ຜູ່ໃຊ້ເຟສບຸກ ຊື່ Souphaphkone Leejern ແຈ້ງຂ່າວເຕືອນໄພ ໃນວັນທີ 17 ມັງກອນ 2021 ນີ້ວ່າ :

“17/01/2021 ທີ່ຕະຫລາດເຊໂນ ມື້ນີ້ໄດ້ມີມິດສາຊີບ ມາແລກເງິນໂດລາປອມ ເຮັດເປັນຂະບວນການ ຕອນນີ້ຈັບໂຕໄດ້ແລ້ວ ລະວັງແນ່ເດີພີ່ນ້ອງແມ່ຄ້າເຮົາ ໃຫ້ມີສະຕິລະວັງໂຕຕື່ມແນ່ເດີ!! ຂອບໃຈທຸກພາກສ່ວນອ້າຍນ້ອງຕໍາຫລວດ,ປ້ອງກັນຕະຫລາດຄົບວົງຈອນ, ລປພ ທະນາຄານ”

ປະຈຸບັນເຈົ້າໜ້າທີ່ໄດ້ກັກຕົວຜູ່ກ່ຽວ ແລະ ຈະສືບສວນຫາກຸ່ມແກ້ງຂະບວນການເງິນປອມນີ້ຕໍ່ໄປ.

ເຕືອນໄພທຸກທ່ານໃຫ້ມີສະຕິລະວັງຕົວ. ຢູ່ເມືອງລາວ ໃຊ້ແຕ່ເງິນກີບເດີ.