ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດການເກັບລາຍຮັບປະຈໍາປີ 2020 ຂອງດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 20 ມັງກອນ ມານີ້, ທີ່ຫ້ອງປະຊຸມດ່ານພາສີດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ຫຸມພັນ ແສງພະຈັນ ຫົວໜ້າກອງຄຸ້ມຄອງພາສີ III ແຂວງໄຊຍະບູລີ ແລະ ບັນດາຫົວໜ້າໜ່ວຍງານເຂົ້າຮ່ວມ

ທ່ານ ສົມພິນ ອິນທະວົງ ຫົວໜ້າດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈໍາປີ 2020 ວ່າ: ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ເປັນດ່ານໜຶ່ງຕັ້ງຢູ່ເມືອງແກ່ນທ້າວ ແຂວງໄຊຍະບູລີ ມີ 4 ດ່ານປະເພນີຂຶ້ນກັບຄື: ດ່ານປະເພນີສີພູມ, ດ່ານປະເພນີບ້ານເມືອງໝໍ, ດ່ານປະເພນີນາແກ້ງມ້າ ເມືອງແກ່ນທ້າວ ແລະ ດ່ານປະເພນີນາຂ່າ ເມືອງບໍ່ແຕນ. ການບໍລິການພາຍໃນດ່ານມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນໄດ້ດ້ານລະບຽບກົດໝາຍ.

ການສົ່ງອອກ-ນໍາເຂົ້າສິນຄ້າ, ເຄື່ອງຂອງ ເຫັນວ່າມີບາງຊະນິດສິນຄ້າແມ່ນໄດ້ເພີ່ມຂຶ້ນ, ບາງຊະນິດຫຼຸດລົງ ແລະ ບໍລິມາດສິນຄ້າ, ເຄື່ອງຂອງທີ່ເສຍພາສີສ່ວນຫຼາຍແລ້ວແມ່ນການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ອາຍແກັດ ຊຶ່ງກວມເອົາ 94,04% ຂອງລາຍຮັບທົ່ວດ່ານ ໃນປີ 2020 ສາມາດປະຕິບັດການຈັດເກັບລາຍຮັບໄດ້ທັງໝົດ 390 ຕື້ກວ່າກີບ ທຽບໃສແຜນການປີປະຕິບັດໄດ້ 111,64%. ໃນນີ້, ລາຍຮັບພາກສ່ວນພາສີ 215 ຕື້ກວ່າກີບ ແລະ ລາຍຮັບພາກສ່ວນອາກອນ 175 ຕື້ກວ່າກີບ. ສະເພາະປີ 2021 ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ໄດ້ຮັບແຜນເກັບລາຍຮັບເຂົ້າງົບປະມານທັງໝົດ 331 ຕື້ກວ່າກີບ.

(ຂ່າວ: ຖວທ ແກ່ນທ້າວ)