ເວົ້າເລື່ອງແຟຊັນ ເຮົາບໍ່ສາມາດໄປຕີຂອບວ່າ ແບບນີ້ງາມ ຫຼື ບໍ່ງາມ ເພາະມັນຂຶ້ນກັບຜູ້ເບິ່ງອີ່ຫຼີ ໂດຍສະເພາະໄອເດຍສາຍແຂນທີ່ກຳລັງເປັນກະແສກັນໃນຕອນນີ້ ກັບສາຍແຂນທີ່ເບິ່ງແລ້ວຫຼາຍຄົນຕ້ອງເວົ້າອອກມາເປັນສຽງດຽວກັນວ່າ ນີ້ມັນ “ໜວດກຸ້ງ” ດີໆນີ້ເອງ.

เครื่องประดับจากแบรนด์ AMBUSH ราคาหลักหมื่นมาพร้อมดีไซน์ที่หลายคนคุ้นเคย

.

ສິນຄ້າໃນໝວດເຄື່ອງປະດັບນີ້ວາງຂາຍໃນເວັບໄຊ Farfetch ສູນລວມເຄື່ອງແຟຊັນລະດັບ high-end ທີ່ມີທັງເສື້ອຜ້າ ແລະ ເຄື່ອງປະດັບຕ່າງໆວາງຂາຍ.

ສຳລັບສາຍແຂນທີ່ໄດ້ແຮງບັນດານໃຈຈາກໜວດກຸ້ງທີ່ເຮົາເວົ້າໄວ້ມັດສາຍໄຟໃຫ້ເປັນລະບຽບຮຽບຮ້ອຍນີ້ ເປັນຜະລິດຕະພັນຂອງ AMBUSH ເຊິ່ງເຈົ້າຂອງເປັນຄູ່ສາມີ ແລະ ພັນລະຍາທີ່ຮູ້ຈັກກັນໃນຊື່ Verbal ແລະ Yoon ເປັນແຟຊັນໄອຄອນຈາກໂຕກຽວ

ປະເທດຍີ່ປຸ່ນ ເຊິ່ງກ່ອນໜ້ານີ້ເຮັດວຽກເປັນພິທີກອນງານດົນຕີ ແລະ ທີ່ປຶກສາໃຫ້ກັບແບຣນສິນຄ້າ ກ່ອນທີ່ຈະຫັນມາສ້າງແບຣນເຄື່ອງປະດັບຂອງຕົນເອງ.

ລົດນິຍົມທີ່ດີຂອງພວກເຂົາເຮັດໃຫ້ພວກເຂົາມີຜູ້ຕິດຕາມທີ່ມີຊື່ສຽງ ບໍ່ວ່າຈະເປັນ ເລດີ້ ກາກ້າ (Lady Gaga) ແລະ ຄານເຢ ເວສ (Kanye West).

ສາຍແຂນໜວດກຸ້ງຂອງ AMBUSH ນີ້ ເຮັດຈາກທອງເຫຼືອງແລ້ວຍ້ອມສີ ມີທັງສີຟ້າ, ດຳ, ຄຳ, ເຫຼືອງ ແລະ ຂາວ.

ເຖິງວ່າຮູບຮ່າງຈະເບິ່ງພື້ນໆ ແຕ່ລາຄານີ້ບໍ່ພື້ນເລີຍ ເພາະລາຄາເລີ່ມຕົ້ນຢູ່ທີ່ 400 ກວ່າໆ ໄປຈົນຮອດເກືອບ 600 ໂດລາສະຫະລັດກັນເລີຍ.

ອັນນີ້ແມ່ນເສັ້ນເຊືອກໜວດກຸ້ງທີ່ຂາຍຕາມຮ້ານເຄື່ອງກໍ່ສ້າງ

ຂອບໃຈທີ່ມາ: muan.la

Leave a Reply

Your email address will not be published. Required fields are marked *