ສາມສ່ຽວ ຢູ່ບ້ານດົງລານຄຳ ເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ຮ່ວມກັນເຄື່ອນໄຫວ ລັ ກ ຊັ ບ ພົນລະເມືອງມາແລ້ວຫຼາຍຄັ້ງ, ຜ່ານການຕິດ ຕາມຂອງເຈົ້າໜ້າທີ່ ປ ກ ສ ເມືອງຊະນະສົມບູນ ມາຮອດກາງເດືອນຕຸລາ 2020 ພວກກ່ຽວກໍຖືກຈັບ ໄປດຳເນີນຄະດີຕາມກົດໝາຍ.

ເຈົ້າ ໜ້າ ທີ່ ປ ກ ສ ເມືອງຊະນະສົມບູນ ໃຫ້ຮູ້ວ່າ: ຜູ້ຖືກຫາທັງ 3 ຄົນ ຊື່ ທ້າວ ບຸນເຫຼືອ ອາຍຸ 20 ປີ, ທ້າວ ແຕງໂມງ ອາຍຸ 18 ປີ ແລະ ທ້າວໂສພາ ອາຍຸ 18 ປີ ພວກກ່ຽວຢູ່ບ້ານດົງລານຄຳ ເມືອງຊະນະສົມບູນ ແຂວງຈຳປາສັກ, ຈາກການສອບສວນທັງ3 ຄົນ ສາລະພາບວ່າ: ໃນເດືອນສິງຫາ 2020, ທ້າວ ບຸນເຫຼືອ ແລະທ້າວ ໂສພາ ໄດ້ຮ່ວມກັນ ລັ ກ ລົ ດ ຈັກ ແລະ ເງິນຈຳນວນ 1.020.000 ກີບ ຢູ່ເຂດບ້ານຄຳແປງ ເມືອງຊະນະສົມບູນ; ມາເດືອນ ກັນຍາ 2020, ໄດ້ພາກັນໄປລັກລົດຈັກ MSX ສີແດງດຳ ຢູ່ເຂດບ້ານສີວິໄລ ເມືອງຊະນະສົມບູນ. ນອກຈາກນັ້ນ, ພວກກ່ຽວ ຍັງໄດ້ເຄື່ອນໄຫວລັກເງິນ ແລະ ຢ າ ສູ ບ ອີກຈຳນວນໜຶ່ງ ຢູ່ເຂດບ້ານຄຳແປງ ແລະ ບ້ານລຸຍ, ເຄື່ອງທີ່ລັກມາໄດ້ ແມ່ນໄດ້ຂາຍ ເອົາເງິນມາແບ່ງປັນກັນໃຊ້ຈ່າຍຈົນໝົດ.
ເຄື່ອງ ຂ ອ ງ ກ າ ງ ທີ່ເກັບກູ້ຄືນໄດ້ ມີລົດຈັກ MSX ສີແດງດຳ ໝາຍເລກທະບຽນ ຈພ 4577ຈຳປາສັກ ແລະ ໄດ້ມອບຄືນໃຫ້ເຈົ້າຂອງເດີມເປັນທີ່ຮຽບ ຮ້ອຍແລ້ວ.
ປັດຈຸບັນ ຄ ະ ດີ ດັ່ງກ່າວ, ພວມຢູ່ໃນຂັ້ນຕອນສະຫຼຸບສຳນວນຄະດີ ສົ່ງໃຫ້ອົງການໄອຍະການປະຊາຊົນແຂວງຈຳປາສັກ ສັ່ງຟ້ອງສານ ຕັ ດ ສິ ນ ຕາມ ກົ ດ ໝ າ ຍ ຕໍ່ໄປ.