ບໍລິສັດ ຄໍາໄຊ-ຢິງຊິນ ຈໍາກັດ ໄດ້ຈັດພິທີເປີດໂຮງງານຜະລິດ ແລະ ຈໍາໜ່າຍທາດ ລ ະ ເ ບີ ດ ອຸດສາຫະກໍາ ໃນວັນທີ 18 ມັງກອນ 2021 ໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີບັນດາຄະນະນໍາກະຊວງປ້ອງກັນປະເທດ,ບັນດາກົມໃຫຍ່, ຫ້ອງວ່າການ, ຫົວໜ້າກົມ, ຮອງກົມ ຈາກ 4 ກົມໃຫຍ່ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເສີນຫາວ ອຳນວຍການບໍລິສັດ ຄຳໄຊ-ຢິງຊີນ ຈຳກັດ ໄດ້ໃຫ້ຮູ້ວ່າ: ບໍລິສັດ ຄໍາໄຊ-ຢິງຊີນ ຈຳກັດໄດ້ໃຊ້ເວລາທັງໝົດ 3 ປີ ນັບແຕ່ມື້ເລີ່ມກໍ່ສ້າງ ຈົນຮອດປັດຈຸບັນ ໂຮງງານສາມາດຜະລິດໄດ້ຕາມກໍານົດເວລາຢ່າງເປັນທາງການ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກກະຊວງປ້ອງກັນປະເທດ ແລະ ອຳນາດການປົກຄອງທ້ອງຖິ່ນຕະຫລອດມາ, ພວກເຮົາໄດ້ປະຕິບັດຕາມແຜນການ ແລະ ສ້າງສາຍການຜະລິດ ລ ະ ເ ບີ ດ ທີ່ທັນສະໄໝທີ່ສຸດໃນປະເທດລາວ ແລະ ໃນອາຊີຕາເວັນອອກສຽງໃຕ້, ໃນອະນາຄົດພວກເຮົາຈະຜະລິດລະເບີດພົນລະເຮືອນທີ່ມີຄວາມປອດໄພ, ມີປະສິດຕິພາບ ແລະ ການບໍລິການຈູດລະເບີດທີ່ມີຄຸນນະພາບສູງສຸດໃຫ້ແກ່ປະເທດລາວ, ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງເສດຖະກິດຂອງປະເທດລາວ, ທັງເປັນການປະກອບສ່ວນເຂົ້າໃນການພັດທະນາສັງຄົມ-ທ້ອງຖິ່ນ ແລະ ສ້າງໂອກາດໃຫ້ແກ່ປະຊາຊົນເຂດໃກ້ຄຽງມີວຽກເຮັດງານທຳ, ປະກອບສ່ວນເຂົ້າໃນການຮ່ວມມືລະຫວ່າງລາວ-ຈີນ.

ທ່ານ ພົນຈັດຕະວາ ທອງພັນ ສຸທຳມະວົງ ຕ່າງໜ້າຜູ້ຖືຮຸ່ນ ຂອງກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ກ່າວວ່າ: ບໍລິສັດຄໍາໄຊ-ຢິງຊີນ ຈໍາກັດ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 27 ທັນວາ 2017 ເປັນບໍລິສັດທີ່ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຜະລິດ ແລະ ຈໍາໜ່າຍ ລ ະ ເ ບີ ດ ອຸດສາຫະກຳ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການມອບໃຫ້ກົມໃຫຍ່ເຕັກນິກ ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ຮ່ວມມືກັບ ບໍລິສັດຢິງຊີນເຄມີຄໍ ຈໍາກັດຜູ້ດຽວ ສ້າງຕັ້ງບໍລິສັດ ເພື່ອຜະລິດ ແລະ ຈໍາໜ່າຍ ລ ະ ເ ບີ ດ ອຸດສາຫະກຳ, ສະບັບເລກທີ 1563/ກປທ, ລົງວັນທີ 30/03/2017, ເຊິ່ງເປັນການຮ່ວມມືສອງຝ່າຍລາວ-ຈີນ ໂດຍຝ່າຍລາວ ແມ່ນກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ ແລະ ຝ່າຍຈີນແມ່ນ ບໍລິສັດ ຢິງຊີນເຄມີຄໍ ຈໍາກັດຜູ້ດຽວ ດ້ວຍຮູບການລົງທຶນຈາກຝ່າຍຈີນ 100% ໃນມູນຄ່າ 45.570.000 ໂດລາສະຫະລັດ ແລະ ມອບໃຫ້ຝ່າຍລາວເປັນຜູ້ຖືຮຸ້ນ 25% ກໍານົດເວລາ 22 ປີ.ສຳລັບ ຝ່າຍລາວແມ່ນເປັນຜູ້ຮັບຜິດຊອບສະໜອງດິນໃຫ້ແກ່ບໍລິສັດເຊົ່ານຳໃຊ້ 3 ຕອນ ຄື: ຕອນທີ1 ມີເນື້ອທີ 6.000 ກວ່າຕາແມັດ ເພື່ອສ້າງເປັນສໍານັກງານບໍລິສັດຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ ແລະ ອີກ 2 ຕອນ ແມ່ນຢູ່ແຂວງບໍລິຄຳໄຊ, ໃນນັ້ນ ຕອນທີ 1 ມີເນື້ອທີ 30 ເຮັກຕາ ເພື່ອສ້າງເປັນສາງບັນຈຸຜະລິດຕະພັນ ແລະ ຕອນທີ 2 ມີເນື້ອທີ 68 ເຮັກຕາ ເພື່ອສ້າງເປັນໂຮງງານຜະລິດ, ເຊິ່ງດິນທັງສອງຕອນແມ່ນຕັ້ງຢູ່ເຂດບ້ານສີສະຫວາດ ແລະ ບ້ານວັດທາດ ເມືອງບໍລິຄັນ ແຂວງບໍລິຄຳໄຊ.