ຈາກກໍລະນີ ລົດຕໍາກັນ 3 ປະສານ ທີ່ເຂດໃກ້ຮອດວົງວຽນ 450 ນະຄອນຫຼວງວຽງຈັນ ໃນຄືນວັນທີ 18 ມັງກອນ 2021 ທີ່ຜ່ານມາ, ເຮັດໃຫ້ມີຜູ່ບາດເຈັບ ສາຫັດ 1ຄົນ ເຊິ່ງເປັນຜູ່ຂັບລົດເກງ ຟອດ ມາສແຕ໋ງ ສີດໍາ. ທາງກູ້ໄພ 1624 ໄດ້ນໍາສົ່ງໂຮງໝໍ 150 ແລະ ແພດໝໍ ໄດ້ພະຍາຍາມ ກອບກູ້ເອົາຊີວິດຂອງຜູ່ກ່ຽວ, ແຕ່ໄດ້ເສຍຊີວິດໃນເວລາຕໍ່ມາ.

.

ໃນຕອນເຊົ້າ ວັນທີ 19 ມັງກອນ 2021 ທາງໝູ່ເພື່ອນ ແລະ ຍາດພີ່ນ້ອງ ກໍ່ໄດ້ ໂພດສະແດງຄວາມເສຍໃຈກັບ ການເສຍຊີວິດຂອງຜູ່ກ່ຽວ.

ສະແດງຄວາມເສຍໃຈມາຍັງຄອບຄົວຂອງຜູ່ເສຍຊີວິດ, ແລະ ອຸບັດຕິເຫດ ຄັ້ງນີ້ ເປັນອຸທາຫອນ ແກ່ທຸກຄົນທີ່ຂັບຂີ່ລົດ ຕ້ອງຢູ່ໃສຄວາມບໍ່ປະໝາດ ແລະ ນັບຖືກົດຈາລະຈອນ. ເມົາ ເມື່ອຍ ບໍ່ຄວນຂັບເດັດຂາດ.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ລາຍງານຈາກກູ້ໄພ ໃຫ້ຮູ້ ໃນຕອນປະມານ 20:00 ວັນທີ່ 18 ມັງກອນ 2021 ເກີດອຸບັດຕິເຫດຮຸນແຮງ.

ລົດເກງເສຍຫຼັກຂ້າມເລນ ໄປຕໍາເອົາລົດອີກ 2 ຄັນກາງທາງທີ່ສວານທາງມາ. ເຮັດໃຫ້ເຈັບສາຫັດ 1 ຄົນ.

.

.

.

.

ຈຸດເກີດເຫດແມ່ນ ແຖວວົງວຽນໂພນເຄັງ (ວົງວຽນ 450 ປີ) ນະຄອນຫຼວງວຽງຈັນ.

.

.

.

.

ຄລິບຕອນເກີດເຫດ

ຄລິບຈາກຈຸດເກີດເຫດ

.

.

.

.

.

Leave a Reply

Your email address will not be published. Required fields are marked *