ວັນທີ 15 ມັງກອນ ຜ່ານມາ, ຄະນະສ າ ນ ອ າ ຍ າສ າ ນ ປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ນໍາສໍານວນຄະດີຢ າ ເ ສ ບ ຕິ ດ, ໂດຍມີຈໍາເລີຍ ຊື່ ທ້າວ ສຸລິຍັນ ຫຼື ຈູ ຢ າ ອາຍຸ 27 ປີ ຢູ່ບ້ານພູຂຽວ ເມືອງໄຊ ແຂວງອຸດົມໄຊ ໃນສະຖານສົມຜູ້ຮ່ວມຄິດຜະລິດ ຢ າ ເ ສ ບ ຕິ ດ ຂຶ້ນມາພິຈາລະນາຕັດສິນ, ເຊິ່ງຄະນະສານ ໄດ້ຕັ ດ ອິ ດ ສ ະຫ ລ ະ ພ າ ບ 15 ປີ ປັ ບ ໃ ໝ 100 ລ້ານກີບ ພ້ອມທັງຮິບເຄື່ອງຂອງທີ່ພົວພັນຈໍານວນຫຼາຍລາຍການ.

ອົງການ ໄ ອ ຍ ະ ກ າ ນ ປະຊາຊົນ ແຂວງອຸດົມໄຊ ໄດ້ຖະແຫຼງສໍານວນ ຄ ະ ດີ ໃຫ້ຮູ້ວ່າ: ໃນເວລາປະ ມານ 15:00 ໂມງ ວັນທີ 16 ທັນວາ 2019, ເຈົ້າ ໜ້າຕໍາຫຼວດໄດ້ສືບຮູ້ວ່າ ຢູ່ເຮືອນຂອງ ທ້າວລາວ ບີນລີ ຫຼື ບີ້ ຢູ່ບ້ານຫ້ວຍຕອງ ໄດ້ມີການເຄື່ອນ ໄຫວ ອັ ດ ຢ າ ບ້ າ; ຕໍ່ມາ, ໃນເວລາ 8:30 ໂມງ ຂອງວັນທີ 17 ທັນວາ 2019 ເຈົ້າໜ້າທີ່ ກໍໄດ້ເຂົ້າຈັບ ກຸມ ແລະ ກວດຄົ້ນເຄຫະສະຖານ ( ເຮືອນ ) ຂອງເປົ້າໝາຍ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ແລະ ອົງ ການປົກຄອງບ້ານຫ້ວຍຕອງ ເຂົ້າຮ່ວມແກ້ໄຂ.

ຜ່ານການກວດ ຄົ້ນພົບເຄື່ອງ ຂ ອ ງ ກ າ ງ ມີ ເຄື່ອງ ຈັກອັດຢ າ ບ້ າ ລຸ້ນ 9 ຫົວຕອກ ຈໍານວນ 1 ເຄື່ອງ, ຢ າ ບ້ າ ເມັດສີແດງ ຈໍານວນ 3.700 ເ ມັ ດ ນ້ໍາໜັກ 370 ກຼາມ, ຢ າ ບ້ າ ເມັດສີຂຽວ ຈໍານວນ 9.167 ເມັດ ນ້ໍາໜັກ 916,7 ກຼາມ, ເ ຮ ໂຣ ອິ ນ ຈໍານວນ 1 ກ້ອນນ້ອຍ ນໍ້າໜັກ 2,8 ກຼາມ, ແປ້ງຝຸ່ນ ສີ ແ ດ ງ ຈໍານວນ1 ຖົງ ນໍ້າໜັກ 297,8 ກຼາມ, ແປ້ງຝຸ່ນ ສີຂາວ ຈໍານວນ 1 ຖົງ ນໍ້າໜັກ 796,2 ກຼາມ,ແປ້ງຝຸ່ນສີ ຂຽວ ຈໍານວນ 1 ຖົງ ນ້ໍາໜັກ 11,2 ກຼາມ ແລະ ຫົວຕອກ ຢ າ ບ້ າ ມີເຄື່ອງໝາຍ ຕົວອັກສອນ WY ຈໍານວນ 50 ຫົວ ຊຸກເຊື່ອງຢູ່ຫ້ອງໃຕ້ດິນ ໃນເຮືອນ ຫຼັງດັ່ງກ່າວ, ແຕ່ເປົ້າໝາຍ ຊື່ ທ້າວ ລາວບິນລີ ຫຼື ບີ້ ແມ່ນບໍ່ຢູ່ເຮືອນ ມີແຕ່ນ້ອງຊາຍຂອງຜູ້ກ່ຽວ ແລະ ຄອບຄົວ, ຈຶ່ງໄດ້ກັກຕົວ ທ້າວ ສຸລິຍັນ ຫຼື ຈູ ຢ າ, ນາງ ພົວ ທໍ່ ( ເມຍ) ແລະ ທ້າວ ລາວບົວວາ ( ພໍ່ ) ພ້ອມເຄື່ອງ ຂ ອ ງ ກ າ ງ ຈໍາ ນວນດັ່ງກ່າວ ໄປດໍາເນີນການສອບສວນ ແລະ ໃນເວລາກັກຕົວ ທ້າວ ສຸລິຍັນ ມີໂທລະສັບ SAM SUNG ສີດໍາ 1 ເຄື່ອງ.

