ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ແຈ້ງໃຫ້ຮູ້ວ່າ: ວັນທີ 19 ມັງກອນ 2021 ນີ້, ທ່ານ ດຣ. ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ຮອງປະທານຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດຂອງພະຍາດໂຄວິດ ຂັ້ນແຂວງ ໄດ້ຖະແຫລງຂ່າວຜ່ານສື່ມວນຊົນ ເພື່ອອະທິບາຍຊີ້ແຈງ ຕໍ່ກັບສະພາບການທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບຂ່າວທີ່ມີຄົນເຈັບເພດຊາຍ ສັນຊາດຈີນ ທີ່ເກີດອຸບັດຕິເຫດ ແລະ ຖືກນຳສົ່ງໄປປິ່ນປົວຢູ່ ສປ ຈີນ ແລ້ວກວດພົບເຊື້ອໂຄວິດ ໃນອາທິດຜ່ານມາ.

ທ່ານ ດຣ. ຄຳຜະຫຍາ ພົມປັນຍາ ໄດ້ໃຫ້ຮູ້ວ່າ: ວັນທີ 11 ມັງກອນ 2021, ພະແນກສາ ທາລະນະສຸກແຂວງບໍ່ແກ້ວ ໄດ້ຮັບຂໍ້ມູນຈາກສາທາເມືອງຫລ້າ ສປ ຈີນ ໂດຍຜ່ານພະແນກສາທາ ລະນະສຸກແຂວງຫລວງນ້ຳທາ ກ່ຽວກັບກໍລະນີຄົນຈີນ 1 ຄົນ ທີ່ກວດພົບເຊື້ອພະຍາດໂຄວິດ ພາຍຫລັງເດີນທາງຮອດ ສປ ຈີນ ໃນຄືນວັນທີ 9 ມັງກອນ. ກໍລະນີດັ່ງກ່າວ, ຖືກນໍາສົ່ງໄປປະເທດຈີນ ຕາມຄໍາຮ້ອງຂໍຂອງໝູ່ ແລະ ແຟນຂອງລາວ ເພື່ອຮັບການປິ່ນປົວຕໍ່ ພາຍຫລັງປະສົບອຸບັດເຫດ ລົດຈັກລົ້ມ ແລະ ອາການສາຫັດ ໃນຕອນເຊົ້າຂອງມື້ດຽວກັນນັ້ນ. ຄົນເຈັບຄົນດັ່ງກ່າວ ເປັນເພດຊາຍ ອາຍຸ 26 ປີ, ເຮັດວຽກຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ, ລາວບໍ່ມີອາການທາງລະບົບຫາຍໃຈມາກ່ອນ ແລະ ຕອນເກີດອຸບັດເຫດ. ກ່ອນທີ່ກໍລະນີດັ່ງກ່າວ ຖືກນຳສົ່ງໄປປະເທດຈີນ ໂດຍຜ່ານດ່ານບໍ່ເຕັນ ແຂວງຫລວງນ້ຳທາ, ລາວໄດ້ຮັບການກວດຫາພະຍາດໂຄວິດ ຢູ່ໂຮງໝໍສາກົນ ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ, ນີ້ແມ່ນໜຶ່ງໃນມາດຕະການກ່ອນທີ່ທຸກຄົນຈະເດີນທາງເຂົ້າປະເທດຈີນ ເມື່ອລາວຖືກນຳສົ່ງໄປຮອດປະເທດຈີນ ເພື່ອປິ່ນປົວ ລາວໄດ້ຮັບການກວດຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ ຄືພົບເຊື້ອພະຍາດໂຄວິດ. ມາຮອດປັດຈຸບັນ, ທີມງານໄດ້ຮັບແຈ້ງຢ່າງບໍ່ເປັນທາງການ ກ່ຽວກັບການກວດຫາພະຍາດໂຄວິດ ຄືນ ເປັນຄັ້ງທີ 2 ຢູ່ໂຮງໝໍປະ ເທດຈີນ ບ່ອນທີ່ລາວຮັບການປິ່ນປົວຢູ່ນັ້ນ ຜ່ານການສອບສວນຄືນຂອງທີມງານ ພົບວ່າກໍລະນີດັ່ງ ກ່າວເຄີຍໄປແຂວງທ່າຂີ້ເຫລັກ (Tachilek) ປະເທດມຽນມາ ໃນຊ່ວງເດືອນພະຈິກ 2020, ເຊິ່ງເປັນສະຖານທີ່ເຄີຍມີການລະບາດ, ກ່ອນເດີນທາງເຂົ້າມາປະເທດລາວ ໃນວັນທີ 26 ພະຈິກ 2020.
