ເວລາທີ່ເຮົາກິນອາຫານບາງຢ່າງຈື່ງມີອາການແພ້, ບາງເທື່ອກິນຕົວເຮົາເອງມີອາການເຈັບທ້ອງຫຼື ອາການອື່ນໆ ແຕ່ໝູ່ທີ່ກິນນໍາພັດບໍ່ເປັນຫຍັງມື້ນີ້ເຮົາມີຄໍາຕອບມາໃຫ້.

ກຸບເລືອດ A: ຄວນເລືອກກິນຜັກ, ປາ, ນົມຖົ່ວເຫຼືອງ, ຄວນຫຼີກລ່ຽງ ໄຂ່, ນົມງົວ, ແປ້ງ, ຊີ້ນສັດ ເພາະລະບົບຍ່ອຍອາຫານ, ລະບົບພູມຄຸ້ມກັນບໍ່ດີ ສ່ຽງເປັນພະຍາດຫົວໃຈ ແລະ ມະເຮັງ.

ກຸບເລືອດ B ຄວນເລືອກກິນເຂົ້າກ໊ອງ, ເຂົ້າໂອດ, ຂີງ, ຊາຂຽວ, ໂສມ, ຄວນຫຼີກລ່ຽງປູ, ກຸ້ງ, ຫອຍແຄງ, ຊີ້ນໄກ່, ແປ້ງ, ເພາະກົດໃນກະເພາະອາຫານສູງ ລະບົບເຜົາຜານບໍ່ດີ ເລືອດແຂງໂຕຊ້າ.

ກຸບເລືອດ O ຄວນເລືອກກິນຊີ້ນສັດ, ອາຫານທະເລ, ຜັກຫົມ, ແຕ່ຄວນຫຼີກລ່ຽງ ໝາກໄມ້ລົດສົ້ມ, ຊາ, ກາເຟ, ເບຍ ເພາະກົດໃນກະເພາະສູງ ລະບົບເຜົາກໍ່ບໍ່ດີປານໃດ ເລືອດກໍ່ແຂງຕົວຊ້າຕື່ມອີກ.

ກຸບເລືອດ AB ຄວນເລືອກກິນອາຫານທະເລ, ເນີຍ, ນົມ, ຜະລິດຕະພັນຈາກຖົ່ວເຫຼືອງ, ຜັກ ແລະ ໄຂ່. ຄວນຫຼີກລ່ຽງ ປາຊີ້ນຂາວ, ຊີ້ນສັດໃຫຍ່, ໝາກສີດາ, ສາລີ, ໝາກມ່ວງ, ຖົ່ວແດງ ເພາະພູມຄຸ້ມກັນອ່ອນເພຍ ກົດໃນກະເພາະຕໍ່າຍ່ອຍຊີ້ນສັດໄດ້ຍາກ.

ແນວໃດກໍ່ຕາມ ອາຫານທີ່ເວົ້າມານັ້ນ ກໍ່ບໍ່ໄດ້ໝາຍຄວາມວ່າ ສິ່ງທີ່ຄວນຫຼີກລ່ຽງນັ້ນ ກຸບເລືອດນັ້ນຈະກິນບໍ່ໄດ້ ແຕ່ວ່າຖ້າຫຼີກລ່ຽງໄດ້ແມ່ນດີຕໍ່ສຸຂະພາບ, ແຕ່ຖ້າຫຼີກລ່ຽງບໍ່ໄດ້ ກໍ່ຄວນກິນເລັກໜ້ອຍເທົ່ານັ້ນ ເພື່ອເຮັດໃຫ້ຮ່າງກາຍຂອງເຮົາມີສຸຂະພາບທີ່ດີ.