ຜ່ານການສອບສວນ ທ້າວ ສຸລິຍັນ ໄດ້ໃຫ້ການຮັບສາລະພາບວ່າ: ເຄື່ອງຂອງກາງຢູ່ຫ້ອງໃຕ້ດິນໃນຫ້ອງນອນຂອງທ້າວ ລາວບິນລີ ຫຼື ບີ້ ຢູ່ເຮືອນທີ່ບ້ານຫ້ວຍຕອງ ແມ່ນຂອງ ທ້າວ ລາວບິນລີ ທັງ ໝົດ; ເຊິ່ງໃນເດືອນມິຖຸນາ 2019, ຈຳ ເ ລີ ຍ ໄດ້ໄປເຮັດວຽກຮັບຈ້າງເປັນກໍາມະກອນ ເກັບໃບຊາຢູ່ບ້ານຢີວີ ເມືອງ ແລະ ແຂວງບໍ່ຮູ້ (ປະເທດຈີນ) ແລະ ໄດ້ຮູ້ຈັກກັບກໍາມະກອນ ທີ່ເຮັດວຽກເກັບ ໃບ ຊ າ ນໍາກັນ, ເຊິ່ງຜູ້ກ່ຽວໄດ້ຖາມຂາຍເຄື່ອງ ອັ ດ ຢ າ ບ້ າ ໃຫ້ຈຳເລີຍໃນລາຄາ 50.000. 000 ກີບ, ຈຳ ເລີຍ ຈຶ່ງໄດ້ຈົດເອົາເບີໂທ ຂອງຊາຍຄົນດັ່ງກ່າວໄວ້, ມາຮອດທ້າຍເດືອນກໍລະກົດ 2019 ຈຳເລີຍກໍໄດ້ກັບມາບ້ານ ກໍໄດ້ລົມເລື່ອງດັ່ງກ່າວນໍາ ທ້າວ ລາວ ບິນລີ ຜູ້ເປັນອ້າຍ ວ່າ ຢູ່ຈີນມີຄົນຈະຂາຍເຄື່ອງ ຈັກ ອັ ດ ຢ າ ບ້ າ ແລະ ຈຳເລີຍກໍເອົາເບີໂທລະສັບໃຫ້; ມາຮອດເດືອນກັນຍາ 2019, ທ້າວ ລາວບີນລີ ໄດ້ເວົ້ານໍາຈຳເລີຍວ່າ ຜູ້ກ່ຽວໄດ້ຮ່ວມທຶນກັບໝູ່ ຊື້ເຄື່ອງຈັກ ອັ ດ ຢ າ ບ້ າ.

ຈາກນັ້ນ, ທ້າວ ລາວບິນລີ ກໍໄດ້ພາຜູ້ຊາຍສອງຄົນ ( ບໍ່ຮູ້ຊື່ ແລະ ທີ່ຢູ່ ) ເຂົ້າມາປະຈໍາຢູ່ເຮືອນທີ່ບ້ານຫ້ວຍຕອງ ພວກກ່ຽວແມ່ນຢູ່ແຕ່ໃນຫ້ອງໝົດມື້ ຈົນຄໍ່າມືດ ຈຶ່ງພາກັນອອກມາແລ້ວກໍຂີ່ລົດອອກໄປ ໂດຍແມ່ນທ້າວ ລາວບິນລີ ເປັນຜູ້ຂັບລົດໄປຮັບ ໄປສົ່ງ.

