ເຊີນເດີເຊີນຊົມເຊີນສຳຜັດ ປະຫວັດສາດຄວາມເປັນມາເກືອບ 600 ປີ “ວັດຄີຣີວົງກົດ ຕັ້ງຢູ່ບ້ານນາ (ນາກະຕຶບ) ເມືອງຄູຄຳກາຍນໍ້າທອນປະມານ 10 ກິໂລແມດ, ລ້ຽວເຂົ້າທາງເຂື່ອນໄຟຟ້າທົ່ງລົມໄປວັດຜາຄວກ ຜານາງລຽງ ທາງບ້ານຖໍ້າງູໃຫຍ່” ເທິງເສັ້ນທາງສາຍ13 ຂອງໃຕ້ ແຂວງຄໍາມ່ວນ ສ.ປ.ປ.ລາວ

.

1 ເມືອງຮ້າງແຫ່ງນີ້ໃນອະດີດ ຢ້ອນເວລາໄປ ປະມານ 450 ປີ ແລະ ໃນເມື່ອກ່ອນມີນາມວ່າ ອາຣັນຣົຈນາ(ອາຣັນຣົດຈະນາ) ແປວ່າ ເມືອງທີ່ມີປ່າໄມ້ງົດງາມເໝືອນແຕ່ງແຕ້ມໄວ້.

.

2 ໃນເມື່ອກ່ອນມີ 13 ໝູ່ບ້ານແລະມີ 13 ວັດ ທີ່ອ້ອມຮອບໄປດ້ວຍພູຜາອັນວິຈິດຕະການຕາ ມີເນື້ອທີ່ທັງໝົດປະມານ 15 ກິໂລແມັດມົນທົນ, ເໝືອນໃນນິຍາຍ ທີ່ຢູ່ອີກຟາກໜຶ່ງຂອງໂລກມະນຸດ ຈົນຄົນພາກັນກ່າວຂານວ່າ ເປັນເມືອງລັບແລ.

.

.

.

3 ສະຖານທີ່ດັ່ງກ່າວຕັ້ງຢູ່ເຂດບ້ານນາ(ກະຕຶບບ້ານນາ) ເມືອງຄູນຄຳ ແຂວງຄຳມ່ວນ, ມີທາງເຂົ້າທາງດຽວຄືຕ້ອງຍ່າງລອດຖໍ້າໃຕ້ພູເຂົ້າໄປປະມານ45ນາທີຕ້ອງມີໄຟສາຍທີ່ຮັບປະກັນຄວາມສະຫວາງເພາະຂ້າງໃນຖ້ຳມີຫີນຫນາມຫນໍ່ແລະລະດັບສູງຕໍ່າຕ່າງກັນ.

.

4 ຄົນທີ່ມາອາໄສຢູ່ໃນສະຖານທີ່ແຫ່ງນີ້ ເມື່ອກ່ອນແມ່ນອົບພະຍົບມາຈາກວຽງຈັນ ນຳໂດຍພະຍາຊຽງສາ ຄາວສະໄໝພ່າຍເສິກສະຫຍາມຮຸກຮານວຽງຈັນ ໄດ້ມາຕັ້ງເມືອງຫລົບລີ້ໃນພູແຫ່ງນີ້ ເພື່ອຊ້ອງສຸມກຳລັງຫວັງຈະສູ້ຄືນ ແຕ່ໃນທີ່ສຸດ ສະຫຍາມກໍຄົ້ນຫາຈົນພົບ ຈິ່ງໄດ້ບຸກເຂົ້າມາທຳລາຍ ເຫລືອໄວ້ແຕ່ຮ່ອງຮອຍຄວາມຈະເລີນທີ່ເປັນວັດອັນຖືກສ້າງດ້ວຍດິນຈີ່, ວັດດັ່ງກ່າວນີ້ ກໍບໍ່ຮູ້ວ່າມີຊື່ດັ້ງເດີມວ່າແນວໃດ ແຕ່ເມື່ອປະມານສອງສາມປີນີ້ ໄດ້ມີຄູບາອາຈານນຳພາສ້າງສາພັດທະນາຟື້ນຟູ ຈິ່ງໄດ້ໃສ່ຊື່ວັດນີ້ວ່າ ວັດອາຣັນຍາຄີຣີວົງກົດບັບພະຕາຣາມ.

.

5 ໃນເຂດທີ່ມີພູຜາອ້ອມຮອບນີ້ ຍັງມີປະຊາຊົນຫລົງເຫລືອຢູ່ 11 ຄອບຄົວ ປະມານ 50 ຄົນ ເປັນຜູ້ອາໄສຢູ່ທີ່ນີ້ມາດົນນານ ຈົນຄົນທົ່ວໄປກ່າວຂານວ່າ ເປັນຊາວເມືອງລັບແລ.

.

