ພະນັກງານໃນຊາປານະກິດສະຖານຂອງເຢຍລະມັນ ຕ້ອງໄດ້ນຳໂລງສົບມາຊ້ອນທັບກັນເປັນຊັ້ນ ຫຼັງປະເທດກຳລັງຕໍ່ສູ້ກັບການເສຍຊີວິດຈາກການແຜ່ລະບາດຂອງເຊື້ອໂຄວິດ ທີ່ເພີ່ມສູງຂຶ້ນໃນຮອບສອງຂອງການແຜ່ລະບາດ

ເຢິຣົກ ຊານດັກ ຜູ້ຈັດການຊາປານະກິດສະຖານໃນເມືອງໄມເຊີນ ລັດຊັກເຊີນ ຂອງເຢຍລະມັນ ກ່າວວ່າຜົນກະທົບຈາກການແຜ່ລະບາດໃນເດືອນພະຈິກທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດຈາກໄວຣັສມໍລະນະດັ່ງກ່າວເພີ່ມສູງຂຶ້ນໃນອັດຕາທີ່ບໍ່ຄາດຄິດ (ຂະນະນີ້ເຮົາມີຜູ້ຕິດເຊື້ອໂຄໂຣນາໄວຣັສຈຳນວນຫລາຍ ຊຶ່ງມັນຜິດປົກກະຕິຫຼາຍ) ຊານດັກກ່າວ

“ເຮົາມີຜູ້ເສຍຊີວິດຫລາຍຂຶ້ນກວ່າ 2 ເທົ່າ ໂດຍປົກກະຕິມີຜູ້ເສຍຊີວິດຈາກສາເຫດຕ່າງໆ ບໍ່ວ່າຈະເປັນຫົວໃຈລົ້ມເຫລວ ຫລື ລະບົບໄຫຼວຽນເລືອດລົ້ມເຫລວ ແຕ່ຜູ້ທີ່ເສຍຊີວິດຈາກໄວຣັສໂຄໂຣນານັ້ນເພີ່ມຂຶ້ນເປັນພິເສດ ເພີ່ມຂຶ້ນ 100 ເປີເຊັນ ຊຶ່ງອັດຕາການເສຍຊີວິດເພີ່ມຂຶ້ນເປັນສອງເທົ່າຈາກເມື່ອກ່ອນ” ທ່ານກ່າວເພີ່ມເຕີ່ມ

ພາຍໃນສະຖານທີ່ຊາປານະກິດສົບແຫ່ງນີ້ມີພະນັກງານຫຼາຍສິບຄົນ ໂດຍປົກກະຕິແລ້ວພວກເຂົາຈະເຮັດວຽກ ໂດຍແບ່ງເປັນ 2 ກະ ຕັ້ງແຕ່ວັນຈັນຮອດວັນສຸກ ແຕ່ດ້ວຍສະຖານທີ່ຊາປານະກິດສົບໃນຕອນນີ້ມັນເຮັດໃຫ້ພວກເຂົາຕ້ອງເຮັດວຽກໜັກຂຶ້ນກວ່າເກົ່າ ຊານດັກ ເວົ້າວ່າ “ພວກເຮົາເຮັດວຽກຕະຫລອດເວລາຕັ້ງແຕ່ວັນຈັນຮອດວັນອາທິດ

ການແຜ່ລະບາດຂອງເຊື້ອພະຍາດໂຄວິດເຮັດໃຫ້ມີຫຼາຍມາດຕະການຖືກບັງຄັບໃຊ້ ເພື່ອປ້ອງກັນການແຜ່ລະບາດ ເຮັດໃຫ້ຍາດພີ່ນ້ອງບໍ່ໄດ້ຮັບອະນຸຍາດໃຫ້ໄປຢ້ຽມຄົນປ່ວຍທີ່ໂຮງໝໍ ແລະ ເມື່ອຜູ້ປ່ວຍເສຍຊີວິດ ຍາດພີ່ນ້ອງ ແລະ ຄົົນທີ່ຮັກຂອງພວກເຂົາກໍບໍ່ອາດໄດ້ເຫັນໜ້າ ຈັບມື ຫລື ບອກລາເປັນເທື່ອສຸດທ້າຍໄດ້

ທັງນີ້ປະເທດເຢຍລະມັນເປັນປະເທດທີ່ມີຜູ້ຕິດເຊື້ອທັງຫມົດກວ່າ 2,050,099 ຄົນ ຮັກສາຫາຍແລ້ວ 1,691,700 ຄົນ ແລະ ມີຜູ້ເສຍຊີວິດທັງຫມົດກວ່າ 47,440ຄົນ ຈາກລາຍງານຜູ້ເສຍຊີວິດຈາກໂຄວິດ ໃນເຢຍລະມັນເພີ່ມສູງຂຶ້ນຫລາຍ ຕັ້ງແຕ່ຕົ້ນເດືອນທັນວາ ແລະ ເມື່ອວັນທີ 13 ມັງກອນທີ່ຜ່ານມາ ມີຍອດຜູ້ເສຍຊີວິດລາຍມື້ ສູງເປັນປະຫວັດສາດເຖິງ 1,244 ຄົນຕໍ່ມື໊

ຂໍ້ມູນຈາກ : nypost