ເຜີຍກ້ອງວົງຈອນປິດ”ສິບເວນ”ໄຂຫ້ອງຂັງ ລາກສາວມຽນມາ ຂື ນໃຈ ຈາກກໍລະນີ “ດາບຕຳຫລວດ ວັດຊະຣິນ ສິນສະໂມສອນ” (ด.ต. วัชรินทร์ สินสโมสร)ຜບ.ຫມູ່ງານສືບສວນ ເຈົ້າຫນ້າທີ່ຕຳຫລວດປະຕິບັດຫນ້າທີ່ສິບເວນປະຈຳ ສພ.ບໍ່ຜຸດ ອຳເພີເກາະສະມຸຍ ຈັງຫວັດສຸຣາດທານີ ກໍ່ເຫດ ຂົ່ ມ ຂື ນ ນາງໂມ (ນາມສົມມຸດ) ອາຍຸ 21 ປີ ສັນຊາດມຽນມາ ຜູ້ຕ້ອງຂັງຕ່າງດ້າວ ລໍຜັກດັນກັບປະເທດ ເຫດເກີດກາງເດີກຄືນວັນທີ 13 ມັງກອນ ທີ່ຜ່ານມາຕໍ່ມາໄດ້ມີຄຳສັ່ງໃຫ້ອອກຈາກຣາດຊະການ ພ້ອມມີຄຳສັ່ງແຕ່ງຕັ້ງຄະນະກຳມະການກວດສອບວິໄນຮ້າຍແຮງ ຕໍ່ມາ ດາບຕຳຫລວດວັດຊະຣິນ ໄດ້ຢື່ນຫລັກຊັບ 4 ແສນບາດປະກັນຕົວໃນຊັ້ນຝາກຂັງຕໍ່ສານຈັງຫວັດເກາະສະມຸຍ ໂດນສານອະນຸຍາດໃຫ້ປະກັນຕົວ ເຈົ້າຫນ້າທີ່ພິສູນຫລັກຖານ 8 ໄດ້ມາເກັບຫລັກຖານ “ສິບເວນ”ຂົ່ມຂືນຜູ້ຕ້ອງຫາຍິງສາວຊາວມຽນມາ ພ້ອມເຜີຍກ້ອງວົງຈອນປິດນາທີໄຂຫ້ອງຂັງກໍ່ເຫດ ຜູ້ການສຸຣາດທານີ ຢືນຢັນວ່າຈະໃຫ້ຄວາມເປັນທຳ ແລະ ຄວາມຄືບຫນ້າເມື່ອວັນທີ 15 ມັງກອນ 21 ພົນຕຳຫລວດ ສາທິດ ພົນພິນິດ ຜບກ.ພ.ຈວ.ສຸຣາດທານີ ໄດ້ເດີນທາງໄປທີ່ ສພ.ບໍ່ຜຸດ ຮ່ວມປະຊຸມຮັບຟັງລາຍງານຈາກເຫດດັ່ງກ່າວຈາກ ພັນຕຳຫລວດເອກ ຍຸດທະນາ ສິຣິສົມບັດ ຜກກ.ສພ.ບໍ່ຜຸດ ຈາກນັ້ນໄດ້ໄປກວດສອບທີ່ເກີດເຫດພາຍໃນຫ້ອງຄວບຄຸມຂັງ ແລະ ໄດ້ເວົ້າຕໍ່ກັບຍາດຂອງ ນາງໂມ ພ້ອມກັບຢືນຢັນວ່າຈະໃຫ້ຄວາມເປັນທຳກັບເຫດການທີ່ເກີດຂື້ນ ຈາກນັ້ນ ພັນຕຳຫລວດເອກ ທາດາ ເພັດການ ຜກກ.ພິສູດຫລັກຖານ 8 ໄດ້ນຳເຈົ້າຫນ້າທີ່ເຂົ້າເກັບຫລັກຖານ ບໍລິເວນໂຊຟາ ທີ່ໃຊ້ກໍ່ເຫດ ຂົ່ ມ ຂື ນໃນຄັ້ງນີ້ຢ່າງລະອຽດ.

ພົນຕຳຫລວດຕີ ສາທິດ ກ່າວວ່າໄດ້ມີຄຳສັ່ງໃຫ້ຜູ້ກໍ່ເຫດອອກຈາກຣາດຊະການ ພ້ອມກັນນັ້ນໄດ້ຄັ້ງຄະນະກຳມະການດຳເນີນການທາງວິໄນຮ້າຍແຮງ ແລະ ພ້ອມທີ່ຈະໃຫ້ຄວາມເປັນທຳທັ້ງສອງຝ່າຍຢ່າງກົງໄປກົງມາ ຈາກເຫດການດັ່ງກ່າວໄດ້ກະທົບກັບພາບລັກຂອງສຳນັກຕຳຫລວດແຫ່ງຊາດ ໂດຍຈະດຳເນີນເລື່ອງນີ້ຢ່າງຮີບດ່ວນ ແລະ ເດັດຂາດ ພ້ອມຄືນຄວາມເປັນທຳໃຫ້ກັບຜູ້ທີ່ຖືກກະທຳ

