ວອນຜູ້ໃຈບຸນຊ່ວຍເຫຼືອແດ່ !! ເປັນນັກຮຽນເກັ່ງແຕ່ຂາດໂອກາດ ຍ້ອນຄອບຄົວທຸກຍາກ. ນ້ອງພຽນ ຮຽນປໍ 3 ເປັນນັກຮຽນເກັ່ງແຕ່ຂາດໂອກາດ ຍ້ອນຄອບຄົວທຸກຍາກ ອາໄສຢູ່ນຳພໍ່ແມ່ສະຕິບໍ່ສົມປະກອບ.

.

“ຊີວິດນີ້ບໍ່ມີໃຜຢາກເກີດມາທຸກຈົນ“ ນ້ອງພຽນ ເດັກນ້ອຍນັກຮຽນຊັ້ນ ປ.3 ໂຮງຮຽນປະຖົມສົມບູນບ້ານໂງ່ນ ເມືອງຊອນ ແຂວງຫົວພັນ ເປັນນັກຮຽນເກັ່ງ ອາໄສຍູ່ນຳພໍ່ແມ່ (ພໍ່ ແມ່ ສະຕິບໍ່ສົມປະກອບທັ້ງ2ຄົນ) ຄອບຄົວຂັດສົນທຸກຍາກ ບໍ່ມີຫ້ອງນ້ຳ ໄຟຟ້າຊິໃຊ້ຍາມກາງຄືນກໍ່ບໍ່ມີ ຕ້ອງໄຕ້ທຽນຮຽນໜັງສື.

.

ສະນັ້ນຈຶ່ງຍາກເປັນສື່ກາງຂໍຄວາມຊ່ວຍເຫຼືອນຳທ່ານຜູ້ມີໃຈບຸນ ເປັນເຄື່ອງນຸ່ງ, ເຂົ້າສານ ຫຼື ເປັນວັດຖຸ ປັດໃຈ ເພື່ອຊ່ວຍເຫຼືອ ຄອບຄົວຂອງນ້ອງນ້ອຍ ໃຫ້ມີໄຟຟ້າ ແລະສິ່ງອຳນວຍຄວາມສະດວກ ທີຈຳເປັນໃນການໃຊ້ຊີວິດໃຫ້ດີກວ່ານີ້

ຖ້າຫາກວ່າທ່ານໃດມີຈິດໃຈເມດຕາ ຢາກຊ່ວຍເຫຼືອແຕ່ຢູ່ໄກມາບໍ່ໄດ້ ກໍ່ສາມາດບໍລິຈາກໄດ້ທີ່ບ້ານ ຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂທລະສັບ 02094087185.

Leave a Reply

Your email address will not be published. Required fields are marked *