ພີລຶກ! ເຈົ້າໜ້າທີ່ຍຶດ ຢ າ ບ້ າໄດ້ ຈໍານວນ 55 ເປົາ ຫຼື 5.474.000 ເມັດ (ຫ້າລ້ານສີແສນເຈັດສິບສີ່ພັນເມັດ).
ວັນທີ 15 ມັງກອນ 2021 ເວລາປະມານ 18 : 30 ນາທີ ເຈົ້າໜ້າທີ່ ປ ກ ສ ເມືອງ ຕົ້ນເຜິ້ງ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີຂະບວນການຂົນສົ່ງຢ າ ເ ສ ບຕິດຈາກເມືອງ ຕົ້ນເຜິ້ງ ຫາ ເມືອງ ຫ້ວຍຊາຍ.
ດັ່ງນັ້ນ ທາງເຈົ້າໜ້າທີ່ ປ ກ ສ ເມືອງ ຕົ້ນເຜິ້ງ ສົມທົບກັບ ປກສ ແຂວງ ບໍ່ແກ້ວ ໄດ້ລົງຕິດຕາມ ເຫັນວ່າມີມູນຄວາມຈິງ ຈຶ່ງໄດ້ເຂົ້າສະກັດຈັບກຸ່ມລົດເປົ້າໝາຍຄັນດັ່ງກ່າວ ຢູ່ເສັ້ນທາງສະຫວ່າງບ້ານໃຫຍ່ ຕົ້ນເຜິ້ງ ຫາສີເມືອງງາມ ໄດ້ກັກຜູ້ຖືກຫາໄດ້ ຈໍານວນ 04 ຄົນ ຄື:

- ທ້າວ ຕົງເຮີ ອາຍຸ 22 ປີ, ຊົນເຜົ້າມົ້ງ, ຢູ່ບ້ານ ຈຽງຕອງ ເມຶືອງ ປາກທາ ແຂວງ ບໍ່ແກ້ວ.
- ທ້າວ ຊົວວາ ອາຍຸ 24 ປີ, ຊົນເຜົ່າມົ້ງ, ຢູ່ບ້ານ ຈຽງຕອງ ເມືອງ ປາກທາ.
- ທ້າວ ດົງເຮີ ອາຍຸ 19 ປີ, ຊົນເຜົ່າມົ້ງ ບ້ານຈຽງຕອງ ເມືອງ ປາກທາ.
- ທ້າວ ໄຊທໍ່ ອາຍຸ 19 ປີ, ຊົນເຜົ່າມົ້ງ ບ້ານ ອຸດົມ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ

ສໍາລັບຂອງກາງ ທາງເຈົ້າໜ້າທີ່ຍຶດຢ າບ້ າ ໄດ້ ຈໍານວນ 55 ເປົາ, ເທົ່າກັບ 2.737 ມັດ ຫຼື 5.474.000 ເມັດ, ລົດໃຫຍ່ 02 ຄັນ ແລະ ອີກຄັນໜຶ່ງແມ່ນໄດ້ຫຼົບໜີ, ຍຶດໂທລະສັບ 08 ໜ່ວຍ, ປື ນ 9 ມມ 01 ກະບອກ ພ້ອມລູກ 15 ລູກ, ສາຍຄໍຄໍາ 01 ເສັ້ນ ສ່ວນຜູ້ຖືກຫາທາງເຈົ້າໜ້າທີ່ຈະໄດ້ກັກຕົວ ແລະ ທຳການສືບສວນ – ສອບສວນ ເພື່ອຂະຫຍາຍຜົນຕໍ່ໄປ.

ຂ່າວ: ປກສ ເມືອງ ຕົ້ນເຜິ້ງ.