ຕໍ່ກັບເຫດການດັ່ງກ່າວ, ນັບແຕ່ວັນທີ 11 ມັງກອນ, ອຳນາດການປົກຄອງແຂວງບໍ່ແກ້ວ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫລ່ຽມຄຳ ໄດ້ຈັດຕັ້ງປະຕິບັດຫລາຍມາດຕະການຄວບຄຸມພະຍາດ ເປັນຕົ້ນມາດຕະການຄວບຄຸມ ດ້ວຍການປິດເທດສະບານເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫລ່ຽມຄຳ ບໍ່ອະນຸຍາດໃຫ້ມີຄົນເຂົ້າ-ອອກ ເປັນເວລາ 14 ວັນ ເລີ່ມແຕ່ວັນທີ 12 ມັງກອນ ເປັນຕົ້ນມາ; ແຈ້ງໃຫ້ທຸກຄົນທີ່ອາໄສຢູ່ໃນເຂດເສດຖະກິດພິເສດໃຫ້ຢູ່ແຕ່ໃນເຮືອນຂອງຕົນ ຍົກເວັ້ນເວລາອອກໄປຮັບອາຫານຢູ່ຈຸດທີ່ກຳນົດ ຫລື ໄປພົບແພດເວລາເຈັບເປັນ ຫລື ອອກໄປຊື້ສິ່ງຂອງທີ່ຈຳເປັນເທົ່ານັ້ນ; ຈຳກັດ ແລະ ເຂັ້ມງວດການເດີນທາງເຂົ້າ-ອອກ ຢູ່ເຂດຊາຍແດນ; ອຳ ນາດການປົກຄອງແຂວງບໍ່ແກ້ວ ແລະ ອຳນາດການປົກຄອງເມືອງຕົ້ນເຜິ້ງ ສົມທົບກັບທີມງານສູນກາງ ກົມຄວບຄຸມພະຍາດຕິດຕໍ່, ສູນວິເຄາະ ແລະ ລະບາດວິທະຍາ ພ້ອມກັບ ອົງການອະນາໄມໂລກປະຈໍາ ສປປ ລາວ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ກັບຄະນະຄຸ້ມຄອງເຂດເສດຖະກິດພິເສດ ໃນການສອບສວນ, ຄົ້ນຫາ ແລະ ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ການກວດກັ່ນກອງ; ໄດ້ມີການກຳ ນົດ ແລະ ກວດຕົວຢ່າງຂອງຜູ້ທີ່ພົວພັນກັບລາວທັງໝົດ 305 ຄົນ, ເຊິ່ງຜົນກວດຕົວຢ່າງທັງໝົດ 305 ແມ່ນໃຫ້ຜົນລົບ ແລະ ໃນນີ້ ມີຜູ້ສຳຜັດໃກ້ຊິດທັງໝົດ 44 ຄົນ, ເຊິ່ງໄດ້ເກັບຕົວຢ່າງມາກວດຄືນອີກຮອບທີສອງ 33 ຕົວຢ່າງ ແມ່ນໃຫ້ຜົນລົບ ແລະ ຈະສືບຕໍ່ຕິດຕາມ ແລະ ເກັບຕົວຢ່າງຮອບທີ່ສາມ, ເຊິ່ງການຕິດຕາມ 14 ວັນ ຈະສິ້ນສຸດໃນວັນທີ 24 ມັງກອນນີ້. ນັບແຕ່ວັນທີ 11 ມັງ ກອນ ເຂດເສດຖະກິດພິເສດສາມຫລ່ຽມຄຳ ໄດ້ດຳເນີນການກວດຄັດກອງ ປະຊາຊົນທຸກຄົນທີ່ອາໄສຢູ່ໃນເຂດດັ່ງກ່າວ, ມາຮອດວັນທີ 19 ມັງກອນ ໄດ້ເກັບຕົວຢ່າງທັງໝົດ 11.061 ຕົວຢ່າງ ແລະ ໃຫ້ຜົນລົບທັງໝົດ.