ມາຮອດຕອນເຊົ້າຂອງວັນທີ 17 ທັນວາ 2019, ຕົນພ້ອມກັບນາງ ພົວທໍ ( ເມຍ ) ໄດ້ອອກຈາກເຮືອນທີ່ບ້ານພູຂຽວ ໄປບ້ານຫ້ວຍຕອງ ເພື່ອຈະໄປເບິ່ງສວນ ເມື່ອຕົນໄປຮອດ ແມ່ນບໍ່ເຫັນທ້າວ ລາວບີນລີ ຢູ່ເຮືອນເຫັນພຽງແຕ່ລົດ. ຢູ່ໄດ້ປະມານ 1 ຊົ່ວໂມງ ກໍມີເຈົ້າໜ້າທີ່ ປ ກ ສ ເຂົ້າມາກວດຄົ້ນເຮືອນ ແລະ ໄດ້ພົບເຫັນເຄື່ອງ ຂ ອ ງ ກ າ ງ ຈໍານວນດັ່ງກ່າວ ຢູ່ໃນຫ້ອງໃຕ້ດິນ; ເຊິ່ງເປັນຫ້ອງນອນຂອງ ທ້າວ ລາວບີນລີ, ເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວທ້າວ ສຸລິຍັນ, ນາງ ພົວທໍ ແລະ ທ້າວ ລາວບົວວາ ໄປດໍາເນີນຄະດີຕາມກົດໝາຍ.

ສ່ວນ ນາງ ພົວທໍ ແລະ ທ້າວ ລາວບົວວາ ຜ່ານການສອບສວນຂອງເຈົ້າໜ້າທີ່ເຫັນວ່າ: ພວກກ່ຽວ ບໍ່ມີສ່ວນພົວພັນກັບການກະທໍາຜິດໃນຄັ້ງນີ້ ແລະ ເຈົ້າໜ້າທີ່ ຈຶ່ງໄດ້ປ່ອຍຕົວທັງສອງຄົນ ຕາມຄໍາສັ່ງປ່ອຍຕົວ ສະບັບເລກທີ 078/ປກສ.ອຊ, ລົງວັນທີ 21 ມັງກອນ 2020 ແລະ ສະບັບເລກທີ 02/ອຍກຂ.ອຊ, ລົງວັນທີ 28 ກຸມພາ 2020.

ຜ່ານການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກ ຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະພາວະວິໄສ ແລ້ວເຫັນວ່າ: ການກະທໍາຂອງທ້າວ ສຸລິຍັນ ຫຼື ຈຸ ຢ າ (ຈໍ າ ເ ລີ ຍ) ໃນຄັ້ງນີ້ມີຄວາມຜິດຕາມຂໍ້ກ່າວ ຫາແທ້, ເຊິ່ງສະແດງອອກ ໃນເວລາເຈົ້າໜ້າທີ່ເຂົ້າກວດຄົ້ນເຮືອນ ໄດ້ພົບເຫັນເຄື່ອງຂອງກາງຈໍານວນດັ່ງກ່າວ ຕາມບົດບັນທຶກການກວດຄົ້ນສະ ບັບລົງວັນທີ 17 ທັນວາ 2019 ແລະ ຕາມຄໍາໃຫ້ການຂອງ ຈໍ າ ເ ລີ ຍ.

ການກະທໍາຂອງ ຈໍ າເ ລີ ຍ ໃນຄັ້ງນີ້, ເປັນການສົມ ຮູ້ຮ່ວມຄິດ ຕາມປະມວນກົດໝາຍອາຍາ ມາດຕາ 30 ແລະ ຜິດຕໍ່ປະມວນກົດໝາຍ ອ າ ຍ າ ພາກສະ ເພາະ ໃນໝວດທີ 8 ການກະທໍາຜິດກ່ຽວກັບ ຢ າ ເ ສ ບ ຕິ ດ ຕາມມາດຕາ 315 ວັກ 3 ການສົມຮູ້ຮ່ວມຄິດຜະລິດ ຢ າ ບ້ າ.

ດ້ວຍເຫດນີ້, ຄະນະສານ ອ າ ຍ າ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ຈຶ່ງໄດ້ຕັດສິນ ທ້າວ ສຸລິຍັນ (ຈໍ າ ເ ລີ ຍ) ມີຄວາມຜິດທາງ ອ າ ຍ າ ໃນສະຖານສົມ ຮູ້ຮ່ວມຄິດຜະລິດ ຢ າ ບ້ າ ລົງໂທດຕັດອິດສະ ລະພາບ 15 ປີ ປັບໃໝ 100.000.000 ກີບ ພ້ອມທັງຮິບເຄື່ອງຂອງກາງ ທີ່ມີສ່ວນພົວພັນກັບ ຢ າ ເ ສ ບ ຕິດ ໄປທໍາລາຍຖິ້ມ ແລະ ຮິບລົດກະບະ TOYO TA ລຸ້ນ VIGO ໝາຍເລກທະບຽນ ກດ 3252 ສະຫວັນນະເຂດ ມາເປັນຂອງລັດ.

Leave a Reply

Your email address will not be published. Required fields are marked *