ພາວະເງິນເຟີ້ຄືເຫດການບໍ່ປົກກະຕິທີ່ກະທົບຕໍ່ເສດຖະກິດຂອງປະເທດໜຶ່ງ. ຖ້າເງິນເຟີ້ປະຊາຊົນຈະມີຄວາມຍາກລໍາບາກໃນການດໍາລົງຊີວິດ. ເຂົາເຈົ້າຈະໃຊ້ເງິນຊື້ເຄື່ອງອຸປະໂພກແລະບໍລິໂພກໄດ້ໜ້ອຍລົງ ເນື່ອງຈາກມີການປຽບທຽບຄ່າເງິນຕາຂອງປະເທດຕົນເອງກັບປະເທດທີ່ ທໍາການຄ້າຂາຍນໍາກັນ. ຜູ້ຄົນມັກສົນໃຈວ່າ ມື້ນີ້ອັດຕາແລກປ່ຽນເງິນຕາເປັນເທົ່າໃດ? ເຊັ່ນ: 1 ໂດລາ ຫຼື 1 ບາດເທົ່າກັບຈັກກີບ. ຕາມທິດສະດີທາງເສດຖະສາດ ພາວະເງິນເຟີ້ສະທ້ອນເຖິງຄວາມບໍ່ມີສະເຖຍຣະພາບທາງດ້ານເສດຖະກິດຂອງປະເທດ ແລະການຂາດດູນການຄ້າກັບປະເທດອື່ນ. ຄວາມຈິງແລ້ວພາວະເງິນເຟີ້ເກີດຂຶ້ນຈາກຫຼາຍປັດໄຈ.

เชื่อหรือไม่!! นี่คือ "ซิมบับเว" ประเทศที่มีปัญหาเงินเฟ้อมากที่สุด  จะซื้อไข่ไก่สามฟองต้องใช้เงินถึง100ล้าน

.

Image may contain: 1 person, text

ຕອນທີ່ຜູ້ຂຽນລໍຖ້າຂຶ້ນຍົນຢູ່ທີ່ສະໜາມບິນສະຫວັນນະເຂດເພື່ອກັບຄືນນະຄອນວຽງຈັນ ໄດ້ຍິນຄົນລົມກັນຢູ່ຮ້ານກິນດື່ມວ່າ ອັດຕາແລກປ່ຽນ 100 ໂດລາຕໍ່ 1 ລ້ານກີບ. ຜູ້ຂຽນຕົກໃຈ ເພາະບໍ່ຄິດວ່າເງິນກີບລາວຈະເຟີ້ເຖິງຂະໜາດນີ້. ຕົນເອງເຄີຍເຫັນຜ່ານຕາ ທີ່ບາງຄົນຂຽນກ່ຽວກັບເງິນເຟີ້ລົງທາງເຟັສບຸຄ ແຕ່ບໍ່ໄດ້ບອກວ່າ ເຟີ້ຈັກເປີເຊັນ. ຜູ້ຂຽນກໍທໍາໃຈເຢັນ ຄິດວ່າຖ້າເງິນກີບເຟີ້ກໍຄົງບໍ່ຫຼາຍ ເໝືອນດັ່ງທີ່ເຄີຍເກີດຂຶ້ນຜ່ານມາ. ເນື່ອງຈາກຕົນເອງບໍ່ໄດ້ແລກປ່ຽນເງິນເກືອບສອງປີແລ້ວ ເພາະພະຍາຍາມໃຊ້ຊີວິດທີ່ລຽບງ່າຍ ຢາກໃຊ້ໜ້ອຍທີ່ສຸດແລະຈ່າຍໜ້ອຍທີ່ສຸດ ຄືຈັດຢູ່ໃນຈໍາພວກ (Minimalists) ຈຶ່ງບໍ່ຮູ້ວ່າ ບັດນີ້ພາວະເງິນເຟີ້ໄດ້ມາກະທົບຕໍ່ຊີວິດ ປະຈໍາວັນຂອງພວກເຮົາແລ້ວ. ຄັນຊັ້ນແຕ່ນີ້ຕໍ່ໄປ ພວກເຮົາຈະທໍາຕົວແນວໃດ ເພື່ອໃຫ້ດໍາລົງຊີວິດຢູ່ໄດ້?