ທ່ານ ດຣ ຄຳຜະຫຍາ ພົມປັນຍາ ກ່າວຕື່ມວ່າ: ສິ່ງທີ່ໜ້າເປັນຫ່ວງຫລາຍທີ່ສຸດ ແມ່ນປະເທດໃກ້ຄຽງ ຍ້ອນລາວເຮົາມີຊາຍແດນທາງບົກທີ່ຍາວ ແລະ ເຮັດການຄ້າຮ່ວມກັນ. ສະນັ້ນ, ພວກເຮົາຕ້ອງສືບຕໍ່ຕິດຕາມ ແລະ ຄຸ້ມຄອງເຂດທີ່ມີຄວາມສ່ຽງເຫລົ່ານີ້ ເພື່ອປົກປ້ອງ ສປປ ລາວ ກໍຄື ປະຊາ ຊົນລາວ ຈາກພະຍາດໂຄວິດ-19. ໃນນາມການນຳຂັ້ນແຂວງ ພວກເຮົາ ຂໍສະແດງຄວາມເປັນຫ່ວງເປັນໄຍ ຍາມໃດກໍ່ຖືເອົາສຸຂະພາບຂອງພໍ່ແມ່ປະຊາຊົນເປັນຫລັກ ຂໍຮຽກຮ້ອງມາຍັງບັນທ່ານທຸກຄົນ ທົ່ວສັງຄົມ ຈົ່ງເອົາໃຈໃສ່ປະຕິບັດ ປະຕິບັດຕາມມາດຕະການປ້ອງກັນ ທີ່ທາງຄະນະສະເພາະວາງອອກຢ່າງເຄັ່ງຄັດ, ຖ້າທ່ານ ຫລື ຄົນທີ່ໃກ້ຊິດທ່ານ ມີອາການໄຂ້, ໄອ, ຫາຍໃຈຝືດ, ສູນເສຍການຮັບກິ່ນ ຫລື ລົດຊາດ ແນະນຳໃຫ້ທ່ານໃສ່ຜ້າປິດປາກ-ດັງ, ຫລີກລ້ຽງການພົວພັນໃກ້ຊິດ ກັບຄົນອື່ນ, ປະຕິບັດການອະນາໄມມືຢ່າງເຄັ່ງຄັດ ແລະ ໄປພົບແພດຢູ່ໂຮງໝໍໃກ້ບ້ານທ່ານ ໃຫ້ໄວເທົ່າທີ່ຈະໄວໄດ້. ຂໍໃຫ້ບັນດາທ່ານເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ເຊັ່ນ: ຫລີກລ່ຽງການເດີນທາງໄປເຂດທີ່ມີການລະບາດ ຫລື ຊຸມຊົນແອອັດ ຫລີກລ່ຽງການສຳຜັດໃກ້ຊິດ ກັບຄົນທີ່ມີອາການຄ້າຍຄືໄຂ້ຫວັດ ເຊັ່ນ: ໄຂ້, ໄອ, ເຈັບຄໍ ແລະ ຫາຍໃຈຍາກ, ປະຕິບັດມາລະຍາດໃນການໄອຈາມ ດ້ວຍການອັດປາກ ແລະ ດັງ, ໃສ່ຜ້າອັດປາກ, ລ້າງມືຂອງທ່ານທຸກຄັ້ງດ້ວຍສະບູ ຫລື ເຈວລ້າງມື ທີ່ມີສ່ວນປະສົມຂອງເຫລົ້າ.
ຂ່າວ: ຄຳພັນ ແກ້ວມະນີ