ທ່ານ ພົນອາກາດເອກ ຫາດີ ທາຈາຈານໂຕ ຜູ້ບັນຊາທະຫານ ສູງສຸດໃນນາມຕາງ ໜ້າກອງ ທັບອິນໂດເນເຊຍ, ໄດ້ສົ່ງຄຳອວຍພອນ ແລະ ສະແດງຄວາມຊົມເຊີຍ ມາຍັງຄະນະນຳກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 72 ປີ (20 ມັງກອນ 1949-20 ມັງ ກອນ 2021).

ທ່ານໄດ້ກ່າວວ່າ: ຕະຫຼອດໄລ ຍະທີ່ຜ່ານມາກອງທັບອິນໂດເນ ເຊຍ ແລະ ກອງທັບປະຊາຊົນລາວໄດ້ມີການພົວພັນເຊິ່ງ ແລະ ກັນ, ເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສອງປະເທດເວົ້າລວມເວົ້າສະເພາະກໍແມ່ນສອງກອງທັບ ລາວ-ອິນໂດເນເຊຍ ແລະ ໃນອະນາຄົດຕໍ່ໜ້າຈະສຶບ ຕໍ່ຮັກສາການຮ່ວມມືເພື່ອເສີມຂະຫຍາຍຄວາມອາດສາມາດ ດ້ານການທະຫານ ແລະ ສາຍພົວພັນລະຫວ່າງສອງກອງທັບ, ນອກຈາກນັ້ນທ່ານຍັງກ່າວອີກວ່າ, ໃນທ່າມກາງຄວາມສັບສົນຂອງສິ່ງທ້າທາຍທົ່ວໂລກໃນປັດຈຸບັນ, ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍແມ່ນສິ່ງທີ່ຈຳເປັນ. ກອງທັບປະຊາຊົນອິນໂດເນ ເຊຍໄດ້ຕີລາຄາສູງຕໍ່ການຮ່ວມມືໃນຈິດໃຈຂອງອາຊຽນ, ເຊິ່ງໄດ້ສະແດງອອກໃນການເຄື່ອນໄຫວຕ່າງໆຕະຫຼອດໄລຍະທີ່ຜ່ານມາກັບກອງທັບປະຊາຊົນລາວ.

.

ກອງທັບປະຊາຊົນອິນໂດເນ ເຊຍຈະສືບຕໍ່ເພີ່ມທະວີການຮ່ວມ ມືແລະຊອກຫາໂອກາດການ ຮ່ວມມືທີ່ກວ້າງຂວາງກວ່າເກົ່າ ໃນຊຸມປີຕໍ່ໜ້າ ແລະ ຫວັງວ່າ ກອງທັບປະຊາຊົນລາວຈະສືບ ຕໍ່ກ້າວໄປຂ້າງໜ້າເປັນກອງທັບ ທີ່ຍິ່ງໃຫຍ່ພ້ອມໆກັນ.

.

.

.