เลดี้วิศวะ (ความคิดของเบลล์)] ปวดใจ

.

Image may contain: 1 person, text

ໃນຊຸມປີ 1980 ເມື່ອຄັ້ງໜຶ່ງຜູ້ຂຽນເດີນທາງໄປຝຶກງານຢູ່ປະເທດຮົ່ງກຣີ ໂດຍຜ່ານຮ່າໂນ້ຍ. ຂະນະນັ້ນປະເທດຫວຽດນາມຫາກໍຟື້ນຕົວຈາກສົງຄາມ. ຕອນທີ່ຜູ້ຂຽນເດີນທາງໄປຫວຽດນາມ ຂະນະນັ້ນ ອັດຕາແລກປ່ຽນເງິນ 1 ໂດລາ ຕໍ່ 2000 ດົງ (ສະກຸນເງິນຫວຽດນາມ). ພວກເຮົາໄປຝຶກງານຢູ່ຮົ່ງກຣີເປັນເວລາໜຶ່ງເດືອນ. ເມື່ອພວກເຮົາກັບຄືນມາຫວຽມນາມ ເພື່ອລໍຖ້າຂຶ້ນຍົນກັບຄືນວຽງຈັນ ເງິນດົງເຟີ້ເພີ່ມຂຶ້ນອີກເທົ່າຕົວ ຄື 1 ໂດລາ ມາເປັນ 4000 ດົງ. ໃນໄລຍະນັ້ນ ປະຊາຊົນຫວຽດຍັງຢູ່ໃນພາວະຫຍຸ້ງຍາກຂາດເຂີນອີ່ຫຼີ. ເຂົາເຈົ້ານຸ່ງເຄື່ອງຝ້າຍຊຸດດໍາໝົດທຸກຄົນຢູ່ ໃນຂະນະດຽວກັນ ຢູ່ທີ່ວຽງຈັນຄົນລາວນຸ່ງເຄື່ອງສີສັນສວຍງາມ. ເຂົາເຈົ້າເອົາສິນຄ້າຕ່າງປະເທດເຂົ້າມາໜ້ອຍທີ່ສຸດ. ຄົນທົ່ວໄປໄດ້ກິນແຕ່ເບຍຈືດໆ ຊື່ ເບຍເຮີ່ຍ. ຮ້ານອາຫານຕ່າງປະເທດບໍ່ມີເລີຍ ມີແຕ່ຮ້ານທໍາມະດາຂອງປະຊາຊົນ. ຂະນະນັ້ນຢູ່ທີ່ປະເທດລາວ ພວກເຮົາຍັງມີຮ້ານຂາຍເຝີ້ຂອງລັດຢູ່. ເຂົາເຈົ້າກໍ້າກືນຝືນທົນ ອົດທຸກອົດຍາກ ພະຍາຍາມສ້າງເສດຖະກິດຂອງຕົນເອງໃຫ້ ເຂັ້ມແຂງຂຶ້ນເລື້ອຍໆ.

ซิมบับเว” (Zimbabwe) ตอนนี้เป็นยังไงครับ - Pantip

.

