ຂ່າວດ່ວນ! ຄະນະສະເພາະກິດ ຢືນຢັນ ຜູ່ຕິດເຊື້ອໃໝ່ 2​ ຄົນ ກົດຊົມຄລິບການຖະແຫຼງຂ່າວ.

  • ກໍລະນີທີ່ 42: ເປັນເພດຍິງ ອາຍຸ 33 ປີ ຈາກແຂວງຈໍາປາສັກ ກັບມາຈາກປະເທດໄທ
  • ກໍລະນີທີ່ 43: ເປັນເພດຊາຍ ສັນຊາດຈີນ ເຂົ້າມາຈາກໄທ ຂ້າມມາແຂວງບໍ່ແກ້ວ ສປປ ລາວ

ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2 ຄົນ. ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ໄດ້ໃຫ້ຮູ້ໃນວັນທີ 22 ມັງກອນ 2021 ນີ້ວ່າ: ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2 ຄົນ ທີ່ເດີນທາງມາແຕ່ປະເທດໄທ, ຕົວເລກສະສົມທັງໝົດ 43 ຄົນ, ປິ່ນປົວຫາຍດີແລ້ວ 41 ຄົນ.

ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ໄດ້ແຈ້ງໃຫ້ຮູ້ວ່າ: ວັນທີ 21 ມັງກອນ ຄະນະສະເພາະກິດໄດ້ ກວດພົບຜູ້ຕິດຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2 ກໍລະນີ ຄື:

ກໍລະນີທີ 42 ເປັນເພດຍິງ ອາຍຸ 33 ປີ, ສັນຊາດລາວ, ອາຊີບ ກໍາມະກອນ; ປະຫວັດການເດີນທາງ:

  • ເດືອນກໍລະກົດ 2020 ໄປເຮັດວຽກຢູ່ ນະຄອນຫລວງບາງກອກ ປະເທດໄທ, ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ບ່ອນເຮັດວຽກໄດ້ປິດກິດຈະການລົງ,
  • ວັນທີ 18 ມັງກອນ ເດີນທາງກັບຄືນປະເທດ ຈາກນະຄອນຫລວງບາງກອກ ຜ່ານຈັງຫວັດ ສີສະເກດ, ຮອດຈັງຫວັດອຸບົນ ວັນທີ 19 ມັງ ກອນ.
  • ຈາກນັ້ນ, ເຊົ່າເໝົາລົດຕູ້ຜ່ານດ່ານຊ່ອງເມັກ ແຂວງຈໍາປາສັກ ຮ່ວມເດີນທາງມານໍາກັນ 8 ຄົນ ແລະ ຖືກຈໍາກັດບໍລິເວນຢູ່ສູນຫລັກ 21 ເມືອງ ປະທຸມພອນ ແຂວງຈໍາສັກ ແລະ ໄດ້ເກັບຕົວຢ່າງມາກວດ
  • ເຖິງວັນທີ 20 ມັງກອນ ໄດ້ຮັບຜົນກວດ ຈາກຫ້ອງວິເຄາະແຂວງຈໍາປາສັກ ວ່າເປັນຜົນບວກ, ແຕ່ເພື່ອຄວາມແນ່ນອນ ໄດ້ສົ່ງຕົວຢ່າງມາກວດ ຢູ່ນະຄອນຫລວງວຽງຈັນອີກ ແລະ ພົບວ່າມີຜົນບວກເປັນກໍລະນີທີ 42.
  • ປັດຈຸບັນໄດ້ແຍກປ່ຽວປິ່ນປົວຢູ່ໂຮງໝໍ ແລະ ບໍ່ມີອາການຜິດປົກກະຕິ ຫລື ເປັນໄຂ້ແຕ່ຢ່າງໃດ.

ຂະນະດຽວກັນ ຄະນະສະເພາະກິດຂອງແຂວງຈໍາປາສັກ ໄດ້ຕິດຕາມຫາຜູ້ໃກ້ຊິດ ທັງໝົດ 40 ຄົນ ມາກວດຫາເຊື້ອພະຍາດ ແຕ່ບໍ່ພົບຜູ້ຕິດເຊື້ອແຕ່ຢ່າງໃດ.

ສຳລັບກໍລະນີທີ 43 ເປັນເພດຊາຍ ອາຍຸ 29 ປີ ເປັນສັນຊາດຈີນ, ປະຫວັດການເດີນທາງແມ່ນ

  • ວັນທີ 18 ມັງກອນ 2021 ເດີນທາງມາຈາກ ເມືອງແມ່ສາຍ, ຈັງຫວັດຊຽງລາຍ ປະເທດໄທ, ຂີ່ເຮືອເຂົ້າເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ໂດຍບໍ່ຜ່ານດ່ານ
  • ຈາກນັ້ນເຂົ້າພັກຢູ່ໂຮງແຮມສີສວນ 1 ຄືນ ແລ້ວເໝົາລົດຈາກແຂວງບໍ່ແກ້ວ ເດີນທາງໄປແຂວງຫລວງນໍ້າທາ ເຂົ້າພັກຢູ່ເຮືອນພັກກົງເອີ ເມືອງ ຫລວງນໍ້າທາ ແຂວງຫລວງນໍ້າທາ,
  • ວັນທີ 19 ມັງກອນ ໄດ້ເກັບຕົວຢ່າງມາກວດຢູ່ໂຮງໝໍແຂວງ ຫລວງນໍ້າທາ ແຕ່ຜົນກວດບໍ່ຊັດເຈນ ຈຶ່ງສົ່ງຜົນກວດມາກວດຢູ່ສູນວິເຄາະ ແລະ ລະບາດວິ ທະຍາ ນະຄອນຫລວງວຽງຈັນ,
  • ວັນທີ 21 ມັງກອນ ຈຶ່ງຢັ້ງຢືນຜົນກວດເປັນບວກ.

ປັດຈຸບັນໄດ້ເອົາຜູ້ກ່ຽວໄປແຍກປ່ຽວ ແລະ ຕິດຕາມປິ່ນປົວຢູ່ໂຮງໝໍແລ້ວ. ນັບແຕ່ເດີນທາງເຂົ້າມາ ສປປ ລາວ ມີຜູ້ໃກ້ຊິດທັງໝົດ 37 ຄົນ, ແຕ່ລະຄົນໄດ້ເກັບຕົວຢ່າງມາກວດ ແຕ່ບໍ່ພົບເຊື້ອ ແລະ ຖືກຈໍາກັດບໍລິເວນຢູ່ສູນໝົດທຸກຄົນແລ້ວ.

ແຫລ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດ

Leave a Reply

Your email address will not be published. Required fields are marked *