ໃນວັນທີ 20 ມັງກອນ 2021 ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ທາເກວະກະ ເຄໂຊ ໄດ້ຕາງໜ້າມອບລົດລາດຕະເວນ ໃຫ້ແກ່ ທ່ານ ວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນທີ່ກະຊວງ ປ້ອງກັນຄວາມສະຫງົບ ນະຄອນ ຫລວງວຽງຈັນ ພາຍໃຕ້ໂຄງການຊ່ວຍເຫລືອລ້າ ເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຂອງ ຍີ່ປຸ່ນ ໃຫ້ແກ່ ສປປ ລາວ. (ໃນຂົງເຂດປ້ອງກັນຄວາມສະຫງົບ).

ທຶນຊ່ວຍເຫລືອລ້າ ຈຳນວນ 200 ລ້ານເຢນ (1.92 ລ້ານໂດລາ) ຈະຖືກນຳໃຊ້ເພື່ອຊ່ວຍເຫລືອ ລັດຖະບານລາວ ຕ້ າ ນ ກ າ ນ ກໍ່ ກ າ ນ ຮ້ າ ຍ ແລະ ປັບປຸງອຸປະກອນດ້ານຄວາມໝັ້ນຄົງ ເພື່ອແນໃສ່ປະກອບ ສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ໂດຍຜ່ານການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ. ລົດລາດຕະເວນ, ລວມທັງອຸປະກອນອື່ນໆ ເຊັ່ນ: ເຄື່ອງ X-Ray ແລະ ລົດອະເນກປະສົງ, ແມ່ນໄດ້ຖືກສົ່ງມອບໃຫ້ກ່ອນ.

ທ່ານ ທາເກວະກະ ເຄໂຊ ກ່າວໃນພິທີດັ່ງກ່າວວ່າ: “ພວກເຮົາມີຄວາມຍິນດີ ທີ່ໄດ້ມອບເຄື່ອງຊ່ວຍເຫລືອ ຕ້ າ ນ ກ າ ນ ກໍ່ ກ າ ນ ຮ້ າ ຍ ໃນວາລະຄົບຮອບ 60 ປີ ແຫ່ງການສ້າງຕັ້ງກອງກຳລັງປ້ອງກັນຄວາມສະຫງົບຂອງ ສປປ ລາວ. ຂ້າພະເຈົ້າເຊື່ອໝັ້ນວ່າ ຄວາມສະຫງົບສຸກ ແລະ ການພັດທະນາໃນສັງຄົມລາວ ຈະຊ່ວຍນຳພາພວກເຮົາໄປສູ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນທົ່ວພາກພື້ນ.