Image may contain: 1 person

ປັດຈຸບັນຫວຽດນາມເປັນປະເທດທີ່ມີຄວາມກ້າວໜ້າທາງດ້ານເສດຖະກິດ ເປັນອັນດັບໜຶ່ງຂອງປະເທດອາຊຽນໃນການສົ່ງເຂົ້າອອກຂາຍໄປທົ່ວໂລກ ທັງສົ່ງອອກກາເຟແລະເຄື່ອງທະເລ. ປະເທດມີເງິນສໍາຮອງຫຼາຍຂຶ້ນ ສາມາດນໍາໄປໃຊ້ເຂົ້າໃນໂຄງການຕ່າງໆ ເພື່ອເຮັດໃຫ້ເສດຖະກິດສາມາດແຂ່ງຂັນກັບປະເທດອື່ນໄດ້. ເຂົາເຈົ້າສາມາດສ້າງໂຮງງານຕົວຢ່າງແບບດຽວກັບຢູ່ປະເທດຍີ່ປຸ່ນ ເພື່ອໃຫ້ຊ່ຽວຊານຍີ່ປຸ່ນມາຝຶກທັກສະແຮງງານລະດັບສູງໃຫ້ແກ່ກໍາມະກອນຫວຽດນາມ ແລ້ວສົ່ງໄປເຮັດວຽກຢູ່ໃນໂຮງຈັກໂຮງງານທີ່ປະເທດຍີ່ປຸ່ນ ເປັນການຫາລາຍໄດ້ເຂົ້າປະເທດ. ນອກຈາກນັ້ນ ລັດຖະບານຫວຽດນາມຍັງຈະຈ້າງບໍລິສັດຍີ່ປຸ່ນມາສ້າງໂຮງງານໄຟຟ້າພະລັງງານ ນິວເຄລັຍ 9 ແຫ່ງຢູ່ທົ່ວປະເທດ. ແມ້ແຕ່ກິລາເຕະບານ ລັດຖະບານຍັງມີເງິນ ອຸດໜູນໃຫ້ແຕ່ລະສະໂມສອນ 1 ລ້ານໂດລາ. ຈຶ່ງບໍ່ເປັນເລື່ອງແປກທີ່ຫວຽດນາມຄອງແຊ້ມເຕະບານ ໃນກຸ່ມປະເທດອາຊຽນໃນຂະນະນີ້.

ในตอนนี้ประชาชนที่ร่ำรวยเงินมากที่สุดยังไช่ ซิมบัพเว อยู่หรือป่าว - Pantip

ຍາມໃດເຂົ້າໄປຊື້ເຄື່ອງຢູ່ຮ້ານສັບພະສິນຄ້າ ໂດຍສະເພາະຕ້ອງການຊື້ມີດແຖວໜວດ, ຢາຖູແຂ້ວແລະຖ່ານໄຟສາຍ ຜູ້ຂຽນວາດສາຍຕາເບິ່ງສິນຄ້າທີ່ຈັດວາງຢູ່ຕາມຖ້ານຂອງຕູ້ຕ່າງໆ ຢູ່ບ່ອນໃດກໍມີແຕ່ສິນຄ້າອຸປະໂພກແລະບໍລິໂພກຈາກຕ່າງປະເທດ ສ່ວນຫຼາຍຈາກປະເທດໄທ. ສ່ວນຜະລິດຕະພັນຂອງລາວມີແຕ່ເຂົ້າໜົມ, ນົມສົ້ມ, ເຫຼົ້າເບຍ, ນໍ້າອັດລົມ, ຢາສູບ, ນໍ້າດື່ມແລະອື່ນໆ ຊຶ່ງກວມເອົາພຽງ 2-3 ເປີເຊັນຂອງສິນຄ້າທັງໝົດ. ດ້ວຍເຫດນີ້ປະເທດລາວຈຶ່ງຂາດດູນການຄ້າກັບປະເທດໄທ ເພາະມີຫຼາຍສິ່ງຫຼາຍຢ່າງທີ່ພວກເຮົາຍັງ ຜະລິດເອງບໍ່ໄດ້ ແມ້ແຕ່ດອກໄມ້ເພື່ອໃຊ້ປະດັບປະດາໃນກອງປະຊຸມແລະພິທີສໍາຄັນຕ່າງໆ ກໍຍັງນໍາເຂົ້າມາຈາກຕ່າງປະເທດ.

