ຊ່ວຍເຫຼືອຄ່າປີນປົວພໍ່ສຸກອາຍຸ55ປີດ້ວຍ. ພໍ່ ສຸກ ອາຍຸ55ປີອາຊີບກຳມະກອນເປັນຄົນບ້ານ ນາຍາງ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ເປັນໂລກຫຍັງບໍ່ຮູ້ ໃນເບື້ອງຕົ້ນເປັນຕຸ່ມຢູ່ຕີນໄດ້ແຕ່ເອົາຢາມ່ອງມາທາໃຊ່ຄິດວ່າມັນສີເຊົາ ສຸດທ້າຍຕີນແຫ່ງເປື່ອຍລາມຂື້ນຮອດຂາເລື້ອຍໆ ສີໄປຫາໜໍ່ກະບໍ່ມີເງິນ ຈົນໄດ້ເອົາປື້ມສໍາມະໂນໄປຈຳເອົາເງິນນຳຄົນຫວຽມນາມ1.000.000ກີບເພື່ອໄປຫາໜໍ.

ພໍໄດ້ເງິນແລ້ວໄປຫາໜໍເພີນກະແຕ່ງຢາມາໃຫ້ກີນກໍ່ໄຄແນ່ໜ້ອຍໜຶ່ງ ຄືວ່າສີດີເຊົ່າແລ້ວເງິນສີໄປຫາໜໍອີກກໍ່ໜົດແລ້ວເລີຍຫາຢາພື້ນເມືອງຮາກໄມ້ລາວມາຕົ້ນກີນແທນແຕ່ກໍ່ບໍ່ດີຂື້ນ.

ເລີຍປ່ອຍໃຫ້ຕົນເອງທໍລະມານຂາເປື່ອຍຈົນຈຳກະດູກແລ້ວ ບໍ່ມີເງິນປິ່ນປົວຢູ່ໄປວັນໆລໍຖ້າແຕ່ຄວາມຕາຍຍ້ອນຄອບຄົວທຸກຍາກ ເລີຍຂໍໃຫ້ໜ່ວຍກູ້ໄພນະຄອນຫຼວງວຽງຈັນ1624ເປັນສື່ກາງຂໍເປີດຮັບບໍລິຈາກ ຄົນລະ10 ພັນ, 20 ພັນກີບ ເພື່ອປີນປົວແລະກອບກູ້ເອົາຊິວິດພໍ່ສຸກໄວແນ່ທ້ອນ.

ໝາຍເຫດ: ທີມງານຢາກເປີດບັນຊີໃຫ້ເພີ່ນແຕ່ສຳມະໂນຄອບບໍ່ມີເພາະເອົາໄປຈຳນຳຄົນຫວຽດນາມ1ລ້ານກີບ.
ທ່ານໃດຍາກຊ່ວຍເຫຼືອພໍ່ສຸກອາຍຸ55ປີ ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ. ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
ບັນຊີ THE ASSOCIATION OF VOLUNTARY RESCUE VIENTIANE
ເລກບັນຊີ: LAK010120000993902001.
ເບີໂທຕິດຕໍ່ 020 22441624.