ຫາກທ່ານມີໂອກາດ ມາທ່ຽວນະຄອນຫຼວງວຽງຈັນ ຂໍເຊີນຊວນ ມາທ່ຽວຊົມ ແລະ ກາບບູຊາ ພຣະຫຼັກເມືອງວຽງຈັນ ເພື່ອຄວາມເປັນສິຣິມຸງຄຸນ ແກ່ຕົນເອງ ແລະຄອບຄົວ. ສະຖານທີ່ແມ່ນຢູ່ໃກ້ກັບວັດສີເມືອງ ນະຄອນຫຼວງວຽງຈັນ. ຫຼັກເມືອງວຽງຈັນ ເຮັດດ້ວຍໄມ້ຈັນຫອມ ທີ່ເປັນຕົ້ນໄມ້ມຸງຄຸນ.

ພິທີການສະເຫຼີມສະຫຼອງຫຼັກເມືອງວຽງຈັນທີ່ຖືກສ້າງຂຶ້ນໃໝ່ ໄດ້ມີຂຶ້ນຢ່າງເປັນທາງ ການໃນວັນທີ່ 16-17 ພະຈິກ 2012 ຢູ່ບ້ານເພຍວັດ ເມືອງສີສັດຕະນາກ ນະຄອນວຽງຈັນ. ໃຊ້ເວລາກໍ່ສ້າງ ນັບແຕ່ເດືອນກຸມພາ ປີ 2010 ເປັນຕົ້ນມາ ແລະການກໍ່ສ້າງກໍສໍາເລັດແລ້ວ ໃນເດືອນຕຸລາ ປີ 2012 ທີ່ຜ່ານມາ ໂດຍໄດ້ໃຊ້ຈ່າຍງົບປະມານກໍ່ສ້າງໄປທັງໝົດ 15 ຕື້ກີບທີ່ໄດ້ຮັບການສະໜັບສະໜຸນ ຈາກລັດຖະບານ ແລະບໍລິຈາກສົມທົບຂອງປະຊາຊົນລາວຈາກທົ່ວປະເທດ.

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ພາຍຫຼັງການຄົ້ນພົບ ເສົາຫຼັກເມືອງບູຮານ ທີ່ເຮັດດ້ວຍຫີນ ຈຳນວນ 193 ຫຼັກ ໃນຄັ້ງວັນທີ 16 ມັງກອນ 2007, ໄລຍະຕໍ່ມາ ໃນວັນທີ 29 ທັນວາ 2009 ໃນຄະນະທີ່ ການຂຸດຄົ້ນສຳຫຼວດ ເພື່ອກຽມພື້ນທີ່ ໃຫ້ແກ່ການກໍ່ສ້າງຫໍຫຼັກ ເມືອງວຽງຈັນນີ້ ນັກບູຮານວິທະຍາ, ກົມມໍລະດົກ, ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍ່ພົບເຫັນເສົາຫຼັກເມືອງອີກ ເປັນຈຳນວນ 225 ຫຼັກ ແລະ ຄັ້ງທີສາມ ໃນວັນທີ 7 ມັງກອນ 2010 ຈຳນວນ 55 ຫຼັກ, ລວມທັງສາມຄັ້ງ ເປັນຈຳນວນ 473 ຫຼັກ.

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ການສ້າງ ຫໍຫຼັກເມືອງວຽງຈັນ ເທື່ອນີ້ ແມ່ນເພື່ອຈຸດປະສົງ ປົກປັກຮັກສາ ວັດຖຸບູຮານ ທີ່ໄດ້ຄົ້ນພົບ ແລະ ໄດ້ຄົ້ນຄ້ວາວິໄຈ ໂດຍນັກບູຮານນະຄະດີ ແລ້ວວ່າ: ເປັນວັດຖຸ ປະກອບເຂົ້າໃນພິທີການກໍ່ຕັ້ງ ແລະ ສະເຫຼີມສະຫຼອງ ເສົາຫຼັກເມືອງວຽງຈັນ ໃນສະໄໝກ່ອນ ຕາມຮີດຄອງປະເພນີ ເກົ່າແກ່ບູຮານ ຂອງຊົນຊາດລາວເຮົາ. ເສົາຫຼັກເມືອງ ຈຳນວນ 473 ຫຼັກນີ້ ລ້ວນແຕ່ເຮັດດ້ວຍ ຫີນແກະສະຫຼັກ ເປັນຫຼາຍຮູບ ຫຼາຍແບບຈົບງາມ ແລະ ສ່ວນໃຫ່ຍພອກດ້ວຍຄຳປິວ ເຊິ່ງສະແດງອອກ ໃຫ້ເຫັນວ່າ ຄົນລາວບູຮານ ໄດ້ໃຫ້ຄຸນຄ່າ ແລະ ຄວາມໝາຍຄວາມສຳຄັນອັນສູງສົ່ງ ຕໍ່ວັດຖຸເຫຼົ່ານັ້ນ.