ຕ້ອງຍອມຮັບນໍາກັນວ່າ ໃນຊີວິດປະຈໍາວັນຂອງພວກເຮົານັ້ນ ພວກເຮົາໜີບໍ່ມົ້ມກົ້ມບໍ່ຫວິດໃນການໃຊ້ສິນຄ້າຕ່າງປະເທດ ເຊັ່ນ: ຄອມພິວເຕີ, ມືຖື, ໂທລະພາບ, ຈັກຊັກເຄື່ອງ, ລົດຍົນ, ເຫຼົ້າແວງ, ວິສກີແລະເຄື່ອງຍີ່ຫໍ້ດັງໆ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ຊື້ດ້ວຍເງິນຕາຕ່າງປະເທດ ຊຶ່ງໝາຍເຖິງການແລກປ່ຽນເງິນກີບໄປເປັນເງິນໂດລາແລະເງິນບາດ ເຮັດໃຫ້ເງິນຕາຫຼັ່ງໄຫຼອອກຕ່າງປະເທດ. ອັນນີ້ແມ່ນປັດໄຈໜຶ່ງເຮັດໃຫ້ເກີດພາວະເງິນເຟີ້. ແນວໃດກໍດີ ໃນນາມທີ່ພວກເຮົາເປັນພົນລະເມືອງລາວຄົນໜຶ່ງ ຖ້າພວກເຮົາມີຈິດສໍານຶກແລະມີຄວາມຮັບຜິດຊອບຕໍ່ຊາດບ້ານເມືອງ ພວກເຮົາສາມາດຊ່ວຍເຮັດໃຫ້ພາວະເງິນເຟີ້ຫຼຸດໜ້ອຍຖອຍລົງໄດ້ໃນລະດັບໜຶ່ງ.

Image may contain: 1 person

ກ່ອນອື່ນພວກເຮົາພາກັນປ່ຽນແປງພຶດຕິກໍາການໃຊ້ເຄື່ອງຂອງ, ການຊື້ສິນຄ້າຕ່າງປະເທດ ແລະພຶດຕິກໍາການກິນການດື່ມຂອງພວກເຮົາລອງເບິ່ງ. ຜູ້ທີ່ເຄີຍຄິດຢາກຊື້ລົດເກັງລາຄາແພງໆມາຂີ່ ອາດປ່ຽນມາຊື້ລົດເກັງລາຄາປານກາງ ແຕ່ສາມາດຂີ່ໄປເຮັດວຽກ ການໄດ້ກໍພໍ. ພວກເຮົາລອງ ພະຍາຍາມເຂົ້າ Super Market, Shopping Mall, Minimart ໃຫ້ໜ້ອຍລົງ. ຖ້າຜ່ານມາ ພວກເຮົາເຂົ້າໄປເລາະຊື້ເຄື່ອງຢູ່ສະຖານທີ່ເຫຼົ່ານີ້ເປັນປະຈໍາ ປ່ຽນມາເປັນເດືອນລະຄັ້ງຫຼືສາມເດືອນຕໍ່ໜຶ່ງຄັ້ງກໍຄົງຈະດີ. ຜູ້ໃດທີ່ນິຍົມກິນນໍ້າມັນເບີ, ເນີເຄັມ, ຊີ້ນແກະ, ຊີ້ນງົວ, ຊີ້ນແກກາຣູ, ປາຊານມອນ ຫຼື ເຄື່ອງທະເລ ແລ້ວຫັນມາກິນອາຫານພື້ນບ້ານແບບລາວໆ ຊຶ່ງປຸງແຕ່ງຈາກສ່ວນປະສົມ (Ingredients) ທີ່ມີຢູ່ໃນປະເທດຂອງເຮົາເອງລອງເບິ່ງ. ກ່ຽວກັບເຄື່ອງນຸ່ງນັ້ນ ຖ້າພວກເຮົາຄົ້ນເຄື່ອງນຸ່ງທີ່ມີຢູ່ທັງໝົດອອກມາເບິ່ງ ກໍຈະຮູ້ວ່າພວກເຮົາມີເຄື່ອງນຸ່ງພຽງພໍທີ່ຈະນຸ່ງ ເໝາະກັບລະດູ ການແລະພິທີສໍາຄັນຕ່າງໆ ດັ່ງນັ້ນ ພວກເຮົາບໍ່ຈໍາເປັນຊື້ເຄື່ອງນຸ່ງໃໝ່ໄດ້ບໍ່? ໃນພິທີສະຫຼອງງານບຸນຕ່າງໆ ພວກເຮົາກໍລອງປ່ຽນລົດນິຍົມການດື່ມເຫຼົ້າວິສກີ, ເຫຼົ້າແວງ, ເຫຼົ້າເບຍຕ່າງປະເທດ ແລ້ວປ່ຽນມາດື່ມນໍ້າໝາກໄມ້ຫຼືນໍ້າອັດລົມກໍໄດ້. ແຕ່ຖ້າອົດກິນເຫຼົ້າບໍ່ໄດ້ແທ້ໆ ກໍດື່ມເບຍລາວພໍຫອມປາກຫອມຄໍກໍຄົງຈະດີ.

