ໃນຊ່ວງເວລາທີ່ບໍ່ດົນມານີ້ ໄດ້ມີການແຜ່ລະບາດຂອງເທຣນໃໝ່ໃນກຸ່ມໄວລຸ້ນໂດຍເອີ້ນກັນໃນກຸ່ມວ່າ: ‘ສູບບອລລູນ ຫຼື ສູບປູມເປົ້າ’ ຫຼືທີ່ທາງການເເພດເອີ້ນວ່າການເອົາແກສທີ່ຊື່ວ່າ “ໄນຕຣັສອັອກຊາຍ’ ອັດເຂົ້າໃນປູມເປົ້າແລ້ວນຳມາສູບເຂົ້າປາກ, ປ່ອຍລົມຜ່ານປອດ. ເຊິ່ງເຮົາຈະມາເຮັດກໍລະນີສຶກສາກັບສານຊະນິດນີ້ ແລະ ຜົນຮ້າຍຈາກການໃຊ້ສານດັ່ງກ່າວ:

ຄົນທີ່ສູບກຳລັງເອົາສານຫຍັງເຂົ້າໃນຮ່າງກາຍ?
ໄນຕຣັສອັອກຊາຍ ຫຼື ແກສທີ່ກຳລັງເປັນທີ່ນິຍົມສູບກັນໃນຕອນນີ້ ເປັນສານປະກອບທາງເຄມີ, ບໍ່ມີສີ, ມີກິ່ນຫອມອ່ອນໆ ແລະ ມີລົດຊາດຫວານເລັກນ້ອຍ. ນອກຈາກປະໂຫຍດທາງການແພດທີ່ໃຊ້ເຂົ້າໃນທາງທັນຕະແພດ ເພື່ອບັນເທົາອາການປວດ ເນື່ອງຈາກອອກລິດໄດ້ໄວເເລ້ວ, ຍັງໃຊ້ເປັນຢາສະຫຼົບໄດ້ນຳ

ນອກຈາກນີ້ໄນຕຣັສອັອກຊາຍຍັງນຳມາໃຊ້ປະກອບເຂົ້າໃນອຸດສາຫະກຳອາຫານ ເຊິ່ງຈະຖືກນຳມາເປັນໂຕດັນວິບຄຣີມ ເຮັດໃຫ້ເນື້ອຄຣີມຫອມຫວານ, ນອກນັ້ນຍັງຖືກນຳໄປໃຊ້ໃນດ້ານອຸດສາຫະກຳຕ່າງໆເຊັ່ນ: ນຳໃຊ້ແກສຊະນິດນີ້ມາເປັນໂຕຈຸດລະເບີດ ເພື່ອເພີ່ມແຮງບິດຫຼືຄວາມໄວໃນການເລັ່ງ ແລະ ໃຊ້ເຮັດຖົງລົມນິລະໄພ. ຜົນຈາກການສູດດົມແກສນີ້ ເມື່ອສູດດົມເຂົ້າໄປຈະເຮັດໃຫ້ເຄີ້ມ, ໂຕເບົາ, ມຶນຊາ ໄປໃນໄລຍະສັ້ນ ຈຶ່ງເຮັດໃຫ້ມີຜູ້ນຳສານນີ້ໃຊ້ສູດດົມເປັນສານເສບຕິດ

ຜົນຮ້າຍທີ່ຈະຕາມມາມີຫຍັງເເດ່?
ປົກກະຕິແກສໄນຕຣັສອັອກຊາຍຈະອອກລິດບໍ່ເກີນ 5 ນາທີແລ້ວມັນກໍຈະຄ່ອຍໆຄາຍໂຕ. ແຕ່ປັນຫາແມ່ນຖ້າໃຊ້ຕໍ່ເນື່ອງ ແລະ ເປັນປະຈຳ ມັນຈະທຳລາຍລະບົບປະສາດ, ຈະເຮັດໃຫ້ເຊວຕ່າງໆໃນຮ່າງກາຍຕາຍໄດ້ໂດຍສະເພາະເຮັດໃຫ້ເຊວສະໝອງຂາດອັອກຊີເຈນແບບກະທັນຫັນ ແລະ ເຮັດໃຫ້ຜູ້ທີ່ສູບໝົດສະຕິ
ນອກຈາກເຊວສະໝອງແລ້ວ ເຊວໃນຮ່າງກາຍສ່ວນອື່ນໆ ທີ່ໄວຕໍ່ການຂາດອັອກຊີເຈນເເມ່ນ, ກ້າມເນື້ອຫົວໃຈກໍສາມາດເກີດອາການຂາດອັອກຊີເຈນເຮັດໃຫ້ກ້າມເນື້ອຫົວໃຈຕາຍ ຫຼື ຂາດເລືອດ ແລະ ມີສິດຫົວໃຈວາຍກະທັນຫັນໄດ້. ຜົນຂ້າງຄຽງຕໍ່ມາກໍຄືອາການປະສາດຫຼອນ, ຫູຟາງ ເຊິ່ງອາດສົ່ງຜົນໃຫ້ເກີດອຸບັດຕິເຫດໄດ້

ສະນັ້ນພວກເຮົາທີມງານ ເຫັນວ່າບັນຫານີ້ເເມ່ນບັນຫາລະດັບໃຫຍ່ເພາະ ສານຊະນິດນີ້ກຳລັງທຳລາຍລູກຫຼານເເລະອະນາຄົດ ຂອງປະເທດຊາດພວກເຮົາ. ພວກເຮົາຂໍໃຫ້ທຸກຄົນເຕືອນ ແລະ ຫ້າມໃຫ້ຄົນໃກ້ຊິດ, ໝູ່ຄູ່ ແລະ ຄົນໃນຄອບຄົວຖອຍໂຕອອກຫ່າງ ຈາກສິ່ງນີ້ ກ່ອນທີ່ທຸກຢ່າງຈະຊ້າເກີນໄປ.
ອ້າງອີງຈາກ
https://www.bbc.com/news/magazine-33691783
https://www.healthline.com/…/nitrous-oxide-side-effects…
ຂອບໃຈຂໍ້ມູນຈາກ: INFO. – ອິນໂຟ