6 ສິ່ງທີ່ປະຫວັດສາດໄດ້ປະຮອງຮອຍເອົາໄວ້ກໍ່ຄື ສະໄໝເຈົ້າອະນຸວົງ ວິລະກະສັດຜູ້ກ້າຫານຂອງຄົນລາວໄດ້ສູ້ຮົບກັບສະຫຍາມ ພາທັບເຂົ້າໃນຖໍ້າແຫ່ງນີ້ ທະຫານສະຫຍາມຫຼົງກົນເຂົ້າໄປໃນຖໍ້າ ເຖິງລະຫວ່າງກາງປະມານ 800 ແມັດ ມີຖໍ້າເປັນຮອງນ້ອຍກວ່າທຸກບ່ອນ ແລ້ວທາງໃນກໍ່ເປັນຖໍ້າໃຫຍ່ຄືເກົ່າທະຫານສະຫຍາມຈິ່ງຄິດວ່າພະເຈົ້າອະນຸວົງ ຄົງຈະລີ້ຢູ່ທາງໃນ ແລະ ບໍ່ມີທາງອອກໄປທາງໃດອີກແລ້ວ ຈິ່ງລະດົມທະຫານຂົນກ້ອນຫີນໄປອັດ ແລ້ວເກນເອົາໝາກເຜັດແຫ້ງໄປຈູດອູດແຕ່ເຈົ້າອະນຸວົງໄດ້ອອກໄປທາງຮູຖໍ້າສອດ ແລະ ຕັ້ງຖານທັບຢູ່ທີ່ນັ້ນ ເມື່ອພະອົງເຫັນວ່າເປັນພູມມິປະເທດເມືອງເກົ່າ ຈິ່ງສັ່ງໃຫ້ທະຫານພັກເຊົ່າ ເພາະທີ່ນັ້ນມີກະຕຶບ (ສິມໃຫຍ່) ຢູ່ເຖິງ 13 ແຫ່ງ (ສິມນ້ອຍ 12).

.

7 ທຸກວັນຂື້ນ 15 ຄໍ່າ ເດືອນ 04 ຂອງທຸກປີ ຈະໄດ້ມີການຈັດງານວັດເພື່ອທຳບຸນໃສ່ບາດເພື່ອລະນຶກ ແລະ ເປັນສິຣີມົງຄຸນແກ່ວັດແຫ່ງນີ້, ອີງຕາມການບອກເລົ່າຂອງຊາວບ້ານ ເພິ່ນບອກວ່າວັດແຫ່ງນີ້ສືບທອດລຸ້ນຕໍ່ລຸ້ນມາເກືອບ 600 ປີແລ້ວ.

.

8 ວັດຄີຣີວົງກົດ ເປັນວັດທີ່ມີຄວາມຮົ່ມເຢັນດ້ວຍຕົ້ນໄມ້ນ້ອຍໃຫຍ່ຢ່າງຫຼວງຫຼາຍ ມີທັງຕົ້ນໝາກຍົມປ່າທີ່ມີຄວາມໃຫຍ່ເຖິງ 5-6 ອຸ້ມ, ເໝາະແກ່ການທຳສະມາທິ ແລະ ທຸດົງ ສຳຫຼັບຜູ້ທີ່ຕ້ອງການສະແຫວງບຸນ ແລະ ທັມ, ວັດແຫ່ງນີ້ໄດ້ມີເຈົ້າສັດທານຳເອົາໄຟຟ້າໂຊລາເຊວ ເຂົ້າເພື່ອອຳນວຍຄວາມສະດວກເລັກນ້ອຍ.

.

9 ສະພາບການເດີນທາງດ້ວຍເຮືອຈາກບ້ານທ່ານາຂື້ນໄປອີກປະມານ 20 ນາທີ ຈະພົບບ້ານນາຄົກ, ຢູ່ກໍ້າຊ້າຍມື ແລະ ກໍ້າຂວາມືຈະເປັນຜາສູງຊັນແຫງນຄໍຕັ້ງບ່າ ແລະ ຍ່າງຈາກທ່ານໍ້າໄປຕາມຕີນຜາປະມານ 20 ນາທີກໍ່ຈະພົບປາກຖໍ້າກວ້າງໃຫຍ່ ມີນໍ້າຢູ່ເປັນຍ່ານ ມີພື້ນກວ້າງປະມານ 20-30 ແມັດຄວາມສູງ 30 ຫາ 50-70 ແມັດ, ເປັນຮູບຖໍ້າຫີນສວຍງາມ ຄືຍ່າງຢູ່ໃນພະລາຊະວັງ ແລະ ຍ່າງແຕ່ປາກຖໍ້າເບື້ອງນີ້ ໄປເຖິງປາກຖໍ້າເບື້ອງນັ້ນ 30 ນາທີພໍດີ ( ໄປຍາມເດືອນ 03 ລຸຍນໍ້າ 09 ຍ່ານ ) ບ່ອນເລິກກວ່າເພິ່ນພຽງກົກຂາ ທັງເຢັນທັງໃສ.

.

10 ຍັງບໍ່ໄດ້ມີການພັດທະນາເລື່ອງພື້ນຖານໂຄງລ່າງ ຍັງເປັນເມືອງລັບແລຢູ່ ເດີນທາງຜ່ານປ່າ ຜ່ານນໍ້າ ຜ່ານຖໍ້າ ແລະ ເປັນຂົງເຂດຮັກສາເປັນມໍລະດົກອາຊຽນ ຕິດພັນກັບການສະເໜີຫີນໜາມໜໍ່ເປັນມໍລະດົກໂລກ ຖັດຈາກທົ່ງໃຫຫີນຕາມວາລະ.18 ມັງກອນ 2021.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

ຂອບໃຈຂ່າວຈາກ : ຊີວິດນີ້ນ້ອຍນັກ ນ້ອຍນັກຊີວິດນີ້