ในตอนนี้ประชาชนที่ร่ำรวยเงินมากที่สุดยังไช่ ซิมบัพเว อยู่หรือป่าว - Pantip

ປະເທດໃດມີເສດຖະກິດໝັ້ນຄົງ ສາມາດຜະລິດອາຫານພຽງພໍແກ່ການບໍລິໂພກ ແລະສາມາດຜະລິດເຄື່ອງໃຊ້ສອຍປະຈໍາວັນໄດ້ພຽງພໍ ກໍຈະບໍ່ມີບັນຫາເງິນເຟີ້. ປະເທດທີ່ອີງໃສ່ແຕ່ການລົງທຶນຈາກຕ່າງປະເທດ ກໍກາຍເປັນຫົວເມືອງຂຶ້ນດ້ານເສດຖະກິດຂອງປະເທດອື່ນ. ຕົວຢ່າງ: ປະເທດອາເຈັນຕີ່ນ່າທີ່ໃຫ້ບໍລິສັດຕ່າງປະເທດມາສ້າງຖະໜົນຫົນທາງ ປະຊາຊົນຈະເດີນທາງໄປໃສ ກໍຕ້ອງຈ່າຍຄ່າທາງ. ແມ້ແຕ່ນໍ້າກິນ ປະຊາຊົນກໍຕ້ອງຊື້ນໍ້າດື່ມທີ່ຜະລິດໂດຍບໍລິສັດຕ່າງປະເທດ. ຢູ່ທົ່ວປະເທດມີຮ້ານຊັບພະສິນຄ້າ (Shopping Malls) 200 ແຫ່ງຊຶ່ງເປັນຂອງບໍລິສັດຝຣັ່ງ ເຮັດໃຫ້ຮ້ານຂາຍເຄື່ອງຍ່ອຍຂອງປະຊາຊົນຕ້ອງປິດໝົດ. ນອກຈາກນັ້ນ ການຂຸດຄົ້ນບໍ່ແຮ່ແລະນໍ້າມັນ ກໍລ້ວນແຕ່ແມ່ນບໍລິສັດຕ່າງປະເທດໄດ້ສໍາປະທານໝົດ. ໃນທີ່ສຸດ ປະເທດອາເຈັນຕີນ່າ ຊຶ່ງເຄີຍເປັນປະເທດທີ່ຈະເລີນກ້າວໜ້າມາກ່ອນ ບັດນີ້ໄດ້ກາຍເປັນປະເທດລົ້ມລະລາຍໄປແລ້ວ.

