ເຖິງວ່າສະພາບເສດຖະກິດທົ່ວໂລກກໍ່ຄືສປປ ລາວ ໄດ້ຮັບຜົນກະທົບັຈາກການລະບາດຂອງພະຍາດໂຄວິດ-19 ກໍ່ຕາມແຕ່ດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໃນປີ 2020 ໄດ້ ເກີນແຜນການທີ່ຂັ້ນເທີງມອບໝາຍໃຫ້ຈໍານວນ 53 ຕື້ກວ່າກີບ.

ທ່ານ ຄຳສຸວັນ ວົງສິນນະສອນ ຫົວໜ້າດ່ານພາສີສາກົນບໍ່ເຕັນ ໃຫ້ຮູ້ວ່າ: ສະພາບໂດຍລວມກ່ຽວກັບການຈັດຕັ້ງປະຕິບັດແຜນການ-ມາດຕະການຕ່າງໆໃນການເຄື່ອນໄຫວວຽກງານວິຊາສະເພາະປະຈຳປີ 2020 ດ່ານພາສີສາກົນບໍ່ເຕັນ ປະກອບມີພະນັກງານ-ລັດຖະກອນ 49 ຄົນ, ຍິງ 08 ຄົນ (ໃນນັ້ນມີສະມາຊິກພັກຈໍານວນ 39 ສະຫາຍ, ກວມເອົາ 79,59% ຂອງພະນັກງານ-ລັດຖະອນທັງໝົດ), ມີ 3 ໜ່ວຍງານຄື: ໜ່ວຍງານຄຸ້ມຄອງການແຈ້ງພາສີ, ໜ່ວຍງານຄຸ້ມຄອງສາງ ແລະ ກວດກາສິນຄ້າ, ໜ່ວຍງານກວດກາພາຫະນະ ແລະ ຜູ້ໂດຍສານ.

ດ່ານພາສີສາກົນບໍ່ເຕັນ ຂຶ້ນກັບກອງຄຸ້ມຄອງພາສີ I ກົມພາສີ ກະຊວງການເງິນທາງດ້ານວຽກງານວິຊາສະ ເພາະ, ດ້ານວຽກງານພັກ-ພະນັກງານຂຶ້ນກັບອຳນາດການປົກຄອງທ້ອງຖິ່ນ (ຄະນະຄຸ້ມຄອງດ່ານສາກົນບໍ່ເຕັນ) ຊຶ່ງເປັນເສນາທິການໃຫ້ແກ່ກົມພາສີໃນການໂຄສະນາເຜີຍແຜ່ດ້ານລະບຽບຫຼັກການ, ປະຕິບັດກົດໝາຍ ແລະ ນິຕິກຳອື່ນກ່ຽວກັບວຽກງານພາສີຢ່າງເຂັ້ມງວດ, ຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບພາສີ ແລະ ພັນທະອື່ນໆຕາມລະບຽບກົດໝາຍໄດ້ກຳນົດ, ຕາມພາລະບົດບາດ ແລະ ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີຄວາມຖືກຕ້ອງສອດຄ່ອງ, ຄົບຖ້ວນ, ໂປ່ງໃສ ແລະ ທັນກັບເວລາ, ສ້າງກົນໄກເຂົ້າໃນການບໍລິການ ແລະ ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ພາສີ.

ໃນປີ 2020 ດ່ານພາສີສາກົນບໍ່ເຕັນ ໄດ້ຮັບຕົວເລກແຜນການທັງໝົດ 215,69 ຕື້ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງ, ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 269,51 ຕື້ກວ່າກີບທຽບໃສ່ແຜນການປະຕິບັດໄດ້ 124,95% ຂອງແຜນການປີ (ລື່ນແຜນການທີ່ຂັ້ນເທີງມອບໝາຍໃຫ້ 24,95% ຫຼື ເທົ່າກັບ 53 ຕື້ກວ່າກີບ).

ສ່ວນລາຍຮັບຫຼັກໆພາໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2020 ໄດ້ເກີນແຜນການແມ່ນ: ລາຍ ຮັບພາສີກວມເອົາ84,20% (ໃນນັ້ນ ຄ່າຊັກພິເສດສິນຄ້າຂາອອກກວມ 14,20%, ພາສີຂາເຂົ້າທົ່ວໄປ 87,39%, ຫຼຸດຜ່ອນຕາມນະໂຍບາຍການລົງທຶນ 282,95%, ສິນຄ້ານໍາເຂົ້າ-ເພື່ອສົ່ງອອກ 1,38%, ປັບໃໝ່, ຂາຍເຄື່ອງຮິບ,ຄ່າທຳນຽມຕ່າງໆ 89,10%). ລາຍຮັບອາກອນນຳເຂົ້າກວມ 147,15% (ໃນນັ້ນອາກອນຊົມໃຊ້ 279,31%, ອາກອນມູນຄ່າເພີ່ມ 130,77%, ອາກອນກໍາໄລບຸກຄົນ 204,68%).

