ໃນສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄຫມທີ XI ກ່າວອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຈັດຂຶ້ນເມື່ອບໍ່ດົນມານີ້ ສະຫາຍໄດ້ກ່າວບາງຕອນວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກເຮົາໄດ້ສໍາເລັດລົງຢ່າງຈົບງາມແລ້ວ ແຕ່ພວກເຮົາຍັງຕ້ອງມີຄວາມຮັບຜິດຊອບສູງ ແລະ ຈິງຈັງຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກໃຫ້ປາກົດຜົນເປັນຈິງ. ບັນດາສະຫາຍກໍາມະການສູນກາງພັກ ສະໄໝທີ XI ທີ່ໄດ້ຮັບຄວາມໄວ້ ວາງໃຈຈາກກອງປະຊຸມໃຫຍ່ຄັ້ງນີ້ ຈົ່ງເຊີດຊູຄວາມຮັບ ຜິດຊອບການເມືອງ, ຍົກສູງຄວາມເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານ ກໍຄືໃນການດຳລົງຊີວິດ, ການຝຶກຝົນຫລໍ່ຫລອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ນໍາພາການຈັດຕັ້ງປະຕິ ບັດແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກໃຫ້ມີຜົນສໍາເລັດຕົວຈິງ.

Image may contain: 1 person

ນອກຈາກນີ້ ບັນດາຜູ້ແທນກອງປະຊຸມໃຫຍ່ ຈົ່ງພ້ອມ ກັນເສີມຂະຫຍາຍຄວາມເປັນເຈົ້າການຜັນຂະຫຍາຍແນວທາງນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກຢ່າງປະ ດິດສ້າງ ແລະ ປຸກລະດົມມະຫາຊົນ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ກວ້າງຂວາງເລິກເຊິ່ງ ແລະ ຕໍ່ເນື່ອງເພື່ອເລັ່ງໃສ່ການພັດທະນາປະເທດ ຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ. ໃນຕໍ່ໜ້ານີ້ ພວກເຮົາຕ້ອງພ້ອມກັນສຸມໃສ່ນຳພາ-ຊີ້ນຳ ແລະ ປຸກລະດົມຂະບວນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາ ຊິກສະພາປະຊາຊົນແຂວງ, ນະຄອນຫລວງ ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ ທີ່ພັກ ແລະ ລັດເຮົາວາງໄວ້.

ສໍາລັບຄະນະບໍລິຫານງານສູນກາງພັກ ສະໄຫມທີ XI ປະກອບດ້ວຍກຳມະການສົມບູນສູນກາງພັກ 71 ສະຫາຍ, ຍິງ 12 ສະຫາຍ ແລະ ກຳມະການສຳຮອງສູນກາງພັກ 10 ສະຫາຍ, ຍິງ 2 ສະຫາຍ.

Cr: ມົດແດງນ້ອຍ

Leave a Reply

Your email address will not be published. Required fields are marked *