ບັນຫາເງິນເຟີ້ອາດເກີດຂຶ້ນໄດ້ຈາກມືທີ່ເບິ່ງບໍ່ເຫັນ ໂດຍສະເພາະຈາກນໍ້າມື້ມະຫາເສດຖີ ຂອງໂລກ ຊຶ່ງມີເງິນໂດລາຢູ່ໃນມືເປັນຈໍານວນຫຼາຍແສນລ້ານໂດລາ. ບຸກຄົນເຫຼົ່ານີ້ມັກໃຊ້ອິດທິພົນ ກໍານົດຄ່າເງິນໂດລາໃຫ້ຢູ່ໃນລະດັບທີ່ຕົນເອງຕ້ອງການ ເພາະທຸກປະເທດໃນ ໂລກຕ້ອງໃຊ້ເງິນໂດລາ ເພື່ອການຊື້ຂາຍລະຫວ່າງປະເທດ ເຊັ່ນ: ການຊື້ນໍ້າມັນເຊື້ອເພີງຕ້ອງໃຊ້ເງິນໂດລາຢ່າງດຽວ. ດັ່ງນັ້ນ ຈຶ່ງຄໍາເວົ້າວ່າ “ໃຜມີນໍ້າມັນຢູ່ໃນມື ຜູ້ນັ້ນສາມາດຄຸມຂົງເຂດໄດ້. ຜູ້ໃດມີເງິນຢູ່ໃນມື ຜູ້ນັ້ນສາມາດຄຸມໂລກໄດ້”. ດຽວນີ້ດຸນອໍານາດທາງດ້ານເງິນໂດລາຢູ່ໃນເວທີສາກົນກໍາລັງເສື່ອມຖອຍລົງເລື້ອຍໆ ເນື່ອງຈາກປະເທດຈີນແລະປະເທດຣັດເຊຍຫັນມາໃຊ້ເງິນຣູບແລະເງິນຢວນໃນການຊື້ຂາຍລະຫວ່າງກັນ. ນອກຈາກນີ້ ປະເທດອີຣານແລະມາເລເຊຍກໍາລັງຄິດຄົ້ນເງິນຕາເພື່ອໃຊ້ລະຫວ່າງປະເທດອາຣັບດ້ວຍກັນ ໂດຍບໍ່ຕ້ອງອີງໃສ່ເງິນໂດລາອີກຕໍ່ໄປ. ດັ່ງນັ້ນ ພວກເຮົາຈະເຫັນວ່າ ຫຼາຍປະເທດຫັນມາໃຊ້ເງິນຢວນຂອງຈີນຫຼາຍຂຶ້ນເລື້ອຍໆ.

ເພື່ອໃຫ້ເງິນກີບມີຄ່າຢ່າງໝັ້ນຄົງໄດ້ນັ້ນຕ້ອງໃຊ້ເວລາ ແລະຕ້ອງອາໄສຫຼາຍປັດໄຈ. ກ່ອນອື່ນ ພວກເຮົາຕ້ອງຊ່ວຍກັນ ເຮັດໃຫ້ປະເທດຄ່ອຍໆຫັນປ່ຽນຈາກປະເທດຜູ້ບໍລິໂພກ ກາຍມາເປັນປະເທດຜູ້ຜະລິດໃຫ້ຫຼາຍຂຶ້ນ. ໂດຍສະເພາະພວກເຮົາຕ້ອງສາມາດຢືນຢູ່ດ້ວຍລໍາແຂ່ງຕົນເອງໄດ້ໃຫ້ໄດ້ທາງດ້ານສະບຽງອາຫານ ໂດຍບໍ່ຈໍາເປັນຕ້ອງນໍາເຂົ້າຈາກຕ່າງປະເທດ ແຕ່ຖ້ານໍາເຂົ້າ ກໍຕ້ອງໃຫ້ມີໜ້ອຍທີ່ສຸດ. ພວກເຮົາຮູ້ວ່າມັນຍາກ ແຕ່ກໍຕ້ອງເຮັດໃຫ້ໄດ້. ຖ້າເຮັດບໍ່ໄດ້ຢູ່ໃນຍຸກຂອງພວກເຮົາ ຄົນຮຸ່ນຕໍ່ໄປກໍຕ້ອງເຮັດໃຫ້ໄດ້ ຖ້າບໍ່ດັ່ງນັ້ນ ພວກເຮົາຈະບໍ່ວັນເປັນເອກະລາດທາງດ້ານເສດຖະກິດໄດ້ເລີຍ.