ໃນນັ້ນ, ໄດ້ຈາກການນຳເຂົ້າສິນຄ້າຕົ້ນຕໍທຽບໃສ່ລາຍຮັບມີພາຫະນະເປັນຄັນ 40,38%, ເຄື່ອງອຸປະ ໂພກ-ບໍລິໂພກ 28,93%, ວັດສະດຸກໍ່ສ້າງ 14,71%, ຄ່າທຳນຽມຕ່າງໆ 7,99%, ເຄື່ອງໃຊ້ໄຟຟ້າ 3,39%, ສິ້ນສ່ວນອະໄຫຼ່ 3,35%, ປັບໃໝ, ຂາຍເຄື່ອງຮິບ 0,87% ແລະ ອື່ນໆຕາມລຳດັບ. ສ່ວນປີ 2019 ຜ່ານມາດ່ານພາສີສາກົນບໍ່ເຕັນ ການຈັດເກັບລາຍຮັບປະຕິບັດໄດ້ 245,48 ຕື້ກີບທຽບໃສ່ແຜນການປີປະຕິບັດໄດ້ 124,95% ຂອງແຜນການປີ (ລື່ນແຜນການ 9,79% ຖ້າຄິດເປັນເງິນລື່ນແຜນການປະມານ 24 ຕື້ກວ່າກີບ).

ສາເຫດທີ່ພາໃຫ້ການຈັດເກັບລາຍຮັບເກີນແຜນການຍ້ອນການຊີ້ນຳຈາກຂັ້ນເທີງ, ມີແບບແຜນວີທີເຮັດວຽກ, ແບ່ງຄວາມຮັບຜິດຊອບແຕ່ລະໜ່ວຍງານໃຫ້ສອດຄ່ອງກັບລະບຽບກົດໝາຍ, ນິຕິກຳ, ການຈັດເກັບລາຍຮັບຄ່າພາສີ ແລະ ພັນທະອື່ນມີການສ້າງແຜນການການຈັດເກັບລາຍຮັບເປັນເດືອນ, ງວດ ແລະ ປີ, ມີເຄື່ອງມືທີ່ທັນສະ ໄໝເປັນການອຳນວຍຄວາມສະດວກເຂົ້າຮັບໃຊ້ວຽກງານເປັນຕົ້ນ ແມ່ນລະບົບການແຈ້ງພາສີແບບອັດຕະໂນມັດ ( ASYCUDA ) ແລະ ລະບົບ SMART TAX, ມີເຄື່ອງກວດກາດ້ວຍລະບົບສາຍແສງ (Scanner) ເຂົ້າໃນວຽກງານກວດກາ, ມີລະບົບ Easy Pass ເປັນລະບົບທີ່ທັນສະໄໝ, ການຈັດເກັບຄ່າທໍານຽມພາຫະນະ ແລະ ຜູ້ໂດຍສານເຂົ້າ-ອອກ ແມ່ນຢູ່ຈຸດດຽວ, ໂດຍຜ່ານລະບົບທະນາຄານ. ສາມາດຈັດເກັບຄ່າທໍານຽມນໍາຄົນ- ແລະ ພາຫະນະທີ່ເຂົ້າມາເຂດເສດຖະກິດບໍ່ເຕັນແດນງາມ ແລະ ໄດ້ຮັບການຮ່ວມມືໃນການເກັບຄ່າທໍານຽມເປັນຢ່າງດີ. ການອອກ ບ53 ແມ່ນມີຄວາມສະດວກ, ວ່ອງໄວຂຶ້ນ ແລະ ມີຄວາມຮັບປະກັນໃນການສັງລວມສະຖິຕິ, ສະຫຼຸບລາຍຮັບຄ່າທໍານຽມພາຫະນະ-ຜູ້ໂດຍສານເຂົ້າ-ອອກຜ່ານລະບົບ Report ຂໍ້ມູນ. ອ້າຍນ້ອງພະນັກງານເອົາໃຈໃສ່ຕໍ່ໜ້າທີວຽກງານວີຊຊາສະເພາະມີສະຕິຕໍ່ການຈັດຕັ້ງ ແລະ ເອົາໃຈໃສ່ປະຕິບັດວຽກງານທີ່ຕົນຮັບຜິດຊອບຂອງຂັ້ນເທິງມອບໝາຍໃຫ້ລ້ອນໜ້າທີ່.

ແນວໃດກໍ່ຕາມການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າໃນງົບປະມານແມ່ນປະຕິບັດຕາມວຽກງານວິຊາສະເພາະທີ່ພັກ-ລັດມອບໝາຍໃຫ້ໂດຍໄດ້ປະຕິບັດຕາມປົກກະຕິຄືປີທີ່ຜ່ານມາເຖິງວ່າສະພາບເສດຖະກິດຈະມີບັນຫາແຕ່ກໍໄດ້ເຮັດໜ້າທີ່ການເມືອງແນວຄິດກັບພະນັກງານ. ດັ່ງນັ້ນ, ຈຶ່ງເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນບໍ່ເຕັນເກີນແຜນການ ແລະ ໃນປີ 2021 ຈະສືບຕໍ່ຮັກສາມູນເຊື້ອເກັບລາຍຮັບໃຫ້ໄດ້ຕາມແຜນການ ແລະ ເກີນແຜນການທີ່ຂັ້ນເທີງມອບໝາຍໃຫ້ຕື່ມອີກ.
