ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງວຽງຈັນ, ຮ່ວມກັບ ສູນປ້ອງກັນພືດສາລາຄໍາ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງສີໂຄດຕະບອງ ແລະ ຕະຫລາດລາວ-ອົກຊີ ເປີດຂະບວນການຄວບຄຸມຄຸນນະພາບ ກວດກາສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃນວັນທີ 20 ມັງກອນ 2021 ຢູ່ຕະຫລາດລາວ-ອົກຊີ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.

Image may contain: 2 people, outdoor and food

ທ່ານ ໜຽວຄໍາ ຄໍາມີນາທີ ຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ເຜີຍໃຫ້ຮູ້ວ່າ: ການລົງກວດການໃນຄັ້ງນີ້, ເປັນການຜັນຂະຫຍາຍຄໍາສັ່ງ ຂອງທ່ານເຈົ້າຄອງນະຄອນ ຫລວງວຽງຈັນ ວ່າດ້ວຍການຄຸ້ມຄອງຄຸນນະພາບພືດ ແລະ ຜະລິດຕະພັນພືດຢູ່ໃນຕະຫລາດ ແລະ ພື້ນທີ່ການຜະລິດຂອງນະຄອນຫລວງວຽງຈັນ, ເຊິ່ງໃນປີຜ່ານມາ ແມ່ນສາມາດຈັດຕັ້ງປະຕິບັດ ການຄວບຄຸມຄຸນນະພາບພືດ ໂດຍສະເພາະ ພືດຜັກ ແລະ ໝາກໄມ້ ທົ່ວນະຄອນຫລວງວຽງຈັນໃນ 18 ຕະຫລາດ. ນອກຈາກນັ້ນ, ຍັງໄດ້ຈັດຕັ້ງປະຕິບັດໃນ 5 ເມືອງເປົ້າໝາຍ ຄື: ເມືອງຫາດຊາຍຟອງ, ສີສັດຕະນາກ, ຈັນທະບູລີ, ໄຊເສດຖາ ແລະ ເມືງສີໂຄດຕະບອງ ແລະ ກວດກາສາງເກັບມ້ຽນ ຕະຫລາດກະສິກໍາອິນຊີ ເຊັ່ນ: ຕະຫລາດໄອເຕັກ, ຕະຫລາດດົງນາໂຊກ ແລະ ຕະຫລາດຫ້ວຍຫົງ.

Image may contain: 6 people, people standing

ທ່ານ ໜຽວຄໍາ ຄໍາມີນາທີ ຍັງລາຍງານໃຫ້ຮູ້ອີກວ່າ: ຈາກການນໍາເຂົ້າສິນຄ້າໃນໄລຍະຜ່ານມາເຫັນວ່າ ສານເຄມີຕົກຄ້າງນັບມື້ນັບຫລຸດໜ້ອຍລົງ ເນື່ອງຈາກວ່າມີການກວດກາຄຸນນະພາບ ຢູ່ໃນບັນດາຕະຫລາດ, ສາງເຢັນ, ດ່ານນໍາເຂົ້າ ແລະ ຕະຫລາດກະສິກໍາອິນຊີ. ທັງນີ້, ແນໃສ່ເຮັດໃຫ້ຜູ້ບໍລິໂພກ ໄດ້ຮັບການບໍລິໂພກພືດຜັກ ແລະ ໝາກໄມ້ ທີ່ປອດໄພຕາມທິດສີຂຽວ ຍືນຍົງ ແລະ ສະອາດ ຂອງນະຄອນຫລວງວຽງຈັນ.

Image may contain: 2 people, people standing, outdoor and food

ການກວດຫາສານເຄມີ ຕົກຄ້າງຢູ່ໃນພືດຜັກ ແລະ ໝາກໄມ້ ຢູ່ຕະຫລາດລາວ-ອົກຊີ ຄັ້ງນີ້, ສາມາດເກັບກໍາໄດ້ 15 ຕົວຢ່າງ ທີ່ກວດດ້ວຍເຄື່ອງກວດທັນສະໄໝ ພົບສານເຄມີຕົກຄ້າງ ໃນປະລິມານໜ້ອຍຢູ່ໝາກເຜັດນ້ອຍ ທີ່ນໍາມາຈາກເມືອງກາສີ ແຂວງວຽງຈັນ, ສ່ວນຕະຫລາດອື່ນໆ ແມ່ນຈະເນີນການກວດກາໃນມື້ຕໍ່ໄປ.

Leave a Reply

Your email address will not be published. Required fields are marked *