วิกฤตการณ์ "เงินเฟ้อ" รุนแรง ยุคหลังปี 2000 เริ่มต้นที่ซิมบับเว

ເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດດ້ວຍຕົນເອງ ອາດປະກອບດ້ວຍການຊ່ວຍເຫຼືອດ້ານທຶນຮອນຜ່ານໂຄງການວິສະຫະກິດຂະໜາດນ້ອຍ (SME) ເປັນການສົ່ງເສີມຜູ້ຜະລິດແລະກະເສດຖະກອນຂະໜາດນ້ອຍ ຊຶ່ງສ່ວນໃຫຍ່ຢູ່ເຂດຊົນນະບົດ. ເນື່ອງຈາກຕະຫຼາດຢູ່ປະເທດຈີນ ມີຄວາມຕ້ອງການບໍລິໂພກຊີ້ນເປັນຈໍານວນຫຼວງຫຼາຍ ດັ່ງນັ້ນ ຈໍາເປັນຕ້ອງສະໜັບສະໜູນຜູ້ລ້ຽງງົວຄົນລາວຢູ່ສີ່ຫ້າແຂວງພາກເໜືອຢ່າງຈິງຈັງ ຊຶ່ງປັດຈຸບັນພວມດໍາເນີນຢູ່ ຄຽງຄູ່ກັນນັ້ນກໍຕ້ອງເສີມສ້າງຕາໜ່າງສັດຕະວະແພດໃນແຕ່ລະເຂດໃຫ້ມີປະສິດຕິພາບ. ໃນຂະນະດຽວກັນ ລັດຄວນມີການບັງຄັບໃຊ້ກົດໝາຍຢ່າງເຄັ່ງຄັດ ເພື່ອສະກັດກັ້ນບໍ່ໃຫ້ມີການນໍາສິນຄ້າກະສິກໍາແລະຫັດຖະກໍາຈາກປະເທດອື່ນເຂົ້າມາ ຖ້າຫາກຄົນລາວສາມາດຜະລິດສິນຄ້າເຫຼົ່ານັ້ນໄດ້ເອງ.

ບໍ່ມີປະຊາຊົນປະເທດໃດປາຖະໜາຈະໃຫ້ເກີດພາວະເງິນເຟີ້ຂຶ້ນຢູ່ໃນປະເທດຂອງຕົນ. ເນື່ອງຈາກໃນຍຸກປະຈຸບັນ ປະເທດໃດໜຶ່ງບໍ່ອາດຢູ່ໂດດດ່ຽວ ໂດຍບໍ່ມີການຕິດຕໍ່ພົວພັນກັບ ປະເທດອື່ນໄດ້. ແຕ່ຄວາມພັດທະນາດ້ານເສດຖະກິດແລະຊີວິດການເປັນຢູ່ຂອງປະເທດຕ່າງໆ ບໍ່ສົມດູນກັນ ມີປະເທດຈະເລີນກ້າວໜ້າແລະມີປະເທດດ້ອຍພັດທະນາ ທີ່ຢູ່ໃນຖານະເສຍປຽບແລະຖືກເອົາລັດເອົາປຽບ ເນື່ອງຈາກຄວາມລ້າຫຼັງທາງດ້ານຄວາມຮູ້, ວິທະຍາສາດແລະເຕັກໂນໂລຊີ ການພັດທະນາຊັກຊ້າ ບໍ່ເທົ່າທັນປະເທດອື່ນ ຊຶ່ງປະເທດລາວກໍແມ່ນໜຶ່ງໃນນັ້ນ.

ພາວະເງິນເຟີ້ທີ່ເກີດຂຶ້ນນີ້ເປັນເລື່ອງທີ່ພວກເຮົາກໍ້າກືນຝືນທົນ ແລະຫຼາຍພາກສ່ວນຕ້ອງ ພ້ອມຈິດພ້ອມໃຈຊ່ວຍກັນແກ້ໄຂ ນັບຕັ້ງແຕ່ຜູ້ບໍລິຫານປະເທດ, ພະນັກງານລັດແລະ ປະຊາຊົນທົ່ວໄປ. ຂໍໃຫ້ພວກເຮົາມີຄວາມຫວັງວ່າ ພວກເຮົາຈະຜ່ານຜ່າອຸປະສັກຄັ້ງນີ້ໄປໄດ້. ທ້ອງຟ້າບໍ່ເຄີຍມືດມົນຕະຫຼອດໄປ ຄົງມີວັນໃດວັນໜຶ່ງທີ່ພວກເຮົາຈະເຫັນທ້ອງຟ້າໂປ່ງໃສເປັນສີຄາມທີ່ສວຍງົດງົດງາມ.

ຂອບໃຈຂໍ້ມູນຈາກ: Bounthanh Phongphichid

LEAVE A REPLY

Please enter your comment!
Please enter your name here