ສຳລັບໃນຊັ້ນພະນັກງານສອບສວນ ໄດ້ມີການຄັດຄ້ານການປະກັນຕົວຜູ້ຖືກກ່າວຫາລາຍນີ້ແລ້ວ ແຕ່ການທີ່ມີຄວາມເມດຕາຕໍ່ຜູ້ຖືກກ່າວຫາລາຍນີ້ ໂດຍຈະມີການເກັບຫລັກຖານໃນທີ່ເກີດເຫດທາງວິທະຍາສາດຫລາຍຂື້ນໂດຍມີ ຮອງຜູ້ບັງຄັບການ ແລະ ຜກກ.ສພ.ບໍ່ຜຸດ ໃນເລື່ອງຂອງການດຳນີນຄະດີເລື່ອງນີ້ຜູ້ບັງຄັບບັນຊາ ໄດ້ໃຫ້ຄວາມສຳຄັນ ໂດຍຕົນເອງໄດ້ກຳຊັບມີການດູແລຄວາມປະພຶດແລະ ປະຫວັດຂອງຂ້າຣາດຊະການຕຳຫລວດທຸກຄົນ ເຈົ້າຫນ້າທີ່ຕຳຫລວດປະຕິບັດຫນ້າທີ່ 24 ຊົ່ວໂມງ ຈາກເຫດການທີ່ ເກີດຂື້ນເປັນເຫດສຸດວິໄສເມື່ອເຫດເກີດຂື້ນກໍ່ຕ້ອງມີມາດຕະການແກ້ໄຂທີ່ເພີ່ມຂື້ນ

ໂດຍເຈົ້າຫນ້າທີ່ໄດ້ເປີດເຜີຍພາບວົງຈອນປິດທີ່ຕິດຕັ້ງພາຍໃນຫ້ອງຄວບຄຸມຜູ້ຕ້ອງຫາ ແລະ ບໍ່ລິເວນດ້ານໃນຂອງອາຄານ ພົບວ່າ ດາບຕຳຫລວດ ວັດຊະຣິນ ປະຕິບັດຫນ້າທີ່ ສິບເວນດູແລຜູ້ຕ້ອງຂັງໄດ້ເດີນເຂົ້າຫ້ອງຄວບຄຸມພ້ອມກັບປິດໄຟ ຈາກນັ້ນໄດ້ໃຊ້ກະແຈ ໄຂຫ້ອງຄວບຄຸມນຳຕົວ “ນາງໂມ” ອອກຈາກຫ້ອງຄວບຄຸມມາຍັງຫ້ອງສູນຈາລາຈອນ ສພ.ບໍ່ຜຸດ

ຈາກນັ້ນໄດ້ລົງມື ຂົ່ ມ ຂື ນ ນາງໂມ ຈົນສຳເລັດຄວາມໃຄ້ ກ່ອນທີ່ຈະນຳຕົວກັບໄປຂັງພາຍໃນຫ້ອງຄວບຄຸມຕາມເດີມ.

ຂະນະທີ່ ທ່ານສຸທີຣະວັດ ຈະເລີນວົງ (นายสุธีรวัชร์ เจริญวงศ์ ) ຜູ້ອຳນວຍການສຳນັກງານຍຸຕິທຳ ຈັງຫວັດສຸຣາດທານີ ກ່າວວ່າ ສັ່ງການໃຫ້ສຳນັກງານຍຸຕິທຳອຳເພີເກາະສະມຸຍ ເຂົ້າພົບຜູ້ຍິງຊາວມຽນມາ ຜູ້ເສຍຫາຍແລ້ວ ເພື່ອລວບລວມສອບຖາມລາຍລະອຽດ ພ້ອມກັບແຈ້ງສິດເພື່ອຮັບການຢຽວຢາເນື່ອງຈາກເປັນຜູ້ເສຍຫາຍຕາມ ພ.ຣ.ບ.ຄ່າຕອບແທນ ແລະ ຄ່າໃຊ້ຈ່າຍແກ່ຈຳເລີຍໃນຄະດີອາຍາ ພ.ສ. 2544 ເພື່ອຍື່ນຄຳຮ້ອງຂໍຮັບເງີນຊ່ວຍເຫຼືອໃນການຢຽວຢາມາຍັງສຳນັກງານຍຸຕິທຳສຸຣາດທານີ ເພື່ອໃຫ້ ຄະນະອະນຸກຳມະການພິຈາລະນາຄ່າຕອບແທນ ເພື່ອບັນເທົາຄວາມເສຍຫາຍໃຫ້ຍິງສາວຊາວມຽນມານີ້ຕໍ່ໄປ.
ຂໍ້ມູນຈາກ: เดลินิวส์
ຄຣີບ