ວັນທີ 18 ມັງກອນ 2021 ນີ້ ສະພາການຄ້າແຂວງ ຢຸ່ນນານ ສາທາລະນະລັດ ປະຊາຊົນຈີນ ຮ່ວມ ກັບ ຄະນະກໍາມາທິການແຫ່ງຊາດ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ ແລະ ອົງການຢູນີເຊບ ປະຈຳລາວ ໄດ້ນຳເອົາເຄື່ອງບໍລິໂພກ ແລະ ອຸປະໂພກ ໄປມອບໃຫ້ ວັດຜາໂອ, ວັດພູຄວາຍ ແລະ ວັດມະໂນ ນະຄອນ-ຫຼວງພະບາງ. ເຄື່ອງດັ່ງກ່າວປະກອບມີ ຜ້າຫົ່ມ 1.250 ຜືນ, ໝີ່ໄວໄວ 645 ແກັດ, ເສື້ອ 300 ຜືນ, ເຂົ້າໜົມ 8 ແກັດ, ຜ້າອັດປາກ 400 ແຜ່ນ, ເຂົ້າສານເກືອບ 40 ເປົາ, ສະບູ 6 ແກັດ, ແຟັບ 6 ແກັດ ແລະ ໝອນ 44 ໜ່ວຍ ລວມມູນຄ່າທັງໝົດ 156 ລ້ານກວ່າກີບ. ເຄື່ອງຈຳນວນດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກ ສະພາການຄ້າແຂວງ ຢຸນນານ,ນັກທຸລະກິດຊາວຈີນ ແລະ ຄົນເຊື້ອຊາດຈີນ ທີ່ອາໄສຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ.

Image may contain: 13 people, people standing

.

Image may contain: 10 people, people standing and outdoor

ທ່ານ ແຈງ ຫົງ ປະທານສະພາການຄ້າ ແຂວງ ຢຸນນານ ກ່າວວ່າ: ຈຸດປະສົງການນໍາເຄື່ອງບໍລິໂພກ ແລະອຸປະໂພກມາມອບໃນຄັ້ງນີ້ ເພື່ອບູລະນະ ແລະ ປັກປົກຮັກສາ ວັດທະນະທຳ, ຮີດຄອງປະເພນີ ແລະ ພຸດທະສາສະໜາຂອງ ສປປ ລາວ ໃຫ້ຍືນຍົງ ແລະ ເປັນການປະກອບຮັດແໜ້ນຄວາມສາມັກຄີການຮ່ວມມືຮອບດ້ານ ລະຫວ່າງ ປະຊາຊົນສອງຊາດລາວ-ຈີນ ນັບມື້ໃຫ້ເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງຂຶ້ນ. ອີກປະການໜຶ່ງເພື່ອເປັນການບັນເທົາຄວາມໜາວໃຫ້ບັນດາພະສົງສໍາມະເນນ ໃຫ້ຮ່າງກາຍມີຄວາມອົບອຸນເພື່ອສະດວກໃນການເຮັດກິດຈະກໍາຕ່າງໆທາງສາສະໜາ ແລະ ສຶກສາຮໍ່າຮຽນຕື່ມອີກ.ຈາກນັ້ນທ່ານ ແຈງ ຫົງ ປະທານສະພາການຄ້າ ແຂວງ ຢຸ່ນນານ ສປ ຈີນ ໄດ້ກ່າວມອບໃຫ້ເຈົ້າອະທິການວັດທັງ 3 ວັດ.

Image may contain: 30 people, people sitting

.

Image may contain: 6 people, people on stage and outdoor

ພິທີມອບ-ຮັບເຄື່ອງ ແມ່ນໄດ້ຈັດຂື້ນຢູ່ 3 ວັດດັ່ງກ່າວ ໂດຍມີສາທຸໃຫຍ່ ອ່ອນແກ້ວ ກິດຕິພັດໂທ ປະທານອົງການສາສະໜາສໍາພັນລາວແຂວງຫຼວງພະບາງ ເຈົ້າອະທິການວັດຜາໂອ,ສາທຸໃຫຍ່ ຈັນທະລິນ ຮອງປະທານອົງການສາສະໜາສໍາພັນລາວແຂວງ ເຈົ້າອະທິການວັດພູຄວາຍ ແລະ ສາທຸໃຫຍ່ ບຸນເລີດ ຄະນະອົງການສາສະໜາສໍາພັນລາວແຂວງ ຝ່າຍຄາລະວາດມີທ່ານ ນາງ ຈົງຈິດ ຈັນທະລາມົນ ຮອງຫົວໜ້າຫ້ອງການ ກອງເລຂາ ຄະນະກະມາທິການແຫ່ງຊາດ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ, ທ່ານ ນາງ ຢາລີຈັງ ຕາງໜ້າອົງການຢູ່ນີເຊບ ປະຈຳລາວ, ພ້ອມດ້ວຍຜູ້ປະກອບການ, ນັກທຸລະກິດຈີນ, ແລະ ພາກສ່ວນທີກ່ຽວຂ້ອງຂອງແຂວງ, ນະຄອນ-ຫຼວງພະບາງ ຕະຫຼອດພະສົງ,ສຳມະເນນເຂົ້າຮ່ວມ.

Image may contain: 1 person, on stage and outdoor

.

Image may contain: 20 people, people standing and people sitting

.

Image may contain: 16 people, people sitting, people standing and indoor

ຂ່າວ: ເພັດສາຄອນ ສິມມະວົງ

Leave a Reply

Your email address will not be published. Required fields are marked *