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ຫີນຈຳນວນໜຶ່ງ ເປັນຮູບເສົາ 6 ຫຼ່ຽມ, ມີຍອດ ເປັນຮູບດອກບົວຈູມ ແຕ່ສ່ວນຫຼວງຫຼາຍ ເປັນຮູບໃບເສມາ, ເປັນຮູບແຜ່ນສີ່ຫຼ່ຽມ, ມີເສັ້ນຜ່ານກາງ ທາງລວງຕັ້ງ ແລະ ມີຍອດສ້ວຍໃບໂພ. ບູຮານວັດຖຸເຫຼົ່ານີ້ ຈັດວາງໄວ້ ເປັນສາມກຸ່ມຫ່າງກັນ ປະມານ 1,5 ແມັດ ແລະ ແຕ່ລະກຸ່ມ ກວມເນື້ອທີ່ ເປັນຮູບສີ່ຫຼ່ຽມຜືນຜ້າ ປະມານ 1,20 X 1,70 ແມັດ ກ້ອນເສມາ ຈັດລຽງເປັນ 3-4 ຊັ້ນ, ສູງປະມານ 60 ຊັງຕີແມັດ, ລວງຍາວສຸດ ວັດແທກ ຈາກຂອບນອກ ຂອງກຸ່ມທີ່ 1 ຫາ ຂອບນອກ ຂອງກຸ່ມທີ 3 ແມ່ນ 7 ແມັດ, ຈັດຢູ່ໃນແຖວ ເສັ້ນຊື່. ຫໍຫຼັກເມືອງ ທີ່ສ້າງຂຶ້ນໃໝ່ນີ້ ແມ່ນກວມເອົາ ຫີນເສມາ ທັງສາມກຸ່ມນີ້ ແລະ ຖືເປັນຈຸດໃຈກາງ. ທັງນີ້ ກໍ່ເພື່ອຈະຮັກສາ ຄວາມໝາຍທີ່ ສັກສິດ ຂອງຈຸດທີ່ຕັ້ງເດີມ ເຊິ່ງບັນພະບູລຸດຂອງເຮົາ ໄດ້ກຳນົດເອົາໄວ້ແລ້ວນັ້ນ.

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ໃນຈຳນວນເສມາ 473 ຫຼັກນີ້, ມີຫຼັກໜຶ່ງມີ ຄຳຈາລຶກ ເຊິ່ງຊີ້ບອກເຖິງ ຂອບເຂດປູຊະນິຍະສະຖານແຫ່ງນີ້ ແລະ ອີກຫຼັກໜຶ່ງ ມີດວງຊະຕາບັນທຶກ ວັນເວລາ ຕັງເສມາ ເຫຼົ່ານີ້. ຜ່ານການຄົ້ນຄ້ວາວິໄຈ ທາງດາລາສາດ ຂໍ້ມູນທີ່ໄດ້ຈາລຶກຕ່າງໆ ຂອງດວງຊາຕານັ້ນ ໄດ້ອະທິບາຍວ່າ: ພິທີກຳ ຄັ້ງນັ້ນໄດ້ຈັດຂຶ້ນ ໃນມື້ເດືອນ 3 ແຮມ 10 ຄໍ່າ ປີກຸນ ຫຼື ປີກັດໃຄ້ຈຸນລະ ສັງກາດ 901 ເຊິ່ງກົງກັບ ວັນຈັນ ວັນທີ 16 ກຸມພາ ຄຣິດຕະສັງກາດ 1540. ເມື່ອກວດເບິ່ງ ອານາຈັກລາວລ້ານຊ້າງແລ້ວ ພວກເຮົາຈະເຫັນວ່າ ມີບາງເຫດການທີ່ສຳຄັນ ແລະ ຊ່ວຍອະທິບາຍ ການຈັດພິທີສະຫຼອງ ເມືອງວຽງຈັນ ໃນປີ ຄສ 1540 ໄດ້ດັ່ງນີ້:

