ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເກີດເຫດໄຟໄຫມ້ເຊົ້າ ວັນທີ 19 ມັງກອນ 2021 ຜູ້ປະສົບໄພແມ່ນ ຄອບຄົວນາງເກ, ທີ່: ບ້ານຫລັກຂາວ ເມືອງສອງຄອນ ແຂວງສະຫວັນນະເຂດ ເຮືອນຕິດກັບເສັ້ນທາງເລກທີ 13 ໃຕ້ .

ຈາກຜູ້ເສຍຫາຍເລົ່າວ່າ🔥ໄຟຟ້າລັດວົງຈອນໄຟໄດ້ໄຫມ້ລຸກລາມຢ່າງໄວວາເອົາຫຍັງນຳກະບໍ່ທັນລົດລາງພາຫານະທໍລະທັດພັດລົມເຄື່ອງໃຊ້ຂອງສອຍແມ່ນໄຟໄຫມ້ຈົນຫມົດ. ຕອນນີ້ເຫລືອແຕ່ສິ້ນເສື້ອຄາຄີງ 🔥🔥ແມ່ນບໍ່ມີຫຍັງຊ່ອຍເພິ່ນກໍ່ຂໍຄວາມເມຕຕາຊ່ວຍແຊຣ໌ອອກໄປເພື່ອຮອດເຖິງຜູ້ທີ່ມີໃຈບຸນສຸນທານທີ່ອາດຈະຊ່ວຍເພິ່ນໄດ້ .

ປະຈຸບັນທາງອໍານາດການປົກຄອງ ແລະ ຜູ່ໃຈບຸນ ກໍ່ທະຍອຍໃຫ້ການຊ່ວຍເຫຼືອເບື້ອງຕົ້ນ.

ເຕືອນໄພທຸກຄົນໃຫ້ລະມັດລະວັງ ອັກຄີໄພ ເພາະສາມາດເກີດຂຶ້ນໄດ້ຕະຫຼອດເວລາ. ຕ້ອງກວດກາເຄື່ອງໃຊ້ໄຟຟ້າ ໃຫ້ດີ ຖ້າຊຸດໂຊມ ແມ່ນບໍ່ຄວນໃຊ້. ສາຍໄຟຟ້າ ທີ່ເກ່ົາກໍ່ຕ້ອງໄດ້ ປ່ຽນຖ່າຍ ເພື່ອປ້ອງກັນການເກີດໄຟໄໝ້.

.

ທ່ານໃດຢາກຊ່ວຍເຫຼືອ ໂທ 02095814339 ເບີນາຍບ້ານ ຊື່ສາຍສະໝອນເດີຈ້າວ.

ເບີໂທເຈົ້າຂອງເຮືອນແມ່ນ ຍັງບໍ່ມີໂທລະສັບໃຊ້ຈ້າວ ໄຟໄຫມ້ຫມົດເດີແອດ ຕິດຕໍ່ເບີນ້ອງ 02092502520.
