ກັບມາແລ້ວ ແຈ໊ກ ມ່າ ມະຫາເສດຖິຊາວຈີນຫາຍຕົວອອກຈາກໜ້າສື່ຫຼາຍເດືອນພາຍຫຼັງມີຂ່າວວ່າ ແຈ໊ກ ມ່າ ມີບັນຫາກັບລັດຖະບານຈີນຈາກກໍລະນີການວິຈານການລະບົບເຮັດວຽກຂອງທະນາຄານກາງຂອງຈີນນັ້ນລ່າສະໄໝ . ອີກບໍ່ດົນກໍມີຂ່າວວ່າໜ່ວຍງານທີ່ກ່ຽວຂ້ອງສັ່ງລະງັບການ IPO ຂອງ ANT Group ບໍລິສັດໃນເຄືອ Alibaba ພ້ອມສັ່ງທົບການດໍາເນີນທຸລະກິດຂອງ Alibaba ຄືນໄໝ່ກ່ຽວກັບການຜູກຂາດຕະຫຼາດນໍາອີກ.

ຈາກນັ້ນ ແຈ໊ກ ມ່າ ກໍຫາຍຕົວຂອງຈາກໜ້າສື່ ແລະ ບໍ່ປະກົດຕົວອີກເລີຍນັບແຕ່ເດືອນພະຈິກ 2020 ປີຜ່ານມາ ຈົນກະທັງປະກົດຕົວໃນງງານ Comference ເປັນວິດີໂອສັ້ນໆຄວາມຍາວປະມານ 36 ນາທີ ທີ່ຖືກໂພສໃນທະວິດເຕີຜ່ານບັນຊີ Qingqing Chen ແຕ່ເນື້ອຫາກໍບໍ່ກ່ຽວກັບບໍລິສັດ ແລະ ປະເດັນທີ່ກໍາລັງເປັນຂ່າວ. ເຊິ່ງເນື້ອຫາສ່ວຍໃຫຍ່ແມ່ນການໃຫ້ກໍາລັງໃຈຄູ່ກວ່າ 100 ຊີວິດທີ່ເຂົ້າຮ່ວມໂຄງການກັບ Alibaba Group ເທົ່ານັ້ນ.
ຂໍ້ມູນເພີ່ມເຕີມ
–https://www.bloomberg.com/…/jack-ma-emerges-for-first…
–https://twitter.com/qingqin…/status/1351743870959140870