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ປີ ຄສ 1520-1550 ແມ່ນລາຊະການ ຂອງເຈົ້າໂພທິສະລາດ, ພະອົງເປັນລາຊະບຸດ ຂອງເຈົ້າວິຊຸນນະລາດ ແລະ ເປັນພະບິດາ ຂອງເຈົ້າໄຊຍະເສດຖາທິລາດ. ຄສ 1527 ເຈົ້າໂພທິສະລາດ ໄດ້ອອກພະລາຊະອົງການ ໃຫ້ລົບລ້າງຄວາມເຊື່ອ ເລື່ອງຜີສາງ ແລະ ຍົກເລີກຫໍຜີຕ່າງໆ ເພື່ອເປັນແບບຢ່າງ ພະອົງ ໄດ້ສັ່ງມ້າງຫໍຜີ ແລະ ສ້າງວັດສັງຄະໂລກ ຂຶ້ນແທນທີ່ ເມືອງຊຽງດົງ ຊຽງທອງ ກໍ່ຄື ຫຼວງພະບາງ ໃນປະຈຸບັນ. ປີ ຄສ 1533 ເຈົ້າໂພທິສະລາດ ໄດ້ສະເດັດມາປະທັບຢູ່ ເມືອງວຽງຈັນ ແລະ ໄດ້ລົງມື ປັບປຸງຂະຫຍາຍ ໂຄງລ່າງພື້ນຖານ ຂອງຕົວເມືອງວຽງຈັນ ໃນສະໄໝນັ້ນ ໃຫ້ກ້ວາງຂວາງອອກ.

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ປີ ຄສ 1536 ເຈົ້າໂພທິສະລາດ ສາມາດຕີ ເອົາຊະນະສົງຄາມ ແຊກແຊງ ຂອງສັກດີນາອາຍຸດທະຍາ ທີ່ໄດ້ບຸກລຸກເຂົ້າມາດິນແດນລ້ານຊ້າງ ໃນສະໄໝນັ້ນ. ຕໍ່ໄຊຊະນະ ດັ່ງກ່າວນີ້ ປະທານໄກສອນ ພົມວິຫານ ໄດ້ກ່າວໄວ້ໃນປຶ້ມ: “ບາງບົດຮຽນຕົ້ນຕໍ ແລະ ບາງບັນຫາ ກ່ຽວກັບທິດທາງໃໝ່ ຂອງການປະຕິວັດລາວ” ທີ່ພິມໃນປີ 1979 ວ່າ: ປະຊາຊົນເຮົາ ໄດ້ດຳເນີນ ສົງຄາມປົກປັກຮັກສາ ປິຕຸພູມ ແລະ ລຸກຮືຂຶ້ນຕໍ່ສູ້ ຍາດເອົາອະທິປະໄຕ ແຫ່ງຊາດ ຕ້ານການຮຸກຮານ ແລະ ການຄອບຄອງ ຂອງບັນດາ ສັກດີນາສະຫຍາມ ແລະ ພະມ້າ ຕັ້ງຫຼາຍຄັ້ງຕໍ່ເນື່ອງກັນ.

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ອັນເດັ່ນ ແມ່ນໄຊຊະນະ ທີ່ເມືອງວຽງຄຸກ ປີ 1536 ໃນລາຊະການ ເຈົ້າໂພທິສະລາດ ທີ່ໄດ້ທັບມ້າງກົນອຸບາຍ ແຜ່ຂະຫຍາຍອຳນາດ ຂອງເຈົ້າຈັກກະພັດອາຍຸດທະຍາ ໃຫ້ມຸ່ນທະລາຍໄປ. ພາຍຫຼັງໄຊຊະນະ ອັນຍິ່ງໃຫ່ຍນັ້ນ ເຈົ້າໂພທິສະລາດ ອາດຈະຍາດເອົາຖ່ວງທ່າອັນດີ ເພື່ອເພີ່ມທະວີຄວາມເຂັ້ມແຂງ ດ້ານການປ້ອງກັນຊາດ ດ້ວຍການບູລະນະ ຕົວເມືອງວຽງຈັນ ໃຫ້ກາຍເປັນປ້ອມໝັ້ນ ແລະ ເປັນຕົວເມືອງທີ່ຈະເລີນຮຸ່ງເຮືອງ.

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ການເຕົ້າໂຮມກຳລັງ ມະຫາຊົນ ທີ່ແນ່ໃສ່ຂະຫຍາຍ ຄວາມສາມັກຄີອັນມະຫາສານນັ້ນ ຈຶ່ງຕ້ອງປຸກລະດົມ ປະຊາຊົນໃນຂອບເຂດກ້ວາງຂວາງ ແລະ ນຳເອົາວັດຖຸມິ່ງຂວັນ ຂອງບ້ານເມືອງ ເຊິ່ງແມ່ນ ເສົາຫີນນັ້ນມາເຮັດພິທີຮ່ວມກັນ ເພື່ອເຕົ້າໂຮມ ຄວາມເປັນເອກະພາບ ແລະ ເດັດດ່ຽວ, ປະຕິບັດຕາມຄຳສັ່ງ ຂອງຜູ້ເປັນເຈົ້າຊີວິດ ປົກຄອງແຜ່ນດິນໃນເວລານັ້ນ.

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

ພຣະຫຼັກເມືອງວຽງຈັນ – ພາບງາມໆໂດຍ: Teng

Leave a Reply

Your email address will not be published. Required fields are marked *