V” ເປັນທີ່ຮຽບຮ້ອຍແລ້ວ ໂດຍບໍ່ມີຜົນຂ້າງຄຽງໃດໆ. ຫລາຍກວ່າ 50 ປະເທດ ໄດ້ຍື່ນໃບສະໝັກສໍາລັບການຊື້ຢາວັກຊີນຂອງຣັດເຊຍປະມານ 1,2 ຕື້ໂດສ, ໂດຍສະເພາະ ປະເທດ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ ແລະ ຟີລິບປິນ ພາຍໃນປະຊາຄົມອາຊຽນ.

5 Vaksin COVID-19

“ຂ້າພະເຈົ້າມີຄວາມຍິນດີທີ່ຈະປະກາດວ່າ ຣັດເຊຍ ແລະ ລາວ ໄດ້ຕົກລົງເຫັນດີໃນການສະໜອງຢາວັກຊີນ “Sputnik V” ຈຳນວນ 2 ລ້ານໂດສ ໃຫ້ແກ່ ສປປ ລາວ. ນັ້ນໝາຍຄວາມວ່າ 25% ຂອງປະຊາກອນລາວ ຈະໄດ້ຮັບຢາວັກຊີນທີ່ມີປະສິດຕິພາບ ແລະ ປອດໄພຈາກຣັດເຊຍ” ທ່ານ ວາລາດີມີຣ ກ່າວ

Image may contain: text that says 'RUSSIAN DIRECT INVESTMENT FUND 5 OF PIDEMIOLOGY AND MICROBIOLOGY THE GAMALEYA NATIONAL CENTER PILOLDAL FOREAROING DDW235 Sputnik V S N THE FIRST REGISTERED COVID-19 VACCINE PROVEN HUMAN ADENOVIRAL VECTOR TECHNOLOGY'

ຂໍ້ມູນ: ສະຖານທູດຣັດເຊຍ ປະຈຳ ສປປ ລາວ

Leave a Reply

Your email address will not be published. Required fields are marked *